ກະຊວງ ຜທ ສ້າງຂະບວນການສັກຢາກັນພະຍາດໂຄວິດ-19

    ວັນທີ 26 ເມສາ 2021 ຢູ່ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ເປີດຂະບວນການສັກຢາເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍມີທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງກະຊວງ ຜທ ພ້ອມພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງເຂົ້າຮ່ວມ 400 ກວ່າທ່ານ.

    ທ່ານ ກິແກ້ວ ຈັນທະບູຣີ ກ່າວວ່າ: ເນື່ອງຈາກພະຍາດໂຄວິດ-19 ໄດ້ແຜ່ລະບາດຫຼາຍ ໂດຍສະເພາະຢູ່ເຂດຊຸມຊົນທົ່ວນະຄອນຫຼວງວຽງຈັນ ສະນັ້ນ ການສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ມັນຈຶ່ງເປັນມາດຕະການທີ່ສຳຄັນຫຼາຍ ທີ່ພວກເຮົາຈະໄດ້ພ້ອມກັນເຮັດ ເຊິ່ງມັນເປັນທາງອອກທີ່ສຳຄັນ ຖ້າພວກເຮົາໄດ້ຮັບວັກຊິນຢ່າງທົ່ວເຖິງ ມັນກໍຈະສ້າງພູມຄຸ້ມກັນໃຫ້ແກ່ຊຸມຊົນຂອງພວກເຮົາ ນອກຈາກນັ້ນແລ້ວ ພະນັກງານກະຊວງ ຜທ ພວກເຮົາມີຫຼາຍກວ່າ 400 ທ່ານ ທີ່ໄດ້ເຂົ້າມາຮັບການສັກວັກຊິນໃນມື້ນີ້ ເຊິ່ງພວກເຮົາພະຍາຍາມສ້າງຂະບວນການຕັ້ງແຕ່ງມີຄຳສັ່ງເລກທີ່ 15 ຂອງທ່ານນາຍົກລັດຖະມົນຕີອອກມາ ພວກເຮົາກໍໄດ້ປະຕິບັດມາດຕະການຢ່າງເຄັ່ງຄັດ ໜຶ່ງໃນມາດຕະການຂອງການຈັດຕັ້ງປະຕິບັດຄຳສັ່ງເລກທີ 15 ແມ່ນການປຸກລະດົມກັນເພື່ອມາສັກຢາ ແລະ ຜັດປ່ຽນແຜນການມາເຮັດວຽກ ພ້ອມທັງນຳໃຊ້ອຸປະກອນການສື່ສານ ຫຼືອິນເຕີເນັດເຂົ້າມາຊ່ວຍວຽກ ທັງນີ້ ກໍເພື່ອເປັນການຮັກສາໄລຍະຫ່າງຂອງພະນັກງານທຸກຄົນໃນການເຮັດວຽກ.

# ຂ່າວ & ພາບ : ຊິລິການດາ

error: Content is protected !!