​ຫາດ​ຊາຍ​ຟອງ ຕັ້ງ​ດ່ານ​ຫຼາຍ​ຈຸດ ​ເຂັ້ມ​ງວດ ກວດ​ຄົນ​ເຂົ້າ​-ອອກ ຕ້ານ​ພະ​ຍາດ covid-19

    ເພື່ອ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລກ​ທີ 15 /ນຍ ເພີ່ມ​ທະ​ວີ​ມາດ​ຕະ​ການ​ສະ​ກັດ​ກັ້ນ ຄວບ​ຄຸມ ແລະ ກຽ​ມ​ຄວາມ​ພ້ອມ​ຮອບ​ດ້ານ ເພື່ອ​ຕ້ານ​ພະ​ຍາດ covid-19 ຢ່າງ​ເຂັ້ມ​ງວດ ກໍ​ຄືຄຳ​ສັ່ງແຈ້​ງ​ການ​ ຂອງ​ນະ​ຄອນ​ຫຼວງວຽງ​ຈັນ ແລະ ເມືອງ ວາງ​ອອກຢ່າງ​ເຄັ່ງ​ຄັດ ໃນ​​ການ​ປະ​ຕິ​ບັດ​ມາດ​ຕະການ​ປ້ອງ​ກັນ ​ເພື່ອ​ໃຫ້​ທຸກ​ຄົນ​ໃນ​ສັງ​ຄົມ​ເປັນ​ເຈົ້າ​ການ​ເພີ່ມ​ທະ​ວີ​ຄວາມ​ເອົາ​ໃຈ​ໃສ່ຄວບ​ຄຸມ​ ເພື່ອ​ຕ້ານ ແລະ ສະ​ກັດ​​ກັ້ນການແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ covid-19 ທີ່​ກຳ​ລັງແຜ່​ກະ​ຈາຍ​ເປັນ​ວົງ​ກ້​ວາງໃນ​ນະ​ຄອນ​ຫຼວງ ວຽງ​ຈັນ ແລະຊຸມ​ຊົນ ຂອງ​ເມືອງ​ຫາດ​ຊາຍ​ຟອງໃນ​ປັດ​ຈຸ​ບັນ ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ດັ່ງ​ກ່າວ ​ນັບ​ມື້​ແມ່ນ​ເພີ່ມ​ຂື້ນ​ຢ່າງ​ໄວ​ວາ ນັບ​ຕັ້ງ​ແຕ່​ໄດ້ມີ​ການ​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ covid-19 ​ໃນ​ຮອບ​ສອງ ຈົນ​​ຕ້ອງເຮັດ​ໃຫ້​ສະ​ຖານ​ທີ່​ການ​ບໍ​ລິ​ການ​ຕ່າງໆ​ພາຍ​ໃນ​ເມືອງ ແລະ ນະ​ຄອນ​ຫຼວງ ປິດ​ບໍ​ລິ​ການ​ຊົ່ວ​ຄາວ​ເປັ​ນ​ຈໍາ​ນວນ​ຫຼາຍ.

    ວັນ​ທີ 24 ເມ​ສາ 2021 ຄະ​ນະ​ສະ​ເພາະ​ກິດ ຄວບ​ຄຸມ ​ຕ້ານ ​​ແລະ ສະ​ກັດ​ກັ້ນການ​ແຜ່ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ covid-19 ຂັ້ນ​ເມືອງ​ ​ນຳ​ໂດຍທ່ານ ຖາ​ວອນ ສີ​ຫາ​ມາ​ຍາ ຮອ​ງ​ເຈົ້າ​ເມືອງ​ຫາດ​ຊາຍ​ຟອງ ໄດ້​ນຳ​ພາ​ຄະ​ນະ​ລົງ​ຕິດ​ຕາມ​ຊຸກ​ຍູ້ໃຫ້​ກຳ​ລັງ​ໃຈ ແລະ ມອບ​ນ້ຳ​ດື່ມ ເຄື່ອງ​ສຳ​ພາ​ລະບໍ​ລິ​ໂພກຕ່າງໆ ຜ້າ​ປິດ​ປາກ ແລະ ​ເຈວ​ລ້າງ​ມື ​ແອວກໍຮໍ​ໃຫ້​ກັບ​ກຳ​ລັງອ້າຍ​ນ້ອງ​ປ້ອງ​ກັນ ປກ​ສ ປກ​ຊ ຢູ່​ແຕ່​ລະ​ຈຸດກວດທີ່ໄດ້​ປະ​ຕິ​ບັດໜ້າ​ທີ່​ຢູ່​ພື້​ນຖານບ້ານ ນັບ​ຕັ້ງ​ແຕ່​ເຂດ​ທາງ​​ເໜືອ ຫາເຂດ​ທາງ​ໃຕ້​ຂອງ​ເມືອງຫາດ​ຊາຍ​ຟອງ ແລະ ລຽບ​ຕາມ​ຊາຍ​ແດນ​ແມ່​ນ້ຳ​ຂອງ ​ເພື່ອ​ຄຸມ​ເຂັ້ມການ​ລັກ​ລອບຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ ພ້ອມ​ທັງປະ​ຕິ​ບັດມາດ​ຕະ​ການ​ຈຳ​ກັດ​ການ​ແຜ່​ເຊື້ອ​ພະ​ຍາດ​ບໍ່ໃຫ້​ມີ​ການ​ລະ​ບາດ​ເພີ່ມ​ອີກ ​ໂດຍ​ໄດ້​ຕັ້ງ​ດ່ານ​ຈຸດກວດ​ຄົນ​ເຂົ້າ-ອອກຈຳ​ນວນ​ຫຼາຍ​ຈຸດ ​ຢູ່ລະ​ຫວ່າງ​ເຂດ​ບ້ານ​ຕໍ່​ບ້ານ ແລະ ​ຊາຍ​ແດນ​ເມືອງ​ຕໍ່​ເມືອງ ເພື່ອ​ໃຫ້​ເຈົ້າ​ໜ້າ​ທີ່​​ດ່ານກວດແຕ່​ລະ​ຈຸດ​ທົ່ວ​ເມືອ​ງ ທັງ​ໝົດ 20 ຈຸດ​ ​ໃຫ້​ສືບ​ຕໍ່​ເພີ່ມທະ​ວີ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ການປະ​ຕິ​ບັດ ​ຄຳ​ສັ່ງ ເລກ​ທີ 15 /ນຍ ແລະ ຄຳ​ສັ່ງ ແຈ້ງ​ການ ຕ້ານ​ການ​ລະ​ບາ​ດ​ເຊຶ້ອ​ພະ​ຍາດ covid-19 ຂອງ​ນະ​ຄອນ​ຫຼວງ ແລະ ເມືອງ ຢ່າງ​ເຄັ່ງ​ຄັດ ເພື່ອ​ປ້ອງ​ກັນ ຕ້ານ​ ແລະ ຄວບ​ຄຸມ ​ຈຳກັດ​ຄົນເຂົ້າ-​ອອກ ​ປິດ​ການ​ສັນ​ຈອນ​ຊົ່ວ​ຄາວທີ່​​ບໍ່​ມີ​ຄວາມຈຳ​ເປັນ ​ກໍ​ຂໍ​ໃຫ້​ຫຼີກລ່ຽງ ເພື່ອ​​ຫຼຸດ​ຄວາມ ສ່ຽງ​ໃນ​ການ​ກະ​ຈາຍ​ເຊື້ອພະ​ຍາດໄປ​ໃສ່​ຜູ້​ອື່ນ ແລະ ຊຸມ​ຊົນ ຍົກ​ເວັ້ນ​ຫາກ​ຈຳ​ເປັນ ຕໍ່​ກໍ​ລະ​ນີຫາກ​ພົບ​ບຸກ​ຄົນ​ທີ່​ມີການ​ພົວ​ພັນ​​ກັບ​ກຸ່ມ​ສ່ຽງທີ່​ຕິດ​ເຊື້ອ​​ພະ​ຍາດ covid-19 ກໍ່​ຂໍ​ໃຫ້​ລາຍ​ງານ​ຕໍ່​ຂັ້ນ​ເທີງ ແລະ ຄະ​ນະ​ສະ​ເພາະ​ກິດ​ດ່​ວນ ​ເພື່ອ​ໃຫ້​ນຳ​ຕົວ​ໄປກວດ​ຫາ​ເຊື້ອ​ພະ​ຍາດ ແລະ ປະ​ຕິ​ບັດ​​ການກັກ​ຕົວ​ເອງຕານ​ລະ​ບຽບ​ການ ພ້ອມນັ້ນ ​ກໍ​ຕ້ອງ​ເປັນ​ເຈົ້າ​ກາ​ນ​ເອົາ​ໃຈ​ໃສ່​ໂຄ​ສະ​ນາ ​ເຜີຍແຜ່​ ແລະ ສຶກ​ສາ​ອົບ​ຮົມ​ໃຫ້​ທຸນຄົນຮ່ວມ​ແຮງ​ຮ່ວມ​​ໃຈກັນ​ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ມາດ​ຕະ​ການປ້ອງ​ກັນ ​ໂດຍໃສ່​ຜ້າ​ປິດ​ປາກ​ທຸກ​ຄັ້ງ ຮັກ​ສາ​ໄລຍະ​ຫ່າງ ໝັ່ນ​ລ້າງ​ມື​ດ້ວຍ​ເຈວແອວກໍຮໍ ​ໝັ່ນ​ກວດ​ເຊັກ​ສຸ​ຂະ​ພາບ ຮັກ​ສາ​ອາ​ນາ​ໄມ​ເປັນ​ປະ​ຈຳ ​ຫຼີກລ່ຽງການ​ເຕົ້າ​ໂຮມ​ຄົນ​ຈຳ​ນວນ​ຫຼາຍ ຫາກ​ມີ​ອາ​ການ​ຂ້າງ​ຄຽງ​ສົງ​ໄສ ​ກໍ່ຄວນ​​ໄປ​ພົບ​ແພດ​ໝໍ​ເພື່ອ​​ຮັບ​ການຮັກ​ສາ​ດ່ວນ​ຕາມ​ຫຼັກ​ການ​ແພດ ທັງ​ນີ້​ກໍ່​ເພື່ອ​ເຮັດ​ໃຫ້​ເຊື້ອ​ພະ​ຍາດ covid-19 ​ບໍ່​ແຜ່​​ລະ​ບາດ ແລະ ​ຢຸດກະ​ຈາຍ​ເຊື້ອ​ພະ​ຍາດ​ເປັນ​ວົງ​ກວ້າງ.

# ຂ່າວ & ພາບ : ໄຊບັນດິດ

error: Content is protected !!