ວັນທີ 24 ເມສາ 2021 ທ່ານ ພົນເອກ ຈັນສະໜອມ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະ ໄດ້ໄປຢ້ຽມຢາມ ໃຫ້ກຳລັງໃຈພະນັກງານແພດໝໍທີ່ປະຕິບັດໜ້າທີ່ຕ້ານ ສະກັດກັ້ນພະຍາດໂຄວິດ-19 ຢູ່ໂຮງໝໍມິດຕະພາບ 103 ໂດຍມີທ່ານ ພັນເອກ ສຸລິພັນ ເພັດຈັນທະລາ ຫົວໜ້າການທະຫານ ໂຮງໝໍ 103 ພ້ອມຄະນະໃຫ້ການຕ້ອນຮັບ.
ທ່ານ ພັນເອກ ສຸລິພັນ ເພັດຈັນທະລາ ໄດ້ລາຍງານບັນດາກິດຈະກຳການເຄື່ອນໄຫວ ເພື່ອຕອບໂຕ້ການລະບາດໂຄວິດ-19 ໂດຍສະເພາະ ການກະກຽມສະຖານທີ່ ລະບົບເຂົ້າ-ອອກໂຮງໝໍ ມີການປິດທາງເຂົ້າປະຕູໃຫຍ່ ເປີດປະຕູໂຂງນ້ອຍ 24 ຊົ່ວໂມງ ຕັ້ງຈຸດຄັດຈ້ອນ (ວັດແທກອຸນຫະພູມ) ຄົນເຂົ້າ-ອອກໃນໂຮງໝໍ 24 ຊົ່ວໂມງ ປິດປະຕູດ້ານຫຼັງ ຄວບຄຸມການສັນຈອນພາຍໃນໂຮງໝໍໃຫ້ເປັນລະບົບດຽວ ລະບົບການບໍລິການຄົນເຈັບໃນໂຮງໝໍ ມີຕຶກນອນຄົນເຈັບໃນປັດຈຸບັນ 1 ຫຼັງ 63 ຕຽງ ມີຫ້ອງນອນຄົນເຈັບໜັກ 8 ຕຽງ ມີລະບົບອົກຊີ ລະບົບກຳຈັດຂີ້ເຫຍື້ອ ລະບົບປ່ຽນຖ່າຍຊຸດ PPE ແລະ ມີຕຶກໃຫ້ພະນັກງານກັກຕົວ 2 ຫຼັງ.
ສ່ວນການຈັດສັນບຸຄະລາກອນ ມີທີມແພດປິ່ນປົວຄົນເຈັບ ຈັດໃຫ້ມີ 5 ທີມ ແຕ່ລະທີມມີ 20 ຄົນ ຕົວຈິງມີ 3 ທີມ ລວມທັງ ຊ່າງໄຟຟ້າ ແລະ ນ້ຳປະປາ ໜ່ວຍງານເກັບຕົວຢ່າງ 2 ທີມ ແລະ ຄະນະສະເພາະກິດຂັ້ນໂຮງໝໍ ໜ່ວຍງານສັກວັກຊິນ ມີການຈັດຕັ້ງ ແລະ ເຝິກອົບຮົມພະນັກງານ ກຽມສະຖານທີ່ ແບ່ງເປັນ 3 ໜ່ວຍ ແລະ ພາກສ່ວນຮັບປະກັນ ສ່ວນອຸປະກອນການແພດ ມີການກະກຽມພ້ອມຄົບຊຸດທຸກຢ່າງເພື່ອຮັບປະກັນການປະຕິບັດວຽກງານ.

ໂອກາດນີ້ ທ່ານຮອງນາຍົ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການເສຍສະຫຼະຂອງບັນດາພະນັກງານແພດໝໍ ລວມທັງເຈົ້າໜ້າທີ່ປະຕິບັດງານທຸກທ່ານ ທີ່ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ ພ້ອມກ່າວເນັ້ນໃຫ້ພະນັກງານແພດໝໍຈົ່ງສືບຕໍ່ຜົນງານຂອງຕົນ ໃນການປະຕິບັດໜ້າທີ່ ພ້ອມອອກແຮງເຜີຍແຜ່ສຶກສາອົບຮົມແພດໝໍ ແລະ ໃຫ້ຂໍ້ມູນຂ່າວສານແກ່ພໍ່ແມ່ປະຊາຊົນໃນຫຼາຍຮູບແບບ ເພີ່ມຄວາມຮັບຜີດຊອບໃຫ້ສູງ ເນັ້ນການປະຕິບັດໜ້າທີ່ວຽກງານຢ່າງມີແບບແຜນ ຕິດຕາມກວດກາຢ່າງລະອຽດຕະຫຼອດ 24 ຊົ່ວໂມງ ພິເສດ ໃຫ້ສືບຕໍ່ຊຸກຍູ້ສັກຢາວັກຊິນໃຫ້ທົ່ວເຖິງ.

ໃນວັນດຽວກັນ ທ່ານຄະນະໄດ້ລົງຢ້ຽມຢາມສູນກັກກັນ ຫຼັກ 27 ໂດຍມີທ່ານພັນເອກ ດຣ ນາງ ວັນເພັງ ພວງສະວະດີ ຫົວໜ້າຮັບຜິດຊອບສູນກັກກັນ ຫຼັກ 27 ໃຫ້ການຕ້ອນຮັບ ພ້ອມທັງລາຍງານການກະກຽມສະຖານທີ່ທີ່ພັກອາໄສ ຕຽງນອນ ລວມເຖິງສະຖານທີ່ສຸຂະອະນາໄມ ໄວ້ສຳລັບຮອງຮັບຜູ້ທີ່ມາຈາກພື້ນທີ່ສ່ຽງ ຫຼືມີການໃກ້ຊິດກັບຜູ້ທີ່ຕິດເຊື້ອ.

# ຂ່າວ & ພາບ: ບຸນມີ