ໂຄວິດຢູ່ລາວວັນນີ້ ກໍລະນີຕິດເຊື້ອໃໝ່ຍັງກະຈາຍ ຕິດເພີ່ມໄປອີກ 113 ຄົນ

     ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວວັນທີ 26 ເມສາ 2021 ຢູ່ກະຊວງສາທາລະນະສຸກວ່າ: ວັນທີ 25 ເມສາ 2021 ໄດ້ເກັບຕົວຢ່າງຫາເຊື້ອໂຄວິດ-19 ທັງໝົດ 2.682 ຕົວຢ່າງ  ຜົນການກວດວິເຄາະ ພົບວ່າ: ມີຜູ້ຕິດເຊື້ອໃໝ່ 113 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ 31 ຄົນ ຈໍາປາສັກ 54 ຄົນ ສະຫວັນນະເຂດ 13 ຄົນ ບໍ່ແກ້ວ 7 ຄົນ ອຸດົມໄຊ ແລະ ຜົ້ງສາລີ ແຂວງລະ 2 ຄົນ ແຂວງເຊກອງ ວຽງຈັນ ຫຼວງພະບາງ ແລະ ໄຊຍະບູລີ ແຂວງລະ 1 ຄົນ ມາຮອດປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 436 ຄົນ (ບໍ່ມີຜູ້ເສຍຊີວິດ) ປິ່ນປົວຫາຍດີ 49 ຄົນ ແລະ ຍັງມີຜູ້ນອນຕິດຕາມປິ່ນປົວຢູ່ສະຖານທີ່ບໍລິການຢູ່ສູນກາງ ແລະ ຕ່າງແຂວງກຳນົດໄວ້ທັງໝົດ 387 ທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.

    ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວຖະແຫຼງຕື່ມວ່າ: ປັດຈຸບັນ ຄະນະສະເພາະກິດ ກໍຄືກະຊວງສາທາລະນະສຸກ ຮ່ວມກັບພາກສ່ວນກ່ຽວຂ້ອງ ໄດ້ມີການກະກຽມໂຮງໝໍພາກສະໜາມໃນແຕ່ລະຈຸດ ແລະ ອຸປະກອນການແພດເພື່ອສຸມໃສ່ເຂົ້າໃນວຽກງານດັ່ງກ່າວ ໂດຍສະເພາະຢູ່ໃນນະຄອນຫຼວງ ເພື່ອໃຫ້ບໍລິການ ແລະ ດູແລປິ່ນປົວຜູ້ຕິດເຊື້ອຢ່າງທົ່ວເຖິງໃຫ້ຫຼາຍຂຶ້ນ  ບັນຫາສຳຄັນ ແມ່ນພວກເຮົາໝົດທຸກຄົນ ຕ້ອງໄດ້ຮ່ວມແຮງຮ່ວມໃຈກັນປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ກໍຄືແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ລົງວັນທີ 21 ເມສາ 2021 ແລະ ຄຳແນະນຳຂອງຂະແໜງການກ່ຽວຂ້ອງ ຄຽງຄູ່ກັນກັບສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງຖືກວິທີ ໂດຍການໃສ່ຜ້າປິດ-ດັງ ເມື່ອອອກຈາກບ້ານ ລ້າງມືດ້ວຍສະບູ່ໃສ່ນ້ຳສະອາດ ຫຼືເຈວລ້າງມືຂ້າເຊື້ອເລື້ອຍໆ ເວັ້ນໄລຍະຫ່າງທາງສັງຄົມຢ່າງໜ້ອຍ 1​ ແມັດຂຶ້ນໄປ ຫຼີກລ່ຽງການໄປສະຖານທີ່ແອອັດ ການປະຕິບັດທັງໝົດນີ້ ກໍແມ່ນເພື່ອປ້ອງກັນຕົວທ່ານເອງ ຄົນໃນຄອບຄົວຂອງທ່ານ ແລະ ສັງຄົມ ໃຫ້ປອດໄພຈາກເຊື້ອພະຍາດໂຄວິດ-19 ການມີສ່ວນຮ່ວມຈາກທຸກພາກສ່ວນໃນສັງຄົມ ມີສ່ວນສຳຄັນຢ່າງຍິ່ງທີ່ຈະນຳພາປະເທດຂອງພວກເຮົາກ້າວຂ້າມຜ່ານວິກິດໃນຄັ້ງນີ້ໄດ້.

     ສະນັ້ນ ຮຽກຮ້ອງມາຍັງອົງການປົກຄອງທ້ອງຖິ່ນ ທະຫານຊາຍແດນ ເຈົ້າໜ້າທີ່ຕຳຫຼວດ ເອົາໃຈໃສ່ເຝົ້າລະວັງ ກວດຂັນຕາມຈຸດຜ່ານແດນທ້ອງຖິ່ນຢ່າງເຄັ່ງຄັດ ແລະ ຄອບຄົວຍາດຕິພີ່ນ້ອງຈົ່ງເປັນຫູເປັນຕາຊ່ວຍກັນ ຫາກຮູ້ວ່າມີຄົນໃນຄອບຄົວຂອງທ່ານເດີນທາງມາຈາກປະເທດໃກ້ຄຽງ ຈົ່ງຮີບຮ້ອນນຳຜູ້ກ່ຽວໄປແຈ້ງຕໍ່ເຈົ້າໜ້າທີ່ ເພື່ອສົ່ງຜູ້ກ່ຽວໄປສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງມາກວດຫາເຊື້ອໂດຍໄວ

     ສຳລັບຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອ ຫຼືມີປະຫວັດເດີນທາງໄປຍັງສະຖານທີ່ມີຄວາມສ່ຽງ ຂໍໃຫ້ທຸກທ່ານຮີບຮ້ອນຕື່ນຕົວໄປກວດຕາມສະຖານທີ່ທີ່ໄດ້ກຳນົດໄວ້ ພ້ອມແຍກຕົວເອງຈາກຄົນໃນຄອບຄົວຂອງທ່ານ ແລະ ຄົນອ້ອມຂ້າງຈົນຄົບກຳນົດ 14 ວັນ.

# ຂ່າວ & ພາບ: ລັດເວລາ

error: Content is protected !!