ວັນທີ 23 ເມສາ 202 ຫ້ອງການສາທາລະນະສຸກເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ສົມທົບບ້ານຮ່ອງໄກ່ແກ້ວ ໄດ້ລົງສີດນ້ຳຢາຂ້າເຊື້ອຢູ່ຮ້ານຄາຣາໂອເກະ 8118 ຮ້ານບັນເທີງວອດຄລັບ ແລະ ຮ້ານເຂົ້າປຽກໄກ່ຜູ້ໂອກ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຈາກກໍລະນີທີ 59 ເຄື່ອນໄຫວໃຊ້ບໍລິການ.

ທ່ານ ເພັດສະໝອນ ເພັງເມືອງຄຸນ ເຈົ້າຂອງຮ້ານຄາຣາໂອເກະ 8118 ແລະ ຮ້ານບັນເທີງ ວອດຄລັບ ກ່າວວ່າ: ພາຍຫຼັງຮູ້ຂ່າວວ່າ ກໍລະນີທີ 59 ທີ່ເປັນນັກສຶກສາຕິດເຊື້ອພະຍາດໂຄວິດ-19 ທີ່ເຂົ້າມາໃຊ້ບໍລິການແຕ່ວັນທີ 7 ແລະ 11 ເມສາ 2021 ພາຍຫຼັງຄະນະສະເພາະກິດແຈ້ງໃຫ້ຮັບຮູ້ ທາງຮ້ານກໍໄດ້ປິດໃຫ້ບໍລິການ ແລະ ສີດຢາຂ້າເຊື້ອພະຍາດຢ່າງເລັ່ງດ່ວນ 1 ຄັ້ງ ແລະ ໃຫ້ພະນັກງານທຸກຄົນໄປກວດຫາເຊື້ອພະຍາດ ຜົນອອກມາເປັນລົບ ແລະ ບໍ່ຕິດເຊື້ອພະຍາດຈັກຄົນ.

ປັດຈຸບັນ ພະນັກງານຂອງຮ້ານພວກເຮົາແມ່ນກໍາລັງກັກຕົວຢູ່; ການທີ່ສາທາເມືອງໄດ້ລົງມາສີດຢາຂ້າເຊື້ອໃຫ້ໃນຄັ້ງນີ້ ແມ່ນເປັນຜົນດີຫຼາຍ ທີ່ຈະເຮັດໃຫ້ຮ້ານຄາຣາໂອເກະ ແລະ ຮ້ານບັນເທີງຂອງພວກຂ້າພະເຈົ້າປອດໄພຈາກເຊື້ອພະຍາດໂຄວິດ-19.

ທ່ານ ວິໄລ ວົງໄຊ ນາຍບ້ານຮ່ອງໄກ່ແກ້ວ ກ່າວຕື່ມອີກວ່າ: ພາຍຫຼັງຮັບຂ່າວຈາກໜ່ວຍສະເພາະກິດວ່າ ບ້ານຂອງພວກຂ້າພະເຈົ້າມີຜູ້ຕິດເຊື້ອໂຄວິດ-19 ເຄື່ອນໄຫວ ໃຊ້ບໍລິການຮ້ານຄາຣາໂອເກະ ຮ້ານບັນເທີງ ແລະ ຮ້ານເຂົ້າປຽກ ທາງອົງການປົກຄອງບ້ານ ກໍໄດ້ປະກາດທາງໂທລະໂຄ່ງທຸກໆວັນ ເພື່ອໃຫ້ພໍ່ແມ່ປະຊາຊົນ ແລະ ຊາວຄ້າຂາຍຢູ່ພາຍໃນບ້ານຮັບຮູ້ ພ້ອມທັງປຸກລະດົມໃຫ້ພວກເພີ່ນປ້ອງກັນຕົນເອງຢ່າງເຂັ້ມງວດ ສ່ວນຮ້ານຄາຣາໂອເກະ ຮ້ານບັນເທີງຕ່າງໆທີ່ມີຄວາມສ່ຽງພາໃຫ້ແຜ່ເຊື້ອນັ້ນ ພວກເຮົາໃຫ້ປິດກິດຈະການຊົ່ວຄາວທັງໝົດ.
# ຂ່າວ & ພາບ: ໄຊບັນດິດ