ພະແນກຕຳຫຼວດເສດຖະກິດ ຂື້ນກັບຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ສືບຕໍ່ລົງຕະຫຼາດ ແລະ ສູນການຄ້າ ເພື່ອກວດກາ ສືກສາອົບຮົມ ແລະ ເຮັດສັນຍາປ້ອງກັນການສວຍໂອກາດກັກຕຸນ ແລະ ຂື້ນລາຄາສິນຄ້າ ການເປີດ-ປິດ ຮ້ານຄ້າບໍ່ຖືກຕ້ອງຕາມແຈ້ງການ ຕິດພັນກັບການໃຫ້ຄວາມຮູ້ວິທີປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ພາຍໃນຂອບເຂດເມືອງຈັນທະບູລີ ສີສັດຕະນາກ ໄຊເຊດຖາ ແລະ ເມືອງສີໂຄດຕະບອງ ລວມ 17 ຈຸດ.

ໃນເຂດເມືອງຈັນທະບູລີ ມີຕະຫຼາດໂພນສະຫວ່າງ ຕະຫຼາດທົ່ງຂັນຄໍາ ຕະຫຼາດໂພນຕ້ອງຈອມມະນີ ແລະ ຕະຫຼາດຫ້ວຍຫົງ ເຂດເມືອງສີສັດຕະນາກ ມີຮ້ານເຄມາກເກົາຫຼີ ສູນການຄ້າພາກຊັນ ສູນການຄ້າໂລກວຽງຈັນໃໝ່ ຮ້ານດີມາກດົງປ່າລານ ແລະ ບໍລິສັດ ລາວອາຊຽນ ເມືອງສີໂຄດຕະບອງ ມີຕະຫຼາດອົດຊີ ຕະຫຼາດໜອງໜ້ຽວ ຕະຫຼາດໝາກໄມ້ນາແຮ່ ຕະຫຼາດໜອງດ້ວງ ແລະ ເມືອງໄຊເຊດຖາ ມີຕະຫຼາດໄຮຄໍາ ຕະຫຼາດໂນນຄໍ້ ຕະຫຼາດຜັກປອດສານຜິດສູນໄອເຕັກ.

ເພື່ອຮັບປະກັນບໍ່ໃຫ້ຊາວຄ້າຂາຍສວຍໂອກາດກັກຕຸນ ແລະ ຂື້ນລາຄາສິນຄ້າ ການເປີດ-ປິດຮ້ານບໍ່ຖືກຕ້ອງຕາມແຈ້ງການ ແລະ ຮູ້ວິທີປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຂໍຄວາມຮ່ວມມືມາຍັງຫົວໜ່ວຍທຸລະກິດ ຫ້າງຮ້ານ ແລະ ຊາວຄ້າຂາຍທີ່ໃຫ້ບໍລິການທີ່ມີຄົນຫຼາຍ ຂໍໃຫ້ມີສະຕິຕື່ນຕົວເປັນເຈົ້າການ ພ້ອມກັນຈັດຕັ້ງປະຕິບັດຄຳສັ່ງເລກທີ 15 / ນຍ ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ເພື່ອຕ້ານການລະບາດໂຄວິດ-19.

# ຂ່າວ & ພາບ: ຊິລິການດາ