ມອບ-ຮັບໜ້າທີ່ ຫົວໜ້າພະແນກເຕັກໂນໂລຊີ ແລະການສື່ສານ ນວ ຜູ້ເກົ່າ ແລະ ຜູ້ໃໝ່

    ພິທີມອບຮັບໜ້າທີ່ ລະຫວ່າງທ່ານ ທະວີໄຊ ເໝົາຊົມພູ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງວຽງຈັນ (ນວ ຜູ້ເກົ່າ) ແລະ ທ່ານ ສີຄອນ ອ່ອນສີພັນລາ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ນວ (ຜູ້ໃໝ່) ວັນທີ 26 ເມສາ 2021 ທີ່ຫ້ອງວ່າການ ນວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ພ້ອມດ້ວຍຄະນະຈັດຕັ້ງ ຄະນະພັກຮາກຖານຂອງພະແນກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໃນພິທີ ຄະນະຈັດຕັ້ງ ນວ ໄດ້ຜ່ານຄຳສັ່ງຍົກຍ້າຍທ່ານ ທະວີໄຊ ເໝົາຊົມພູ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ນວ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ຢູ່ເມືອງສີໂຄດຕະບອງ ແລະ ແຕ່ງຕັ້ງທ່ານ ສີຄອນ ອ່ອນສີພັນລາ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ນວ (ຜູ້ໃໝ່).

    ໂອກາດນີ້ ທ່ານ ອາດສະພັງທອງ ສີພັນດອນ ໄດ້ມີຄຳເຫັນຊີ້ນຳຕໍ່ພິທີດັ່ງກ່າວວ່າ: ຄືບັນດາທ່ານໄດ້ຮັບຮູ້ແລ້ວ ອີງຕາມການປະຕິບັດຕາມມະຕິ XI ຂອງສູນກາງພັກ ໄດ້ກຳນົດການປັບປຸງໂຄງປະກອບຂອງລັດຖະບານໃນສະໄໝທີ IX ເຊີ່ງກໍໄດ້ມີການຍຸບ ແລະ ໂຮມບາງກະຊວງເຂົ້າເປັນອັນດຽວ ດ້ວຍວ່າໃນບາງຂົງເຂດວຽກງານ ມີຄວາມຄ້າຍຄຽງກັນ ແລະ ສາມາດໂຮມເຂົ້າເປັນອັນໜື່ງອັນດຽວກັນ ເພື່ອເຮັດໃຫ້ວຽກງານມີຄວາມກະທັດຮັດ ງ່າຍດາຍ ເຊີ່ງມະຕິ 06/ກມສພ ລົງວັນທີ 25/2/2021 ກໍໄດ້ກຳນົດລາຍລະອຽດໄວ້ແລ້ວ ດ້ວຍເງື່ອນໄຂ ແລະ ສະພາບທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ນີ້ ອີງຕາມຄວາມຮຽກຮ້ອງຕ້ອງການວຽກງານທີ່ຕ້ອງມີຜູ້ຊີ້ນຳ ນຳພາໃນການຈັດຕັ້ງປະຕິບັດ ແລະ ປະຕິບັດຕາມມະຕິຂອງກອງປະຊຸມສະພາປະຊາຊົນ ນວ ຊຸດທີ 2 ສະບັບເລກທີ 018/ສປນວ ລົງວັນທີ 1 ເມສາ 2021 ພ້ອມນັ້ນ ໄດ້ເນັ້ນໜັກຕື່ມ ກ່ຽວກັບການສືບຕໍ່ປະຕິບັດໜ້າທີ່ ແລະ ການແບ່ງງານພາຍໃນຄະນະຂອງທັງສອງທ່ານ ໂດຍສະເພາະ ໄລຍະນີ້ກໍແມ່ນໃຫ້ສຸມໃສ່ການສະກັດກັ້ນ ປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ 19 ເປັນອັນຕົ້ນຕໍ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!