
ກອງປະຊຸມລາຍງານ ແລະ ປຶກສາຫາລືກ່ຽວກັບສະພາບການລະບາດ ລວມທັງຜົນສຳເລັດການປະຕິບັດມາດຕະການໃນການປ້ອງກັນ ແລະ ຄວບຄຸມພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ຈັດຂຶ້ນວັນທີ13 ເມສາ 2020 ທີ່ກົມສ່ວຍສາອາກອນ ກະຊວງການເງິນ ເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ທັງເປັນຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນພະຍາດ COVID-19.

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດ ໄດ້ລາຍງານວ່າ: ມາຮອດວັນທີ 13 ເມສາ 2020 ມີການກວດວິເຄາະກໍລະນີສົງໄສທັງໝົດ 1.186 ຕົວຢ່າງ ໃນນັ້ນ 19 ກໍລະນີ ຖືກຢັ້ງຢືນທາງຫ້ອງວິເຄາະວ່າຕິດເຊື້ອ COVID-19 ແລະ ຍັງສືບຕໍ່ຕິດຕາມກໍລະນີສຳຜັດໃກ້ຊິດກັບຄົນເຈັບທັງໝົດ 79 ຄົນ ເຊັ່ນວ່າ: ນະຄອນຫຼວງວຽງຈັນ 49 ຄົນ ແຂວງໄຊສົມບູນ 25 ຄົນ ນະຄອນຫຼວງພະບາງ 3 ຄົນ ແຂວງຄຳມ່ວນ 2 ຄົນ ແລະ ແຂວງວຽງຈັນ 1 ຄົນ ແລະ ເລີ່ມແຕ່ວັນທີ 20 ມີນາ 2020 ມີແຮງງານລາວຈຳນວນຫຼວງຫຼາຍ ໄດ້ເດີນທາງກັບຈາກປະເທດໄທ ເຂົ້າຕາມຈຸດຊາຍແດນຕ່າງໆ ມີທັງໝົດ 113.404 ຄົນ ຖືກຈຳກັດໂຕຢູ່ສູນ 68.534 ຄົນ ແລະ 44.870 ຄົນ ການຈຳກັດໂຕຢູ່ເຮືອນ ໂດຍຄອບຄົວຢັ້ງຢືນຮອດປັດຈຸບັນ ຄົບກຳນົດ 14 ວັນແລ້ວ ມີ 22.716 ຄົນ ແລະ ຍັງສືບຕໍ່ຈຳກັດໂຕຢູ່ສູນ ແລະ ເຮືອນມີທັງໝົດ 90.688 ຄົນ.

ສ່ວນຄົນເຈັບທີ່ໄດ້ຮັບການປີ່ນປົວນັ້ນ ແມ່ນຢູ່ໂຮງໝໍມິດຕະພາບ 16 ຄົນ (1 ຄົນຊ່ຽວຊານຕ່າງປະເທດຈາກບໍລິສັດ ພູເບ້ຍມາຍນິງ) ໃນນັ້ນ 15 ຄົນມີອາການເບົາບາງ 10 ຄົນແມ່ນປິ່ນປົວຄົບກຳນົດແລ້ວ ແຕ່ຜົນກວດຍັງພົບເຊື້ອຢູ່ ດັ່ງນັ້ນ ຈຶ່ງສືບຕໍ່ນອນຕິດຕາມອາການ ແລະ ປິ່ນປົວໃຫ້ຢາຈົນຄົບ ສຳລັບຄົນເຈັບອີກ 3 ຄົນທີ່ນອນປິ່ນປົວຢູ່ໂຮງໝໍແຂວງຫຼວງພະບາງ ແມ່ນອາການເບົາບາງ ແຕ່ຜົນກວດຍັງພົບເຊື້ອ ແລະ ສືບຕໍ່ປິ່ນປົວໃຫ້ຢາຈົນຄົບ.
ທ່ານ ພູທອນ ເມືອງປາກ ຍັງໄດ້ກ່າວຕື່ມວ່າ: ການປະຕິບັດຄຳສັ່ງເລກທີ 06/ນຍ ແມ່ນມີຫຼາຍກະຊວງ ອົງການຂັ້ນສູນກາງ ແລະ ອຳນາດການປົກຄອງທ້ອງຖຶ່ນ ແມ່ນໄດ້ເອົາໃຈໃສ່ຜັນຂະຫຍາຍ ມີການເຜີຍແຜ່ ແລະ ຊີ້ນຳການຈັດຕັ້ງປະຕິບັດໄດ້ດີພໍສົມຄວນ ເປັນຕົ້ນແມ່ນການຜັດປ່ຽນກັນປະຈຳການ ການຢູ່ເຮືອນ ຫຼື ທີ່ຢູ່ອາໄສຂອງຕົນເອງ ບໍ່ເດີນທາງໄປທ້ອງຖິ່ນອື່ນ ບໍ່ຈັດກິດຈະກຳ ຫຼື ໂຮມຊຸມນຸມທີ່ມີຜູ້ເຂົ້າຮ່ວມເກີນ 10 ຄົນ ແລະ ອື່ນໆ.