ຮຽກຮ້ອງສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງຖືກວິທີ ຫຼັງວັນນີ້ຕິດເພີ່ມອີກ 76 ກໍລະນີ

    ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ສະພາບການລະບາດ​ຂອງ​ພະ​ຍາດໂຄວິດ-19 ຢູ່ໃນໂລກ ພາກພື້ນ ແລະ ບັນດາປະເທດໃກ້ຄຽງໃນທົ່ວໂລກ ມີການລາຍງານການລະບາດຂອງພະຍາດໂຄວິດ-19 ທັງໝົດ 219 (ປະເທດ/ເຂດ) ຜູ້ຕິດເຊື້ອສະສົມ 147.025.387 ຄົນ ເສຍຊິວິດສະສົມ 3.111.650 ຄົນ ແລະ ປີ່ນປົວຫາຍດີ 125.029.203 ຄົນ ປະເທດອາເມຣິກາຍັງເປັນອັນດັບ 1 ຜູ້ຕິດເຊື້ອສະສົມຫຼາຍກວ່າ 32 ລ້ານກວ່າຄົນ ແລະ ເສຍຊີວິດສະສົມຫຼາຍກວ່າ 585.871 ຄົນ ອັນດັບ2 ແມ່ນປະເທດອິນເດຍ ມີຜູ້ຕິດເຊື້ອສະສົມ 16 ລ້ານກ່ວາຄົນ ແລະ ເສຍຊີວິດສະສົມ 192.309 ຄົນ.

    ປະເທດອ້ອມຂ້າງ ສປປ ລາວເຮົາ: ໄທ ຜູ້ຕິດເຊື້ອສະສົມ 53.022 ຄົນ (ໃໝ່ 2.839 ຄົນ) ເສຍຊີວິດ 129 ຄົນ (ໃໝ່ 8 ຄົນ) ກຳປູເຈຍ ຜູ້ຕິດເຊື້ອສະສົມ 9.359 ຄົນ (ໃໝ່ 511 ຄົນ) ເສຍຊີວິດ 71 (ໃໝ່ 10 ຄົນ) ສປ ຈີນ: ຜູ້ຕິດເຊື້ອສະສົມ 90.575 (ໃໝ່ 9 ຄົນ) ເສຍຊີວິດ 4.636 (ໃໝ່ 0 ຄົນ) ສສ ຫວຽດນາມ: ຜູ້ຕິດເຊື້ອສະສົມ 2.833 (ໃໝ່ 3 ຄົນ) ແລະ ເສຍຊີວິດ 35 (ໃໝ່ 0 ຄົນ) ມຽນມາ ຜູ້ຕິດເຊື້ອສະສົມ 142.704 (ໃໝ່ 17) ແລະ ເສຍຊີວິດ 3.206 (ໃໝ່ 0 ຄົນ).

    ສຳລັບ ສປປ ລາວ ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ 323 ຄົນ (ໃໝ່ 76)​ ບໍ່ມີຜູ້ເສຍຊີວິດ ປິ່ນປົວຫາຍດີ 49 ຄົນ ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກຳນົດໄວ້ຈຳນວນ 274 ຄົນ ລາຍລະ ອຽດດັ່ງນີ້:

  • ຢູ່ນະຄອນຫຼວງວຽງຈັນ 243 ຄົນ (ໃໝ່ 64)
  • ແຂວງຈຳປາສັກ 7 ຄົນ
  • ແຂວງສາລະວັນ 6​ ຄົນ (ໃໝ່ 5)
  • ແຂວງບໍ່ແກ້ວ 6 ຄົນ (ໃໝ່ 1)
  • ແຂວງສະຫວັນນະເຂດ 5 ຄົນ (ໃໝ່ 2)
  • ຫຼວງນ້ຳທາ 4 ຄົນ (ໃໝ່ 4)
  • ແຂວງວຽງຈັນ 1 
  • ແຂວງຄຳມ່ວນ 1 ຄົນ
  • ແຂວງບໍລິຄຳໄຊ 1 ຄົນ 

    ທຸກຄົນແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.

    ການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ວຽກງານຈຸດຜ່ານແດນ ແລະ ດ່ານສາກົນ ວັນທີ 24 ເມສາ ທົ່ວປະເທດມີຜູ້ເດີນທາງເຂົ້າມ ທັງໝົດ 3.204 ຄົນ ຈຸດຜ່ານດ່ານ ລາວ – ໄທ ທັງໝົດ 1.866 ຄົນ ຈຸດຜ່ານດ່ານ ລາວ – ຈີນ ທັງໝົດ 47 ຄົນ​ ຈຸດຜ່ານດ່ານ ລາວ – ຫວຽດນາມ ທັງໝົດ 1.133 ຄົນ ຈຸດຜ່ານສະໜາມບິນສາກົນວັດໄຕ ທັງໝົດ 158 ຄົນ ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນໃນມື້ວານນີ້ ແມ່ນໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ໄດ້ເກັບຕົວຢ່າງທຸກ​ໆຄົນມາກວດຫາເຊື້ອໂຄວິດ-19 ນຳສົ່ງໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້.​

    ການຕິດຕາມການຈຳກັດບໍລິເວນ ປັດຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ທັງໝົດ 49 ສູນ​ ມີຜູ້ຈຳກັດບໍລິເວນທັງໝົດ 3.678 ຄົນ ທຸກຄົນແມ່ນ​ໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ ໂຄວິດ-19.

    ການເກັບຕົວຢ່າງຊອກຫາເຊື້ອໂຄວິດ-19 ໃນວັນທີ 24 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2.115 ຄົນ ຜົນກວດວິເຄາະທັງໝົດແມ່ນພົບຜູ້ຕິດເຊື້ອໃໝ່ 76 ຄົນ ໃນນັ້ນຈາກນະຄອນຫຼວງ 64 ຄົນ ຫຼວງນໍ້າທາ 4 ຄົນ ສາລະວັນ 5 ຄົນ ສະຫວັນນະເຂດ 2 ຄົນ ແລະ ບໍ່ແກ້ວ 1 ຄົນ.

    ສັງລວມການເກັບຕົວຢ່າງກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດປັດຈຸບັນ ມີທັງໝົດ 1 ແສນກວ່າຕົວຢ່າງ ໃນນັ້ນ ກວດພົບເຊື້ອສະສົມ 323 ຄົນ. 

    ສຳລັບລາຍລະອຽດຂອງຜູ້ຕິດເຊື້ອ 76 ຄົນ (ກໍລະນີຢັ້ງຢືນທີ 248 – 323)

    ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ​ ກ່າວວ່າ: ການລະບາດຂອງພະຍາດໂຄວິດ-19 ຖືວ່າເປັນປັນຫາທາງດ້ານສາທາລະນະສຸກໃນທົ່ວໂລກ ລວມທັງ ສປປ ລາວຂອງພວກເຮົາ ທີ່ກວດຜູ້ຕິດເຊື້ອເພິ່ມທະວີຂຶ້ນຢ່າງເນື່ອງ ຄະນະສະເພາະກິດ ກໍຄືກະຊວງສາທາລະນະສຸກ ຮ່ວມກັບພາກສ່ວນກ່ຽວຂ້ອງ ໄດ້ມີການຄົ້ນຄວ້າ ກະກຽມໂຮງໝໍພາກສະໜາມໃນແຕ່ລະຈຸດ ໂດຍສະເພາະຢູ່ໃນນະຄອນຫຼວງ ເພື່ອໃຫ້ບໍລິການ ແລະ ດູແລປິ່ນປົວຜູ້ຕິດເຊື້ອຢ່າງທົ່ວເຖິງໃຫ້ຫຼາຍຂຶ້ນ.

    ບັນຫາສຳຄັນ ແມ່ນພວກເຮົາໝົດທຸກຄົນຕ້ອງໄດ້ຮ່ວມແຮງຮ່ວມໃຈກັນປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ ກໍຄືແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ລົງວັນທີ 21 ເມສາ 2021 ແລະ ຄຳແນະນຳຂອງຂະແໜງການກ່ຽວຂ້ອງ ຄຽງຄູ່ກັນກັບສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງຖືກວິທີ ໂດຍການໃສ່ຜ້າປິດ-ດັງ ເມື່ອອອກຈາກບ້ານ ລ້າງມືດ້ວຍສະບູ່ໃສ່ນ້ຳສະອາດ ຫຼື ເຈວລ້າງມືຂ້າເຊື້ອເລື້ອຍໆ ເວັ້ນລະຍະຫ່າງທາງສັງຄົມ ຢ່າງໜ້ອຍ 1​ ແມັດຂຶ້ນໄປ ຫຼີກລ່ຽງການໄປສະຖານທີ່ແອອັດ ການປະຕິບັດທັງໝົດນີ້ ກໍແມ່ນເພື່ອປ້ອງກັນຕົວທ່ານເອງ ຄົນໃນຄອບຄົວຂອງທ່ານ ແລະ ສັງຄົມ ໃຫ້ປອດໄພຈາກເຊື້ອພະຍາດໂຄວິດ-19 ການມີສ່ວນຮ່ວມຈາກທຸກພາກສ່ວນໃນສັງຄົມ ມີສ່ວນສຳຄັນຢ່າງຍິ່ງ ທີ່ຈະນຳພາປະເທດຂອງພວກເຮົາ ກ້າວຂ້າມຜ່ານວິກິດໃນຄັ້ງນີ້ໄດ້.

    ສະນັ້ນ ອີກເທື່ອໜຶ່ງ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງອົງການປົກຄອງທ້ອງຖິ່ນ ທະຫານຊາຍແດນ ເຈົ້າໜ້າທີ່ຕຳຫຼວດ ເອົາໃຈໃສ່ເຝົ້າລະວັງ ກວດຂັນຕາມຈຸດຜ່ານແດນທ້ອງຖິ່ນ ແລະ ດ່ານຂ້າມລອຍຢ່າງເຄັ່ງຄັດ ແລະ ເຖິງຄອບຄົວຍາດຕິພີ່ນ້ອງ ຈົ່ງເປັນຫູເປັນຕາຊ່ວຍກັນ ຫາກຮູ້ວ່າມີຄົນໃນຄອບຄົວຂອງທ່ານເດີນທາງມາຈາກປະເທດໃກ້ຄຽງທີ່ກຳລັງມີການລະບາດຢູ່ ຈົ່ງຮີບຮ້ອນນຳຜູ້ກ່ຽວໄປແຈ້ງຕໍ່ເຈົ້າໜ້າທີ່ ເພື່ອສົ່ງຜູ້ກ່ຽວໄປສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງມາກວດຫາເຊື້ອໂດຍໄວ ເພື່ອສະກັດກັ້ນການແຜ່ເຊື້ອໃສ່ຄົນອ້ອມຂ້າງ ແລະ ໄປສູ່ສັງຄົມ.

    ສຳລັບຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອ ຫຼືມີປະຫວັດເດີນທາງໄປຍັງສະຖານທີ່ມີຄວາມສ່ຽງ ຂໍໃຫ້ທ່ານຮີບຮ້ອນຕື່ນຕົວໄປກວດຕາມສະຖານທີ່ທີ່ໄດ້ກຳນົດໄວ້ ແຍກຕົວເອງຈາກຄົນໃນຄອບຄົວຂອງທ່ານ ແລະ ຄົນອ້ອມຂ້າງ ຈົນຄົບກຳນົດ 14 ວັນ.

    ເພື່ອໃຫ້ທ່ານສາມາດຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການຂໍໃຫ້ທ່ານຕິດຕາມຂໍ້ມູນຂ່າວສານທີ່ເປັນທາງການໄດ້ ຈາກເວັບໄຊຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ເຟສບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ແລະ ສາມາດໂທສອບຖາມ ສາຍດ່ວນ 165 ແລະ 166.​

# ຂ່າວ & ພາບ : ສີ​ພອນ ຈັນທະດາລາ

error: Content is protected !!