ເພື່ອສ້າງຄວາມພ້ອມທຸກດ້ານ ໃນການປ້ອງກັນ ເຝົ້າລະວັງ ແລະ ຮັບມືການລະບາດຂອງພະຍາດໂຄວິດ-19 ພ້ອມກຽມສະຖານທີ່ຮອງຮັບໃນການປິ່ນປົວຜູ້ຕິດເຊື້ອພະຍາດດັ່ງກ່າວ ວັນທີ 24 ເມສາ 2021 ທ່ານພົນເອກ ຈັນສະໝອນ ຈັນຍະລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະ ໄດ້ລົງຕິດຕາມກວດກາຄວາມພ້ອມໃນການສ້າງໂຮງໝໍສະໜາມ ເພື່ອຮອງຮັບໃຫ້ແກ່ຜູ້ຕິດເຊື້ອໂຄວິດ-19 ທີ່ມີການລະບາດຮອບໃໝ່ ຢູ່ທີ່ສູນຈຳກັດບໍລິເວນ ຫຼັກ 27.

ການລົງຕິດຕາມກວດການຄັ້ງນີ້ ແມ່ນໄດ້ລົງເບິ່ງສະຖານທີ່ຕົວຈິງ ເຖິງຄວາມພ້ອມ ຄວາມເໝາະສົມ ແລະ ບັນດາອາຄານ ຫ້ອງຮອງຮັບ ອຸປະກອນ ບຸຄະລາກອນ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ຈາກນັ້ນ ທ່ານກໍໄດ້ຮັບຟັງການລາຍງານເຖິງລາຍລະອຽດຂອງອາຄານ ແລະ ການຈັດຕັ້ງປະຕິບັດວຽກງານຂອງສູນໃນໄລຍະຜ່ານມາ ເຊິ່ງສູນມີອາຄານຈໍາກັດບໍລິເວນ 7 ອາຄານ ແຕ່ລະອາຄານປະກອບມີ 44 ຫ້ອງ ແລະ ຫ້ອງໜຶ່ງສາມາດນອນໄດ້ 3-4 ສີ່ຄົນ ພາຍໃຕ້ການຊີ້ນໍາຄະນະສະເພາະກິດ ກະຊວງປ້ອງກັນປະເທດ ໄດ້ໃຫ້ຈັດການກຽມຄວາມພ້ອມສ້າງໂຮງໝໍພາກສະໜາມຢູ່ສູນຈໍາກັດບໍລິເວນດັ່ງກ່າວ ໃນນີ້ໄດ້ກໍານົດເອົາຕຶກສອງຊັ້ນຂອງກອງພັນຍິງປືນອາຊຽນ ມາຮອດປັດຈຸບັນ ໄດ້ກຽມພ້ອມສະຖານທີ່ ປະກອບມີຕຽງນອນ 800 ຕຽງ ແລະ ກະກຽມເພີ່ມເຕີມ ເປັນຕົ້ນ ຫ້ອງນໍ້າໃຫ້ແກ່ຜູ້ເຈັບປ່ວຍ ເພື່ອອໍານວຍຄວາມສະດວກຮອບດ້ານໃຫ້ແກ່ການປະຕິບັດງານຮັບໃຊ້ຜູ້ຕິດເຊື້ອ ໃນກໍລະນີຖ້າເກີດລະບາດຫຼາຍເຫຼືອຈາກບັນດາໂຮງໝໍສູນກາງ ໂຮງໝໍທີ່ກໍານົດ ຈະເອົາອອກມາໂຮງໝໍພາກສະໜາມ ສ່ວນອຸປະກອນການແພດຍັງນໍາສະເໜີຄະນະສະເພາະກິດລັດຖະບານ ເພື່ອປະກອບເພີ່ມເຕີມຈໍານວນໜຶ່ງ ສໍາລັບບຸຄະລາກອນການແພດ ໄດ້ຈັດຕັ້ງເປັນ 3 ທີມ ໂດຍອີງໃສ່ກຳລັງນັກສຶກສາແພດປະລິນຍາຕີປີທີ 5 ປີທີ 6 ແລະ ແພດຢູ່ບັນດາໂຮງໝໍ ໂດຍສະເພາະ ໂຮງໝໍ 103 ໂຮງໝໍທະຫານນະຄອນຫຼວງວຽງຈັນ ໂຮງໝໍກອງພັນໃຫຍ່ຕ່າງໆປະກອບເຂົ້າ ນອກນັ້ນ ເພື່ອຮັບປະກັນການຮັບໃຊ້ໃຫ້ມີຄວາມຄ່ອງແຄ້ວ ກໍໄດ້ມີການຈັດຕັ້ງເຝິກອົບຮົມໃຫ້ທີມແພດໝໍຕື່ມອີກ.

ໂອກາດນີ້ ທ່ານ ຈັນສະໝອນ ຈັນຍະລາດ ກໍໄດ້ໃຫ້ທິດຊີ້ນຳ ໂດຍໄດ້ກ່າວບາງຕອນວ່າ: ຜ່ານການລົງກວດກາເບິ່ງຕົວຈິງ ໃນອາຄານຫຼັງນີ້ ເຫັນໄດ້ວ່າມີຄວາມເໜມາະສົມ ເປັນສະຖານທີ່ກວ້າງຂວາງ ອາກາດປອດໂປ່ງ ແລະ ຕາມການລາຍງານ ກໍເຫັນວ່າມີຄວາມພ້ອມທີ່ຈະຮອງຮັບໃຫ້ແກ່ຜູ້ທີ່ຕິດເຊື້ອໃນການເຂົ້າຮັບການປິ່ນປົວ ຫາກມີເຫດການສຸກເສີນ ແຕ່ແນວໃດກໍຕາມ ທຸກພາກສ່ວນກໍຕ້ອງເອົາໃຈໃສ່ຮັບຜິດຊອບໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ພ້ອມແນະນຳໃຫ້ຜູ້ທີ່ເຂົ້າມາກັກກັນຄັດຕອງຫາເຊື້ອ ແລະ ຈະເຂົ້າມາໃໝ່ ຕ້ອງປະຕິບັດມາດຕະການປ້ອງກັນພະຍາດຢ່າງເຄັ່ງຄັດ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນຮ່ວມກັນຜ່າວິກິດຄັ້ງນີ້ໄປໃຫ້ໄດ້ ເຊິ່ງຖືເປັນບັ້ນຮົບໜຶ່ງທີ່ຕ້ອງການຄວາມສາມັກຄີໃນການຮ່ວມມືຮ່ວມໃຈກັນ ສຳຄັນຕ້ອງມີສະຕິລະມັດລະວັງຕົວ ຕິດຕາມຂໍ້ມູນຂ່າວສານຈາກແຫຼ່ງທີ່ຖືກຕ້ອງ ແລະ ປະຕິບັດມາດຕະການປ້ອງກັນໃຫ້ເຂັ້ມງວດ ແລະ ຂໍເປັນກຳລັງໃຈໃຫ້ທີມແພດໝໍ ຕະຫຼອດຮອດທຸກພາກສ່ວນທີ່ປະຕິບັດວຽກງານ ຈົ່ງສຳເລັດໜ້າທີ່ ມີຄວາມປອດໄພ ແລະ ສາມາດຢຸດການລະບາດຂອງພະຍາດດັ່ງກ່າວນີ້ໂດຍໄວ.

# ຂ່າວ & ພາບ: ຂັນທະວີ