ເພື່ອຕິດຕາມ ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິ ບັດມາດຕະການປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະ ຍາດໂຄວິດ-19 ເວົ້າລວມ ເວົ້າ ສະເພາະ ແມ່ນການສະກັດກັ້ນ ແລະ ແກ້ໄຂບັນຫາຄົນລັກ ລອບເຂົ້າ-ອອກເມືອງແບບບໍ່ຖືກຕ້ອງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໃນວັນທີ 25 ເມສາ 2021 ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີການນຳຂອງນະຄອນຫຼວງວຽງຈັນ ເມືອງຫາດຊາຍຟອງ ແລະ ອົງການປົກຄອງບ້ານຫາດກັນຊາ ແລະ ຫາດດອກແກ້ວ ໃຫ້ການຕ້ອນຮັບ.

ໃນໂອກາດນີ້ ທ່ານນາຍົກ ລັດຖະມົນຕີ ໄດ້ຮັບຟັງການ ລາຍງານສະພາບການຈັດຕັ້ງ ປະຕິບັດມາດຕະການປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະ ຍາດໂຄວິດ-19 ລວມທັງວຽກ ງານສະກັດກັ້ນ ແລະ ແກ້ໄຂ ບັນຫາຄົນລັກລອບເຂົ້າ-ອອກ ເມືອງແບບບໍ່ຖືກຕ້ອງໃນໄລຍະທີ່ຜ່ານມາ ຢູ່ເຂດເມືອງຫາດ ຊາຍຟອງ ແລະ ບ້ານທີ່ຢູ່ລຽບ ຕາມຊາຍແດນຈຳນວນໜຶ່ງ ໂດຍເຫັນວ່າເມືອງຫາດຊາຍ ຟອງມີຊາຍແດນລຽບຕາມ ແມ່ນໍ້າຂອງປະມານ 50 ກິໂລ ແມັດ ມີ 60 ບ້ານ ໃນນັ້ນ ມີ 36 ບ້ານທີ່ມີຊາຍແດນຕິດກັບ ແມ່ນໍ້າຂອງ ມີພົນລະເມືອງ 102.000 ກວ່າຄົນ ຜ່ານມາ ທາງເມືອງ ແລະ ບັນດາບ້ານ ໄດ້ເອົາໃຈໃສ່ວຽກງານໂຄສະ ນາເຜີຍແຜ່ໃຫ້ປະຊາຊົນໄດ້ຮັບ ຮູ້ ແລະ ເຂົ້າໃຈເນື້ອໃນຈິດໃຈ ຂອງຄຳສັ່ງ ເລກທີ 15/ນຍ ລົງວັນທີ 21 ເມສາ 2021 ແລະ ນິຕິກຳອື່ນໆ ເປັນຕົ້ນ ນິຕິກຳ ຂອງຄະນະສະເພາະກິດຂັ້ນ ສູນກາງ ຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ນະຄອນຫຼວງວຽງຈັນ ແລະ ເມືອງຫາດຊາຍຟອງວາງອອກ ເຈົ້າໜ້າທີ່ທີ່ກ່ຽວຂ້ອງໄດ້ເຄື່ອນ ໄຫວກວດກາລາດຕະເວນທັງທາງບົກ ແລະ ທາງນໍ້າຢ່າງເປັນປົກກະຕິ ຕະຫຼອດ 24 ຊົ່ວໂມງ ໄດ້ເກັບສະຖິຕິເຮືອທັງໝົດໃນທົ່ວເມືອງ ແລະ ຢຸດການເດີນເຮືອຂອງປະຊາຊົນຊົ່ວຄາວ ໂດຍໄດ້ຈອດໂຮມ ແລະ ເອົາຂຶ້ນບົກໄວ້ເປັນຈຸດໆ ພ້ອມນີ້ ໄດ້ຕັ້ງຈຸດກວດກາຈຳກັດການເຂົ້າ-ອອກບ້ານ ຂອງປະຊາຊົນ ແລະ ອື່ນໆ.

ຜ່ານການຈັດຕັ້ງປະຕິບັດ ວຽກງານຕົວຈິງ ແມ່ນໄດ້ຮັບ ການຮ່ວມມືຈາກປະຊາຊົນດີສົມຄວນ ເຮັດໃຫ້ຂອບເຂດ ເມືອງ ແລະ ບັນດາບ້ານມີ ຄວາມສະຫງົບ ແລະ ເປັນລະ ບຽບຮຽບຮ້ອຍໂດຍພື້ນຖານ.

ໃນໂອກາດດຽວກັນ ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ອົງການປົກຄອງເມືອງ ຫາດຊາຍຟອງ ອົງການປົກຄອງບ້ານຫາດກັນຊາ ແລະ ຫາດດອກແກ້ວ ເອົາໃຈໃສ່ຕື່ມ ບາງວຽກງານ ເປັນຕົ້ນ ໃຫ້ເພີ່ມທະວີການໂຄສະນາເຜີຍແຜ່ ແລະ ປະຕິບັດບັນດາມາດຕະການທີ່ລັດຖະບານ ກໍຄືຄະນະສະເພາະກິດແຕ່ລະຂັ້ນວາງອອກຢ່າງເຂັ້ມງວດ ເຮັດໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈຕໍ່ຄວາມອັນຕະລາຍ ແລະ ຜົນກະທົບຕາມມາ ຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ເຫດຜົນ ແລະ ຄວາມຈຳເປັນໃນການຈຳກັດການເຂົ້າ-ອອກ ບ້ານ ເຂົ້າ-ອອກເມືອງ ເຜີຍແຜ່ໃຫ້ຄວາມຮູ້ແກ່ປະຊາຊົນ ກ່ຽວກັບການປ້ອງກັນ ແລະ ປິ່ນປົວຕົນເອງຂັ້ນພື້ນຖານ ແບບພື້ນເມືອງທີ່ທ້ອງຖິ່ນມີມູນເຊື້ອ ເອົາໃຈໃສ່ ປຸກລະດົມປະຊາຊົນໃຫ້ສືບຕໍ່ມີຄວາມສາມັກຄີກັນດີ ໃຫ້ການຮ່ວມມືເຊິ່ງກັນ ແລະ ກັນ ພ້ອມກັນເຂົ້າຮ່ວມ ແລະ ປະຕິບັດພັນທະຂອງຕົນໃຫ້ ເປັນຂະເປັນຂະບວນການທີ່ຕັ້ງໜ້າ.

ນອກຈາກນັ້ນ ຍັງໄດ້ເນັ້ນ ໜັກໃຫ້ນະຄອນຫຼວງວຽງຈັນ ຊີ້ນຳພະແນກການທີ່ກ່ຽວຂ້ອງ ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຂອງປະຊົນ ຢູ່ເຂດເມືອງຫາດຊາຍຟອງໃຫ້ເປັນຂະບວນການແຂງແຮງ ຕໍ່ເນື່ອງ ມີປະສິດທິພາບ ປະ ສິດຜົນສູງ ແລະ ຍືນຍົງ ກາຍ ເປັນແຫຼ່ງສະບຽງອາຫານສະ ໜອງໃຫ້ນະຄອນຫຼວງວຽງຈັນ ຢ່າງແທ້ຈິງ.
# ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ