ເມື່ອບໍ່ດົນມານີ້ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ໄດ້ປະກອບສ່ວນສະໜັບສະໜູນສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ ເພື່ອຈັດງານມອບລາງວັນທຸລະກິດດີເດັ່ນແຫ່ງ ສປປ ລາວ ປະຈຳປີ 2021 ເປັນຈຳນວນເງີນ 5.000.000 ກີບ ກ່າວມອບໂດຍທ່ານນາງ ວົງມາລາ ສີສະຫວັດ ຮອງຜູ້ອຳນວຍການບໍລິສັດລັດ ວິສາຫະກິດ ຫວຍພັດທະນາ ແລະ ກ່າວຮັບໂດຍທ່ານນາງ ພັນຄຳ ບຸນເພັງຜາ ຕາງໜ້າພະແນກເຊື່ອມໂຍງພາກພື້ນ ແລະ ສົ່ງເສີມການລົງທຶນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.

ຈຸດປະສົງການມອບຄັ້ງນີ້ ເພື່ອຊຸກຍູ້ສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຫົວໜ່ວຍທຸລະກິດທີ່ດຳເນີນທຸລະກິດຖືກຕ້ອງຕາມກົດໝາຍໃນຂອບເຂດທົ່ວປະເທດຂອງ ສປປ ລາວ ຜູ້ທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ ພ້ອມນັ້ນ ຍັງເປັນການຍ້ອງຍໍຊົມເຊີຍຜູ້ຊະນະເລີດຈາກການສະໝັກຊີງລາງວັນນັກທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ ປະຈຳປີ 2021.
.# ຂ່າວ & ພາບ: ຂັນທະວີ