ອົງການກາແດງລາວ ໄດ້ຮັບອຸປະກອນປ້ອງກັນພະຍາດໂຄວິດ-19

    ວັນ​ທີ 13 ເມ­ສາ 2020 ຢູ່​ທີ່​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ໄດ້​ມີ​ພິ­ທີ​ມອບ-ຮັບ​ອຸ­ປະ­ກອນ​ປ້ອງ​ກັນ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ໂດຍ​ກ່າວ​ມອບ​ຂອງ​ທ່ານ ດຣ ຈັນ​ເພັງ ສຸດ­ທິ​ວົງ ຕາງ​ໜ້າງ​ຈາກ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ແລະ ກ່າວ​ຮັບ​ຂອງ​ທ່ານ ສິງ ເມ​ໂນ​ລາດ ຮອງ​ປະ­ທານ​ອົງ­ການ​ກາ­ແດງ​ລາວ ພ້ອມ​ດ້ວຍ​ຜູ້­ຕາງ­ໜ້າ​ຈາກ​ບໍ­ລິ­ສັດ ລາວ-ຢູ​ນານ ອິນ​ເນີ​ຈີ້ ເພື່ອ​ການ​ລົງ­ທຶນ ຈຳ­ກັດ ແລະ ອ້າຍ​ນ້ອງ​ອາ­ສາ​ກູ້​ໄພ 1625 ອົງ­ການ​ກາ­ແດງ​ລາວ ເຂົ້າ​ຮ່ວມ.

    ເຄື່ອງ​ທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້ ປະ­ກອບ​ມີ ຖັງ​ບັນ­ຈຸ​ນ້ຳ​ຂະ­ໜາດ 1000 ລິດ 2 ຖັງ ຈັກ​ລ້າງ​ອັດ​ສີດ​ນ້ອຍ 5 ໜ່ວຍ ຈັກ​ພົ່ນ​ຢາ​ຮຸ່ນ​ໃຊ້​ນ້ຳ­ມັນ 3 ເຄື່ອງ ໜ້າ​ກາກ 3M N-95 30 ອັນ ເກີບ​ໂບກ 10 ຄູ່ ຖົງ­ມື​ຢາງ​ສີ​ສົ້ມ 20 ຄູ່ ລວມ​ມູນ​ຄ່າ​ໃນ​ການ​ຊ່ວຍ­ເຫຼືອ​ໃນ​ຄັ້ງ​ນີ້ 9.060.000 ກີບ ໂດຍ​ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ຈາກ​ບໍ­ລິ­ສັດ ລາວ-ຢູ​ນານ ອິນ​ເນີ​ຈີ ເພື່ອ​ການ​ລົງ­ທຶນ ຈຳ­ກັດ ຈຸດ­ປະ­ສົງ​ກໍ​ເພື່ອ​ເປັນ​ການ​ປະ­ກອບ­ສ່ວນ ເຂົ້າ​ໃນ​ການ​ສະ­ກັດ​ກັ້ນ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ທີ່​ກຳ­ລັງ​ລະ­ບາດ​ຢູ່​ໃນ ສປປ ລາວ ເພື່ອ​ເຮັດ​ໃຫ້­ການ​ລະ­ບາດ​ຫຼຸດ​ໜ້ອຍ​ລົງ.

error: Content is protected !!