ວັນທີ 24 ເມສາ 2021 ສະຫາຍພັນໂທ ບົວລອຍ ໄຊຈະເລີນສຸກ ຫົວໜ້າການເມືອງ ທະຫານເມືອງສັງທອງ ພ້ອມຄະນະ ໄດ້ລົງຕິດຕາມກວດກາກຳລັງອ້າຍນ້ອງທະຫານຕຳຫຼວດທີ່ປະຕິບັດໜ້າທີ່ຢູ່ຈຸດຍາມດ່ານກວດກາ ຄົນເຂົ້າ- ອອກເມືອງ ເພື່ອປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນເມືອງສັງທອງຢ່າງເຂັ້ມງວດ.

ການລົງຢ້ຽມຢາມ ແລະ ຕິດຕາມກວດກາບັນດາດ່ານຄົນເຂົ້າ-ອອກເມືອງຄັ້ງນີ້ ສະຫາຍຫົວໜ້າການເມືອງ ທະຫານເມືອງສັງທອງ ໄດ້ລົງກວດກາຢູ່ 3 ຈຸດເຊັ່ນ:ຈຸດຍາມດ່ານເຕົາໄຫ ດ່ານກວດຈຸດບ້ານປາກສັງ ແລະ ຈຸດບ້ານສຳພັນນາ ກ່ອນອື່ນ ສະຫາຍກໍໄດ້ກ່າວສະແດງຄວາມຊົມເຊີຍຕໍ່ກຳລັງ ປກຊ- ປກສ ທີ່ໄດ້ເອົາໃຈໃສ່ຕໍ່ໜ້າທີ່ຂອງຕົນຕາມຂັ້ນເທິງໄດ້ມອບໝາຍໃຫ້ ແລະ ຍັງໄດ້ເນັ້ນໜັກໃຫ້ພະນັກງານທີ່ປະຈຳຢູ່ແຕ່ລະຈຸດດ່ານກວດກາປ້ອງກັນເມືອງສັງທອງ ໃຫ້ສືບຕໍ່ເອົາໃຈໃສ່ເຮັດໜ້າທີ່ປ້ອງກັນຄວບຄຸມມາດຕະການຢ່າງເຂັ້ມງວດ ຈົນກ່ວາຈະ ມີຄໍາສັ່ງປ່ຽນແປງ.
ໂອກາດດັ່ງກ່າວ ສະຫາຍຫົວໜ້າການເມືອງທະຫານເມືອງສັງທອງ ຍັງໄດ້ນຳເອົາເຂົ້າສານຈຳນວນ 150 ກິໂລກຣາມ ມູນຄ່າ 1.050.000 ກີບ ໂດຍມາຈາກທຶນຮອນຂອງກົມກອງ ເພຶ່ອຊຸກຍູ້ການປ້ອງກັນຄັ້ງນີ້ຕື່ມອີກ.
# ຂ່າວ & ພາບ: ໄຊບັນດິດ