ໃນອະດີດ, ການທູດໄດ້ຖືກເຂົ້າໃຈໂດຍທົ່ວໄປວ່າ ເປັນການດຳເນີນຄວາມສຳພັນສອງຝ່າຍລະຫວ່າງລັດຕ່າງໆ ໂດຍເນັ້ນໃສ່ການເຈລະຈາດ້ານການເມືອງ, ເສດຖະກິດ ແລະ ຄວາມໝັ້ນຄົງເປັນຫຼັກ. ແນວໃດກໍຕາມ, ການເຂົ້າສູ່ສະຕະວັດປັດຈຸບັນໄດ້ນຳມາຊຶ່ງການປ່ຽນແປງຢ່າງໃຫຍ່ຫຼວງຕໍ່ສະພາບການຂອງໂລກ ໂດຍມີປັດໃຈຈາກການໂລກາພິວັດ, ຄວາມກ້າວໜ້າຢ່າງວ່ອງໄວຂອງວິທະຍາສາດແລະເຕັກໂນໂລຊີ, ພ້ອມທັງການເຄື່ອນຍ້າຍຂອງປະຊາຊົນທີ່ເພີ່ມຂຶ້ນ.

ການປ່ຽນແປງເຫຼົ່ານີ້ໄດ້ຂະຫຍາຍຂອບເຂດຂອງການທູດ ແລະ ນຳໄປສູ່ການເນັ້ນໜັກໃສ່ມິຕິໃໝ່ໆຂອງການດຳເນີນຄວາມສຳພັນລະຫວ່າງປະເທດ. ອິນເດຍກໍບໍ່ສາມາດຢູ່ນອກກະແສການປ່ຽນແປງນີ້ໄດ້ ແລະ ໄດ້ນຳໃຊ້ນະໂຍບາຍຕ່າງປະເທດທີ່ມີ “ການທູດທີ່ຍຶດຖືປະຊາຊົນເປັນສູນກາງ” ເປັນຫົວໃຈສຳຄັນ. ນະໂຍບາຍນີ້ໃຫ້ຄວາມສຳຄັນຕໍ່ສະຫວັດດີພາບ, ຄວາມປອດໄພ ແລະ ຜົນປະໂຫຍດຂອງພົນລະເມືອງອິນເດຍເປັນຫຼັກ, ເຮັດໃຫ້ປະຊາຊົນອິນເດຍກາຍເປັນອົງປະກອບສຳຄັນໃນກິດຈະກຳດ້ານຕ່າງປະເທດຂອງປະເທດ. ຜົນຈາກແນວທາງນີ້ເຮັດໃຫ້ກະຊວງການຕ່າງປະເທດອິນເດຍສາມາດຕອບສະໜອງຕໍ່ຄວາມຕ້ອງການຂອງປະຊາຊົນໄດ້ດີຂຶ້ນ.
ການພັດທະນາຂອງແນວຄິດນີ້ເກີດຂຶ້ນໄດ້ຢ່າງໃດ?
ຈົນຮອດປາຍສະຕະວັດທີ່ຜ່ານມາ ຊາວອິນເດຍທີ່ອາໄສຢູ່ຕ່າງປະເທດ (Non-Resident Indians: NRIs) ແລະ ບຸກຄົນເຊື້ອສາຍອິນເດຍ (Persons of Indian Origin) ບໍ່ໄດ້ຖືກລວມເຂົ້າໃນນະໂຍບາຍຂອງລັດຖະບານຢ່າງຈິງຈັງ. ໃນເວລານັ້ນ ພວກເຂົາຖືກມອງວ່າເປັນບຸກຄົນທີ່ຍ້າຍອອກຈາກອິນເດຍເພື່ອຜົນປະໂຫຍດສ່ວນຕົວ ໂດຍບໍ່ໄດ້ມີສ່ວນຮ່ວມສຳຄັນຕໍ່ການພັດທະນາຂອງປະເທດ. ແຕ່ເມື່ອເຂົ້າສູ່ສະຕະວັດໃໝ່ ລັດຖະບານອິນເດຍໄດ້ຮັບຮູ້ວ່າ ຊາວອິນເດຍກຸ່ມນີ້ບໍ່ພຽງແຕ່ມີສ່ວນສຳຄັນຕໍ່ເສດຖະກິດຂອງມາດຕຸພູມຂອງຕົນ ຜ່ານການສົ່ງເງິນກັບປະເທດ (remittances) ແລະ ການລົງທຶນເທົ່ານັ້ນ ແຕ່ຍັງມີບົດບາດສຳຄັນໃນພາກລັດ ແລະ ສະຖາບັນຕ່າງໆຂອງປະເທດທີ່ພວກເຂົາອາໄສຢູ່. ຄວາມສຳຄັນຂອງຊຸມຊົນຊາວອິນເດຍໃນຕ່າງປະເທດ (Indian Diaspora) ສາມາດເຫັນໄດ້ຈາກຂໍ້ເທັດຈິງທີ່ວ່າ ໃນປັດຈຸບັນ ຊຸມຊົນດັ່ງກ່າວມີຈຳນວນປະຊາກອນຫຼາຍກວ່າ 35.4 ລ້ານຄົນ (ຫຼາຍກວ່າຈຳນວນປະຊາກອນລວມຂອງອອສເຕຣເລຍ ແລະ ນິວຊີແລນ) ແລະ ໄດ້ສົ່ງເງິນກັບຄືນອິນເດຍມູນຄ່າ 135.46 ຕື້ໂດລາສະຫະລັດໃນປີການເງິນຜ່ານມາ.
ນອກຈາກນີ້ ບຸກຄົນເຊື້ອສາຍອິນເດຍຈຳນວນຫຼາຍໄດ້ກ້າວຂຶ້ນສູ່ຕຳແໜ່ງສຳຄັນໃນສະຖາບັນການສຶກສາ, ອົງການວິຊາຊີບ ແລະ ລັດຖະບານຂອງປະເທດທີ່ພວກເຂົາອາໄສຢູ່ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມສຳຄັນຂອງພວກເຂົາໃນການກຳນົດທິດທາງນະໂຍບາຍຕ່າງປະເທດຂອງອິນເດຍ. ຕໍ່ມາ ລັດຖະບານອິນເດຍໄດ້ເລີ່ມໃຫ້ຄວາມສຳຄັນຫຼາຍຂຶ້ນຕໍ່ຊັບພະຍາກອນອັນມີຄ່າດ້ານຄວາມຮູ້, ຄວາມສາມາດ ແລະ ທຶນຮອນຂອງຊຸມຊົນອິນເດຍໃນຕ່າງປະເທດ. ການຈັດງານ Pravasi Bharatiya Sammelan ປະຈຳປີ ແລະ ການມອບລາງວັນ Pravasi Bharatiya Awards ໄດ້ເປັນແຮງຜັກດັນສຳຄັນໃນການສ້າງສາຍສຳພັນກັບບຸກຄົນຜູ້ມີຊື່ສຽງ ແລະ ຜູ້ມີບົດບາດສຳຄັນໃນຊຸມຊົນອິນເດຍທົ່ວໂລກ. ກະຊວງການຕ່າງປະເທດອິນເດຍ (Ministry of External Affairs) ຍັງໄດ້ດຳເນີນຫຼາຍມາດຕະການ ເພື່ອຮັບປະກັນສຸກສະຫວັດດີພາບ ແລະ ຜົນປະໂຫຍດຂອງພົນລະເມືອງອິນເດຍທີ່ເດີນທາງໄປຕ່າງປະເທດເພື່ອການຈ້າງງານ, ທຸລະກິດ ຫຼື ການສຶກສາ.
ລັກສະນະສຳຄັນຂອງການທູດທີ່ຍຶດປະຊາຊົນເປັນສູນກາງ
ມາດຕະການເຫຼົ່ານີ້ຄອບຄຸມທຸກຂັ້ນຕອນຕັ້ງແຕ່ການຍື່ນຄຳຮ້ອງຂໍໜັງສືຜ່ານແດນ, ການຂໍວີຊາ, ການເດີນທາງ, ການພັກອາໄສຢ່າງປອດໄພຢູ່ຕ່າງປະເທດ ຈົນເຖິງການເດີນທາງກັບຄືນສູ່ອິນເດຍ. ເນື່ອງຈາກຈຳນວນປະຊາຊົນອິນເດຍທີ່ປະສົງເດີນທາງໄປຕ່າງປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງ, ລັດຖະບານອິນເດຍໄດ້ເປີດສຳນັກງານໜັງສືຜ່ານແດນແຫ່ງໃໝ່, ສູນຮັບຄຳຮ້ອງຂໍໜັງສືຜ່ານແດນໃນທຸກເມືອງ, ນຳລະບົບດິຈິຕອນມາໃຊ້ໃນຂະບວນການດຳເນີນງານ ແລະ ເປີດສະໜາມບິນນານາຊາດເພີ່ມເຕີມ ເພື່ອອຳນວຍຄວາມສະດວກໃນການເດີນທາງລະຫວ່າງປະເທດ. ໂຄງການຝຶກອົບຮົມກ່ອນອອກເດີນທາງ (Prior to Departure Orientation and Training: PDOT) ໄດ້ຖືກນຳມາດຳເນີນການ ເພື່ອກຽມຄວາມພ້ອມໃຫ້ແກ່ປະຊາຊົນອິນເດຍກ່ອນໄປເຮັດວຽກ ຫຼື ອາໄສຢູ່ຕ່າງປະເທດ. ລັດຖະບານຍັງໄດ້ຈັດຕັ້ງໂຄງການປະກັນໄພສຳລັບຊາວອິນເດຍໃນຕ່າງປະເທດ (Pravasi Bharatiya Bima Yojana) ເພື່ອຮັບປະກັນດ້ານສຸຂະພາບ ແລະ ຄວາມຄຸ້ມຄອງສຳລັບພົນລະເມືອງອິນເດຍທີ່ຢູ່ຕ່າງແດນ. ນອກຈາກນີ້ ອິນເດຍໄດ້ລົງນາມຂໍ້ຕົກລົງດ້ານການຍ້າຍຖິ່ນຖານ ແລະ ຄວາມເຄື່ອນໄຫວແຮງງານ (Migration and Mobility Partnership) ກັບ 8 ປະເທດ ແລະ ຂໍ້ຕົກລົງດ້ານປະກັນສັງຄົມ (Social Security Agreements) ກັບ 19 ປະເທດ ເພື່ອສ້າງສະພາບແວດລ້ອມການເຮັດວຽກທີ່ເໝາະສົມສຳລັບແຮງງານອິນເດຍ. ລະບົບອີເມກຣາດ (e-Migrate) ຍັງໄດ້ຖືກນຳໃຊ້ເພື່ອໃຫ້ຂໍ້ມູນ ແລະ ຄວາມຮູ້ແກ່ປະຊາຊົນກ່ຽວກັບກົດໝາຍ, ລະບຽບການ ແລະ ຂັ້ນຕອນທີ່ຈຳເປັນກ່ອນການເດີນທາງ. ພອດຕອນຊ່ວຍເຫຼືອ MADAD ເຊິ່ງເປັນລະບົບຊ່ວຍເຫຼືອຫຼາຍພາສາ ໄດ້ເຮັດວຽກຕະຫຼອດ 24 ຊົ່ວໂມງ ເພື່ອໃຫ້ຄວາມຊ່ວຍເຫຼືອແກ່ພົນລະເມືອງອິນເດຍທີ່ປະສົບຄວາມຈຳເປັນ. ລະບົບນີ້ຍັງຊ່ວຍກວດສອບວີຊາການເຮັດວຽກ, ສະຖານະຂອງນາຍຈ້າງ ແລະ ການປະກັນໄພທີ່ນາຍຈ້າງຈັດຫາໃຫ້ແກ່ແຮງງານທີ່ຈະເດີນທາງໄປເຮັດວຽກ. ລັດຖະບານອິນເດຍໄດ້ເປີດສຳນັກງານສະຖານທູດ ແລະ ກົງສຸນເພີ່ມຂຶ້ນ ເພື່ອຕອບສະໜອງຕໍ່ຄວາມຕ້ອງການຂອງຊາວອິນເດຍທີ່ອາໄສຢູ່ຕ່າງປະເທດ. ພະແນກຊຸມຊົນອິນເດຍ (Indian Community Wing) ໄດ້ຖືກສ້າງຂຶ້ນແຍກຈາກພະແນກກົງສຸນ ເພື່ອຮັບປະກັນສຸກສະຫວັດດີພາບຂອງຊາວອິນເດຍທີ່ອາໄສຢູ່ໃນເຂດອຳນາດຮັບຜິດຊອບຂອງຕົນ. ກອງທຶນສະຫວັດດີການຊຸມຊົນອິນເດຍ (Indian Community Welfare Fund) ໄດ້ຖືກຈັດຕັ້ງຂຶ້ນໃນສະຖານທູດ ແລະ ສຳນັກງານການທູດຂອງອິນເດຍທົ່ວໂລກ ເພື່ອຊ່ວຍເຫຼືອພົນລະເມືອງໃນສະຖານະການສຸກເສີນ ໂດຍຜ່ານການຈັດຫາທີ່ພັກຊົ່ວຄາວ, ການຊ່ວຍເຫຼືອດ້ານກົດໝາຍ ແລະ ຄ່າເດີນທາງກັບອິນເດຍສຳລັບຜູ້ທຸກຍາກ ຫຼື ຜູ້ທີ່ຕົກຄ້າງຢູ່ຕ່າງແດນ. ນອກຈາກນັ້ນ ສະຖານທູດອິນເດຍຍັງຈັດກິດຈະກຳ “Open House” ເປັນປະຈຳ ເພື່ອຮັບຟັງ ແລະ ແກ້ໄຂຂໍ້ຮ້ອງທຸກຂອງຊຸມຊົນອິນເດຍ. ພ້ອມກັນນັ້ນ ລັດຖະບານອິນເດຍໄດ້ດຳເນີນພາລະກິດຊ່ວຍເຫຼືອ ແລະ ອົບພະຍົບພົນລະເມືອງອິນເດຍຫຼາຍຄັ້ງຢ່າງປະສົບຜົນສຳເລັດ ໃນພື້ນທີ່ທີ່ເກີດຄວາມຮຸນແຮງ ຫຼື ສົງຄາມ.
ສິ່ງທ້າທາຍ
ການທູດທີ່ຍຶດປະຊາຊົນເປັນສູນກາງກໍຍັງປະເຊີນກັບສິ່ງທ້າທາຍຫຼາຍປະການ. ຈຳນວນຊາວອິນເດຍທີ່ເດີນທາງໄປຕ່າງປະເທດເພື່ອຈຸດປະສົງຕ່າງໆທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໄດ້ສ້າງພາລະຫນັກໃຫ້ແກ່ສຳນັກງານການທູດຂອງອິນເດຍທົ່ວໂລກ ເຊິ່ງຫຼາຍແຫ່ງຍັງປະສົບກັບບັນຫາຂາດແຄນບຸກຄະລາກອນ ແລະ ຂໍ້ຈຳກັດດ້ານຊັບພະຍາກອນ. ການໃຫ້ຄວາມຊ່ວຍເຫຼືອຢ່າງມີປະສິດທິຜົນແກ່ຊຸມຊົນອິນເດຍໃນປະເທດທີ່ກຳລັງປະສົບສົງຄາມ ຫຼື ຄວາມຂັດແຍ່ງ ກໍເປັນຄວາມທ້າທາຍສຳຄັນ ເນື່ອງຈາກສະພາບການທີ່ບໍ່ມີຄວາມໝັ້ນຄົງ. ນອກຈາກນັ້ນ ຂໍ້ມູນທີ່ບໍ່ຖືກຕ້ອງຈາກນາຍໜ້າຫຼອກລວງ (touts) ພາຍໃນອິນເດຍ, ຂໍ້ມູນຜ່ານສື່ສັງຄົມ ແລະ ລະບົບກົດໝາຍທີ່ແຕກຕ່າງກັນຂອງແຕ່ລະປະເທດ ຍິ່ງເຮັດໃຫ້ບັນຫາມີຄວາມສັບຊ້ອນຫຼາຍຂຶ້ນ.
ແນວທາງຕໍ່ໄປ
ການຈັດສັນບຸກຄະລາກອນ ແລະ ງົບປະມານຢ່າງພຽງພໍໃຫ້ແກ່ສຳນັກງານການທູດຂອງອິນເດຍຢູ່ຕ່າງປະເທດ ພ້ອມທັງການຝຶກອົບຮົມບຸກຄະລາກອນຢ່າງເໝາະສົມກ່ອນການປະຈຳການ ສາມາດຊ່ວຍຫຼຸດຜ່ອນ ແລະ ແກ້ໄຂສິ່ງທ້າທາຍເຫຼົ່ານີ້ໄດ້. ການອົບຮົມແນະນຳກ່ອນການເດີນທາງ (Pre-departure Orientation) ຄວນຖືກກຳນົດໃຫ້ເປັນຂໍ້ບັງຄັບສຳລັບຊາວອິນເດຍທຸກຄົນທີ່ຈະເດີນທາງໄປຕ່າງປະເທດເພື່ອການຈ້າງງານ ຫຼື ການສຶກສາ. ການຄວບຄຸມ ແລະ ດຳເນີນມາດຕະການຢ່າງເຂັ້ມງວດຕໍ່ນາຍໜ້າທີ່ຫຼອກລວງປະຊາຊົນອິນເດຍ ໃຫ້ເຂົ້າໄປສູ່ສະຖານະການທີ່ສ່ຽງ ແມ່ນສິ່ງຈຳເປັນຢ່າງຍິ່ງ.
ສະຫຼຸບ
ເປັນສິ່ງໜ້າຍິນດີທີ່ຄວາມສຳຄັນຂອງພົນລະເມືອງໃນນະໂຍບາຍການທູດຂອງອິນເດຍໄດ້ຖືກຮັບຮູ້ຢ່າງຊັດເຈນໃນທີ່ສຸດ ແລະ ລັດຖະບານກຳລັງດຳເນີນການແກ້ໄຂບັນຫາຂອງປະຊາຊົນດ້ວຍທັດສະນະທີ່ເປັນກາງ, ສ້າງສັນ ແລະ ເປັນບວກ. ດ້ວຍການຈັດສັນຊັບພະຍາກອນເພີ່ມເຕີມ ແລະ ການດຳເນີນມາດຕະການຢ່າງເຂັ້ມງວດຕໍ່ນາຍໜ້າຫຼອກລວງ ການທູດທີ່ຍຶດປະຊາຊົນເປັນສູນກາງຂອງອິນເດຍຈະສາມາດສ້າງຜົນສຳເລັດ ແລະ ນຳມາຊຶ່ງຜົນປະໂຫຍດຫຼາຍຂຶ້ນໃນອະນາຄົດ.
ໂດຍ ທ່ານ Jeitendra Kumar Tripathi (ອະດີດເອກອັກຄະລັດຖະທູດ)