ປັດຈຸບັນນີ້້ ຫຼາຍຄົນຄົງຈະລື້ງເຄີຍໃນການປະຕິບັດ 10 ພຶດຕິກຳສ່ຽງເຫຼົ່ານີ້ ດັ່ງນັ້ນ ຈຶ່ງຄວນຢຸດພຶດຕິກຳນີ້ ເພື່ອປ້ອງກັນການຕິດເຊື້ອພະຍາດໂຄວິດ-19
ໃນ 10 ພຶດຕິກຳສ່ຽງປະກອບມີ :
1.ນຳມືໄປສີຕາ ແລະ ດັງ.

2.ກັບມາຮອດເຮືອນແລ້ວເຂົ້າມານອນຢູ່ໂຊຟາ ຫຼື ສະຖານທີ່ອື່ນໆທັນທີໂດຍບໍ່ອາບນໍ້າ ແລະ ປ່ຽນເຄື່ອງນຸ່ງ

3.ຈັບທຸກສິ່ງທຸກຢ່າງແຕ່ບໍ່ລ້າງມື

4.ບໍ່ໃສ່ຜ້າອັດປາກ-ດັງ ແລະ ພົກເຈວລ້າງມື

5. ຢູ່ໃກ້ກັນ ຫຼື ເວັ້ນໄລຍະຫ່າງຢ່າງໜ້ອຍ 1-2 ແມັດ

6. ກອດຫອມ ຈັບມືຄົນຮັກ ແລະ ຄົນໃນຄອບຄົວ

7. ເຈັບປ່ວຍແລ້ວບໍ່ກັກຕົນເອງຢູ່ເຮືອນ

8. ໃຊ້ສິ່ງຂອງສ່ວນຕົວຮ່ວມກັບຜູ້ອື່ນ

9. ກິນອາຫານທີ່ປຸງແຕ່ງໄວ້ດົນແລ້ວ ແລະ ອາຫານປຸງແຕ່ງບໍ່ສຸກ
10. ຍັງສືບຕໍ່ປາຕີ້ສັງສັນກັບໝູ່ເພື່ອນ

ເພື່ອເປັນການປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ຈຶ່ງຄວນພ້ອມກັນຢຸດເຊົາ 10 ພຶດຕິກຳທີ່ກ່າວມາທາງເທີງນີ້ ຮ່ວມກັນຮັບຜິດຊອບຕໍ່ສັງຄົມ ເລີ່ມໄດ້ທີ່ໂຕເຮົາເອງ.
# ຂ່າວ & ພາບ: ເພັດສະໝອນ