ເບຍລາວ ມອບເງິນຊ່ວຍເຫຼືອຕ້ານການແຜ່ລະບາດພະຍາດໂຄວິດ-19 ໃຫ້ ນະຄອນຫຼວງວຽງຈັນ

    ວັນທີ 26 ເມສາ 2021 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ທ່ານ ເຮັນຣິກ ແອນເດີເຊັນ ຜູ້ອໍານວຍການ ບໍລິສັດ ເບຍລາວ ຈໍາກັດ ໄດ້ມອບເງິນຊ່ວຍເຫຼືອປະກອບສ່ວນຕ້ານການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃຫ້ນະຄອນຫຼວງວຽງຈັນ ຈໍານວນ 500 ລ້ານກີບ ຕາງໜ້າຮັບຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ.

    ນອກຈາກມອບໃຫ້ນະຄອນຫຼວງວຽງຈັນແລ້ວ ບໍລິສັດເບຍລາວຍັງຈະສືບຕໍ່ມອບໃຫ້ທຸກແຂວງທີ່ຍັງເຫຼືອອີກແຂວງລະ 100 ລ້ານກີບ ໃນນີ້ ແຂວງຈໍານວນໜຶ່ງທາງພາກໃຕ້ແມ່ນມອບສໍາເລັດແລ້ວ ແລະ ໃນປີ 2020 ບໍລິສັດເບຍລາວກໍໄດ້ເປັນບໍລິສັດທໍາອິດທີ່ມອບເງິນຊ່ວຍລັດຖະບານຕ້ານການລະບາດຂອງເຊື້ອພະຍາດໂຄວິດ-19 ຈໍານວນເງິນ 2 ຕື້ກີບ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!