ວັນທີ 24 ເມສາ 2021 ທ່ານ ດຣ ສະໜອງ ທອງຊະນະ ຜູ້ອໍານວຍການໂຮງໝໍມິດຕະພາບ ໃຫ້ສໍາພາດວ່າ: ຄືດັ່ງທີ່ຫຼາຍຄົນຮູ້ນໍາແລ້ວວ່າ ໂຮງໝໍມິດຕະພາບ ໄດ້ຖືກມອບໝາຍເປັນໂຮງໝໍໜຶ່ງຮັບຄົນເຈັບປິ່ນປົວມາຕະຕະອດປີ ນັບຕັ້ງແຕ່ເລີ່ມມີການລະບາດ ເຊິ່ງການລະບາດໃໝ່ໃນຊຸມຊົນຄັ້ງນີ້ ພວກເຮົາໄດ້ຮັບຄົນເຂົ້າມານັບແຕ່ກໍລະນີທີ 59 ເປັນຕົ້ນມາ ທີ່ຕິດເຊື້ອໃນຊຸມຊົນເປັນຈໍານວນຫຼວງຫຼາຍ ເຊິ່ງແຕ່ລະມື້ກໍມີຄົນເຈັບເພີ່ມຂຶ້ນ ໃນນັ້ນ ພວກເຮົາໄດ້ກຽມທາງດ້ານອາຄານ ສະຖານທີ່ ໃນນີ້ ມີແລ້ວ 10 ຕຽງ ສໍາລັບຄົນເຈັບທົ່ວໄປປະຈໍາປີ ເພີ່ມຈາກການຕິດເຊື້ອ ປັດຈຸບັນ ພວກເຮົາໄດ້ມາຂະຫຍາຍຕຽງຢູ່ໂຮງໝໍໃໝ່ 80 ຕຽງ ສາມາຮັບຄົນເຈັບໄດ້ 90 ຄົນ ອີງໃສ່ຕົວເລກຜູ້ຕິດເຊື້ອເພີ່ມຂຶ້ນ ພວກເຮົາຈະໄດ້ປະສານງານກັບຄະນະສະເພາະກິດ ເພື່ອກະຈາຍຄົນເຈັບໄປສູ່ໂຮງໝໍໃໝ່ ຫຼືວ່າສູນຕ່າງໆ ກ່ຽວກັບບຸຄະລາກອນແມ່ນຍັງຮັບມືໄດ້ຢູ່ ພວກເຮົາມີພະຍາບານຈົບວິຊາສະເພາະ 50 ທ່ານ ຖ້າມີຄົນເຈັບໜັກ ພວກເຮົາຈະໄດ້ນໍາໃຊ້ຫ້ອງ ໄອຊີຢູ ທີ່ໄດ້ກະກຽມໄວ້ 14 ຕຽງ ສ່ວນເຄື່ອງປ້ອງກັນຂອງພະຍາບານແພດໝໍ ແມ່ນພວກເຮົາມີຕອບສະໜອງໄວ້ໃຫ້ແລ້ວ ສໍາລັບຄົນເຈັບທີ່ມາປິ່ນປົວຢູ່ໃນປັດຈຸບັນແມ່ນ 100% ອາການເບົາບາງ ຕິດເຊື້ອ ແຕ່ຄົນບໍ່ມີອາການ ເນື່ອງຈາກວ່າມີການສໍາຜັດກັບກໍລະນີດັ່ງກ່າວ ແມ່ນໄດ້ມາກວດ ເມື່ອກວດພົບແລ້ວ ພວກເຮົາໄດ້ເອົາມາແຍກເພື່ອໃຫ້ຫ່າງຈາກຄອບຄົວ ການພົວພັນສັງຄົມ ວິທີການປິ່ນປົວອາການເບົາບາງນີ້ ມັນບໍ່ໄດ້ຮຽກຢາວິເສດໃດທັງນັ້ນ ພວກເຮົາປິ່ນປົວຕາມອາການ ມີແຕ່ຮັກສາສຸຂະພາບຕົນເອງ ກິນນໍ້າພຽງພໍ ເຮັດອາລົມໃຫ້ດີ ບໍ່ຄຽດເຄັ່ງຕຶງ ແລະ ອາລົມຮ້າຍຫຼາຍ.
ທ່ານຍັງໄດ້ຮຽກຮ້ອງໃຫ້ປ້ອງກັນບໍ່ໃຫ້ຕິດເຊື້ອ ຜູ້ໃດທີ່ມີຄວາມສ່ຽງສໍາຜັດຈາກຊຸມຊົນຈາກກໍລະນີຜູ້ຕິດເຊື້ອ ຮັກສາໄລຍະຫ່າງ ໃສ່ຜ້າອັບປາກ-ດັງ ລ້າງມື້ດ້ວຍເຈວ ແລະເຫຼົ້າ 90 ອົງສາ ສໍາລັບຜູ້ທີ່ມີອາການໄຂ້ ບໍ່ໄດ້ມາໂຮງໝໍ ກໍໃຫ້ແຍກຕົນເອງຈາກຄອບຄົວກ່ອນ ແລ້ວຈຶ່ງມາກວດ ເມື່ອມີເຊື້ອກໍຕ້ອງໄດ້ປິ່ນປົວ.
# ຂ່າວ & ພາບ: ວຽງມາ