ວັນທີ 25 ເມສາ 2021 ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ຫົວໜ້າຄະ ນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ເມືອງສັງທອງ ນະຄອນຫຼວງວຽງຈັນ ເພື່ອຕິດຕາມ ກວດກາ ຊຸກຍູ້ ແລະ ຊີ້ນຳການຈັດຕັ້ງປະຕິບັດ ວຽກງານຕ້ານພະຍາດໂຄວິດ-19 ໂດຍມີການນໍາຂອງເມືອງສັງທອງ ແລະ ບ້ານທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ.

ທ່ານ ພົງສະຫວັນ ສີລິພັນ ເຈົ້າເມືອງສັງທອງ ໄດ້ລາຍງານ ສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ການປະຕິບັດມາດຕະການປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄ ວິດ-19 ຂໍ້ສະດວກ ຂໍ້ຫຍຸ້ງຍາກ ຕໍ່ທ່ານຮອງນາຍົກລັດຖະມົນຕີ ຊຶ່ງເຫັນວ່າເມືອງສັງທອງ ມີ 35 ບ້ານ ມີພົນລະ ເມືອງ 33 ພັນກວ່າຄົນ ໄດ້ແບ່ງ ອອກເປັນ 3 ເຂດ ຄື: ເຂດ ລຽບຕາມແຄມແມ່ນໍ້າຂອງ ເຂດສາຍພູພະນັງ ແລະ ເຂດ ລຽບຕາມສາຍນໍ້າສັງ ອາຊີບ ຂອງປະຊາຊົນແມ່ນປູກຝັງ- ລ້ຽງສັດເປັນສ່ວນໃຫຍ່ ໄດ້ປະ ກາດເປັນເມືອງພົ້ນທຸກໃນກາງ ປີ 2014 ມີຊາຍແດນຕິດກັບ ປະເທດເພື່ອນບ້ານປະມານ 50 ກິໂລແມັດ.

ສຳລັບການຈັດຕັ້ງປະຕິບັດ ຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ລົງວັນທີ 21 ເມສາ 2021 ເມືອງສັງທອງໄດ້ສົມທົບກັບ ພາກສ່ວນກ່ຽວຂ້ອງ ຕັ້ງຈຸດກວດຄົນເຂົ້າ-ອອກເມືອງ ຢູ່ສາມຈຸດ ຄື: ຈຸດປາກນໍ້າສັງ ຈຸດສາມແຍກເຕົາໄຫ ແລະ ຈຸດບ້ານສໍາພັນນາ ພ້ອມນີ້ ໄດ້ສົມທົບກັບກໍາລັງ ປກຊ-ປກສ ກວດກາຕາມຊາຍແດນລຽບແຄມແມ່ນໍ້າຂອງ ເພື່ອປ້ອງກັນບໍ່ໃຫ້ມີຄົນລັກລອບເຂົ້າມາແບບບໍ່ຖືກຕ້ອງ.

ໃນໂອກາດນີ້ ທ່ານຮອງນາ ຍົກລັດຖະມົນຕີໄດ້ສະແດງ ຄວາມຊົມເຊີຍ ແລະ ຕີລາຄາສຸງຕໍ່ຄະນະນໍາ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງຂອງເມືອງ ທີ່ໄດ້ປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນເພື່ອປະເທດຊາດ ແລະ ປະຊາຊົນ ດ້ວຍຄວາມເປັນເຈົ້າການ ອັນສຳຄັນ ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ສືບຕໍ່ປະຕິບັດໜ້າ
ທີ່ອັນໜັກໜ່ວງດັ່ງກ່າວໄປຈົນ ກວ່າຈະມີຄໍາສັ່ງປ່ຽນແປງ ເພາະວ່າໄດ້ມີຕົວເລກຜູ້ຕິດເຊື້ອພະຍາດນັບມື້ເພີ່ມຂຶ້ນ ແລະ ຖ້າມີຄວາມຈໍາເປັນ ຈະໄດ້ໃຊ້ມາດຕະການເຂັ້ມງວດຂື້ນຕື່ມ ດັ່ງນັ້ນ ໃຫ້ພ້ອມກັນສຸມໃສ່ບັນດາກຸ່ມສ່ຽງ ເພື່ອພ້ອມກັນແກ້ໄຂໃຫ້ທັນການ ໃຫ້ເພີ່ມທະວີການກວດກາລາດຕະເວນຕາມແມ່ນໍ້າຂອງ ຢ່າງເຂັ້ມງວດ ເພື່ອສະກັດກັ້ນການເຂົ້າເມືອງບໍ່ຖືກກົດໝາຍ ເອົາໃຈໃສ່ໂຄສະນາເຜີຍແຜ່ ຜົນຮ້າຍຂອງພະຍາດໂຄວິດ-19 ຜ່ານທາງໂທລະໂຄ່ງ ຂອງບ້ານຢ່າງເປັນປະຈໍາ ເພື່ອໃຫ້ປະຊາຊົນເຂົ້າໃຈ ພ້ອມທັງ ແນະນຳວິທີປ້ອງກັນ ແລະ ຮັກສາຕົນເອງ ໂດຍສະເພາະ ການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ ເຂົ້າຮ່ວມ ຂະບວນການຕ້ານພະຍາດດັ່ງ ກ່າວຢ່າງແຂງແຮງ ລວມທັງໄປສັກຢາວັກຊີນກັນພະຍາດໂຄວິດ-19 ເພື່ອຊ່ວຍຫຼຸດຜ່ອນ ການແຜ່ລະບາດຂອງພະຍາດ ແລະ ເຮັດໃຫ້ຈຳນວນຜູ້ຕິດ ເຊື້ອພະຍາດຫຼຸດລົງເປັນກ້າວໆ.
ນອກຈາກນີ້ ທ່ານຍັງໄດ້ສະ ແດງຄວາມເຊື່ອໜັ້ນຕໍ່ການປະ ຕິບັດໜ້າທີ່ຂອງຂະແໜງການ ທ້ອງຖິ່ນ ແລະ ການປະກອບ ສ່ວນຂອງທຸກພາກສ່ວນໃນສັງຄົມ ກໍ່ຄືປະຊາຊົນລາວທຸກທົ່ວໜ້າ ຈະເຮັດໃຫ້ພວກເຮົາ ສາມາດຜ່ານຜ່າວິກິດຄວາມຫຍຸ້ງຍາກຄັ້ງນີ້ ໄດ້ໂດຍໄວ.
ໃນການເຄື່ອນໄຫວຊຸກຍູ້ ວຽກງານຢູ່ເມືອງສັງທອງຄັ້ງນີ້ ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະ ຍັງໄດ້ໄປເບິ່ງຈຸດກວດຄົນເຂົ້າ-ອອກເມືອງ ແລະ ຈຸດລຽບຊາຍແດນ.
# ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ