ຕອນເຊົ້າວັນທີ 24 ເມສາ 2021 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການແລະ ການລົງທຶນ ພ້ອມຄະນະເຊິ່ງຕິດຕາມໄປນຳ ປະກອບມີທ່ານລັດຖະມົນຕີ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນບັນດາຫົວໜ້າກົມ ຫົວໜ້າພະແນກການກ່ຽວຂ້ອງ ເຈົ້າເມືອງຫາດຊາຍຟອງ ແລະພະນັກງານ ໄດ້ລົງໄປກວດກາຕິດຕາມດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ຢູ່ເມືອງຫາດຊາຍຟອງນະຄອນຫຼວງວຽງຈັນ.

ການລົງໄປຕິດຕາມກວດກາຢູ່ດ່ານຄັ້ງນີ້ ຖືກຕ້ອນຮັບ ແລະຮັບຟັງການລາຍງານສະພາບຫຍຸ້ງຍາກໂດຍຫຍໍ້ ໃນການຈັດຕັ້ງປະຕິບັດກວດຄົນເຂົ້າ-ອອກດ່ານ ຂອງເຈົ້າໜ້າທີ່ປະຈຳດ່ານ ເປັນຕົ້ນ ພະນັກງານແພດໝໍ ເຈົ້າໜ້າທີ່ຕຳຫຼວດ ຕມ ພາສີ ແລະພະນັກງານກ່ຽວຂ້ອງ ຈາກທ່ານ ພັນເອກ ຄຳພອນ ເທບພະວົງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນ ຂົວມິດຕະພາບລາວ-ໄທ ແຫ່ງທີ 1 ແລະ ໜ່ວຍງານສະເພາະກິດກ່ຽວຂ້ອງນະຄອນຫຼວງ ເຊິ່ງບັນຫາຫຍຸ້ງຍາກ ແມ່ນການກວດຄົນຜ່ານດ່ານ ເປັນຕົ້ນແມ່ນແຮງງານລາວທີ່ໄປເຮັດວຽກຢູ່ໄທກັບຄືນປະເທດຜ່ານດ່ານແຫ່ງນີ້ເປັນຈຳນວນຫຼວງຫຼາຍ ນັບແຕ່ຕົ້ນປີ 2020 ຮອດປັດຈຸບັນ ມີເຖິງ 11.547 ຄົນ ຍິງ6.826 ຄົນ ແຕ່ວິຊາການສາທາພັດມີໜ້ອຍ ບັນຫາໂຊເຟີລົດເຂົ້າມາທີ່ມີຄວາມສ່ຽງໃນໄລຍະລໍຖ້າປ່ຽນຖ່າຍໂຊເຟີລາວ ຍັງມີບາງບໍລິສັດຍັງເຮັດບໍ່ທັນໄດ້ດີ ແລະຝ່າຍລາວເຮົາກໍຍັງມີໂຊເຟີຮອງຮັບບໍ່ພຽງພໍ ເປັນຕົ້ນ ໂຄງການໃຫຍ່ ການຂົນສົ່ງສິນຄ້າຍ່ອຍວັດສະດຸກໍ່ສ້າງ ເຄື່ອງອຸປະໂພກບໍລິໂພກເຂົ້າໄປໃນເມືອງ ແລະອື່ນໆ ນອກນີ້ ໃນຜ່ານມາ ຍັງມີຄົນລັກລອບເຂົ້າເມືອງຜິດກົດໝາຍ ເປັນຕົ້ນ ລັກຂຶ້ນລົດບັນທຸກສິນຄ້າ ແລະ ຍ່າງມານຳຂົວ ບັນຫາງົບປະມານຮັບໃຊ້ວຽກງານ ແລະ ອຸປະກອນການແພດບໍ່ພຽງພໍ ສະຖານທີ່ກັກຂັງຄົນຕ່າງປະເທດທີ່ລັກລອບເຂົ້າມາລາວຍັງບໍ່ມີ ແລະ ອື່ນໆ.
ໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ໄດ້ໃຫ້ຂະແໜງການກ່ຽວຂ້ອງຂຶ້ນຊີ້ແຈງບັນຫາທີ່ຂະແໜງການກ່ຽວຂ້ອງສະເໜີມາ ຈາກນັ້ນທ່ານໄດ້ໃຫ້ທິດຊີ້ນຳສຳຄັນໃຫ້ນະຄອນຫຼວງ ກໍຄືດ່ານເອົາໃຈໃສ່ເຂັ້ມງວດ ກວດກາຄົນເຂົ້າ-ອອກດ່ານ ເປັນຕົ້ນ ໂຊເຟີລົດ ແລະ ພະນັກງານຂົນສິນຄ້າລົດຈາກລົດ ເພື່ອຮັບປະກັນບໍ່ໃຫ້ມີຜູ້ນຳເຊື້ອພະຍາດໂຄວິດມາແຜ່ລະບາດຢູ່ລາວເຮົາ ໂຊເຟີແຕ່ລະຄົນຕ້ອງມີໃບກວດສຸຂະພາບຈາກປະເທດຕົ້ນທາງແລະ ມາຮອດປະເທດເຮົາຕ້ອງມີຫ້ອງໃຫ້ເຂົາເຈົ້າພັກທີ່ປອດໄພ ບໍ່ໃຫ້ໄປປົນເປກັບຄົນອື່ນ ຕ້ອງມີສະຖານທີ່ຕ່າງຫາກ ເພື່ອກັກຂັງຄົນຕ່າງປະເທດທີ່ລັກລອບເຂົ້າເມືອງຜິດກົດໝາຍ ສ່ວນງົບປະມານມອບໃຫ້ຂະແໜງການກ່ຽວຂ້ອງຂັ້ນສູນກາງໄປຄົ້ນຄວ້າເບິ່ງຄືນ ໂຊເຟີລົດຕ້ອງກວດໂຄວິດ 72 ຊົ່ວໂມງຈຶ່ງໃຫ້ເຂົ້າມາໄດ້ ສິ່ງສຳຄັນ ໃຫ້ທຸກໜ່ວຍງານປະສານສົມທົບກັນເຮັດໜ້າທີ່ຂອງຕົນໃຫ້ມີຜົນສຳເລັດ ພ້ອມກັນຄວບຄຸມແລະ ຕ້ານພະຍາດໂຄວິດບໍ່ໃຫ້ແຜ່ລາມເປັນວົງກວ້າງ ປິດນະຄອນຫຼວງບໍ່ໃຫ້ຄົນໃນອອກແລະ ບໍ່ໃຫ້ຄົນນອກເຂົ້າ ເພື່ອບໍ່ໃຫ້ນຳເຊື້ອໄປຂະຫຍາຍຢູ່ຕ່າງແຂວງ ມີຫຍັງກໍໃຫ້ແກ້ໄຂຢູ່ນະຄອນຫຼວງໃຫ້ໄດ້.
# ຂ່າວ & ພາບ: ສົມສະຫວັນ