ການນຳ ລົງກວດກາສະຖານທີ່ຮອງຮັບຄົນເຈັບຕິດພະຍາດໂຄວິດ

   ຕອນບ່າຍວັນທີ 24 ເມສາ 2021 ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງແຜນການແລະ ການລົງທຶນ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຫົວໜ້າກົມ ແລະພະນັກງານທີ່ກ່ຽວຂ້ອງ ໄດ້ລົງໄປກວດກວດກາອາຄານສຳນັກງານສະຫະພັນກີລາບານເຕະແຫ່ງຊາດລາວ ທີ່ຕັ້ງຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ເພື່ອຈະເອົາເປັນສະຖານທີ່ຮອງຮັບຄົນເຈັບເບົາບາງຍ້ອນຕິດເຊື້ອພະຍາດໂຄວິດ-19 ຖືກຕ້ອບຮັບໂດຍທ່ານປະທານສະຫະພັນກີລາບານເຕະແຫ່ງຊາດລາວ ພ້ອມຄະນະແລະ ພະນັກງານ.

    ໂອກາດນີ້ ໄດ້ຮັບຟັງການລາຍງານສະພາບພື້ນຖານໂຄງລ່າງ ເປັນຕົ້ນແມ່ນອາຄານທີ່ຈະປັນສະຖານທີ່ຮອງຮັບຄົນເຈັບເບົາບາງຈາກການຕິດເຊື້ອພະຍາດໂຄວິດ ເນື່ອງຈາກປັດຈຸບັນ ພະຍາດໂຄວິດກຳລັງລະບາດ ມີຜູ້ຕິດເຊື້ອເປັນຈຳນວນຫຼາຍໃນແຕ່ລະວັນທຽບໃສ່ເມື່ອກ່ອນ ດັ່ງນັ້ນ ຖ້າຄົນເຈັບລົ້ນຈາກຈຸດອື່ນ ກໍຕ້ອງເອົາສະຖານທີ່ແຫ່ງນີ້ເປັນບ່ອນຮອງຮັບໃນການນອນຮັກສາປິ່ນປົວ ເຊິ່ງສະຖານທີ່ແຫ່ງນີ້ສາມາດຮອງຮັບໄດ້ຫຼາຍຮ້ອຍຄົນ ເພາະມີອາຄານຫໍພັກນັກກີລາ ແລະ ສະໂມສອນແບບເປັນຫ້ອງໂລ່ງກວ້າງຂວາງ ແລ ະເປັນຫ້ອງນອນສະເພາະ ມີຫ້ອງນໍ້າ ແລະ ອື່ນໆທີ່ເປັນສະຖານທີ່ເໝາະສົມ ທັງຢູ່ໃກ້ໃນເມືອງ ສະດວກໃນການຂົນສົ່ງຄົນເຈັບ ແຕ່ບັນຫາຫຍຸ້ງຍາກ ຍັງບໍ່ທັນມີອຸປະກອນຮອງຮັບພຽງພໍ ເປັນຕົ້ນ ຕຽງນອນ ແລະ ບໍ່ມີອຸປະກອນການແພດ.

    ພາຍຫຼັງຮັບຟັງການງານລາຍສະພາບລວມ ກໍຄືການກຽມຄວາມພ້ອມຂອງເຈົ້າຂອງສະຖານທີ່ແລ້ວ ທ່ານຮອງນາຍົກ ໄດ້ຊີ້ນຳໃຫ້ນະຄອນຫຼວງ ແລະ ກະຊວງສາທາ ປະສານສົມທົບກັບສະຫະພັນບານເຕະແຫ່ງຊາດລາວ ເພື່ອພ້ອມກັນກະກຽມຄວາມພ້ອມທຸກດ້ານ ເພື່ອເອົາສະຖານທີ່ແຫ່ງນີ້ເປັນບ່ອນຮອງຮັບຄົນເຈັບ ຖ້າໃນກໍລະນີມີຈຳນວນຄົນເຈັບເພີ່ມຂຶ້ນເລື້ອຍໆ ເພື່ອຮັກສາປິ່ນປົວໃຫ້ທັນເວລາ ຈາກນັ້ນ ທ່ານຮອງນາຍົກພ້ອມຄະນະ ຍັງໄດ້ໄປເລາະເບິ່ງສະຖານທີ່ຕົວຈິງຕື່ມອີກ.

# ຂ່າວ & ພາບ : ສົມສະຫວັນ

error: Content is protected !!