ແລະ ທິດທາງແຜນການ 2026-2030
ໃນວັນທີ 8 ກັນຍາ 2026 ຜ່ານມາ ສະພາທິດສະດີສູນກາງພັກ ຈັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານສະພາທິດສະດີສູນກາງພັກ ໄລຍະ 2021-2025 ແລະ ວາງທິດທາງແຜນການ ໄລຍະ 2026-2030 ທີ່ໂຮງແຮມຄຣາວພາຊາ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສຈ ປອ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ປະທານສະພາທິດສະດີສູນກາງພັກ ມີບັນດາສະຫາຍຮອງປະທານ ຫົວໜ້າຄະນະກໍາມະການດ້ານຕ່າງໆ ແລະ ບັນດາສະມາຊິກສະພາທິດສະດີສູນກາງພັກ ເຂົ້າຮ່ວມ.

ກອງປະຊຸມຈະໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງສະພາທິດສະດີສູນກາງພັກ ໄລຍະ 2021-2025 ເຊິ່ງສາມາດຢັ້ງຢືນໄດ້ຢ່າງໜັກແໜ້ນວ່າ: ຜ່ານມາສະພາທິດສະດີສູນກາງພັກໄດ້ມີຜົນສໍາ ເລັດໃນການປະຕິບັດບົດບາດໃຫ້ຄຳປຶກສາແກ່ສູນກາງໄດ້ເປັນຢ່າງດີ ສະແດງອອກພົ້ນເດັ່ນໃນຫຼາຍດ້ານ: ດ້ານການປະຕິບັດນິຕິກຳ ສະພາທິດສະດີໄດ້ອອກນິຕິກຳສະເພາະ ແລະ ໄດ້ມີການປະຕິບັດຢ່າງເຂັ້ມງວດ ດ້ານການຮັບຮອງເອົາຫົວຂໍ້ຄົ້ນຄວ້າ ຜົນການຄົ້ນຄວ້າໃນລະດັບຕ່າງໆ ແລະ ມີຜະລິດຕະພັນອອກມາຮັບໃຊ້ສັງຄົມຢ່າງຕໍ່ເນື່ອງ ດ້ານການຈັດຕັ້ງສຳມະນາຮ່ວມກັບສອງພັກ ກັບບັນດາພັກການເມືອງອ້າຍນ້ອງ ແມ່ນໄດ້ຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ ໝາກຜົນຂອງການຈັດສຳມະນາທິດສະດີ ແມ່ນໄດ້ສະຫຼຸບສັງລວມ ແລະລາຍງານສະໜອງຂໍ້ມູນໃຫ້ສູນກາງພັກໃນບັນຫາຕ່າງໆ ປະຕິບັດໄດ້ເປັນປົກກະຕິ ດ້ານການຄົ້ນຄວ້າທິດສະດີການເມືອງ ແນວຄິດທິດສະດີຂອງພັກ ແມ່ນໄດ້ສຳເລັດໃນຫຼາຍຂົງເຂດ ເປັນຕົ້ນການປະກອບສ່ວນໃນການຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກ ການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ການຄົ້ນຄວ້າໂຄງການການເມືອງ ການຈັດຕັ້ງສະຫຼຸບ 40 ປີ ປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ ການຄົ້ນຄວ້າສ້າງບັນດາປະຖົມປັດໄຈຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ ການຄົ້ນຄວ້າວິທະຍາສາດຮັບໃຊ້ວັນສຳຄັນຂອງພັກຂອງຊາດ ແລະ ການຄົ້ນຄວ້າຫົວຂໍ້ລະດັບຊາດທີ່ສູນກາງມອບໝາຍໃຫ້ ໄດ້ຮັບການຈັດຕັ້ງປະຕິບັດໄດ້ຮັບໝາກຜົນຢ່າງຈົບງາມ ໃນໄລຍະຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ສະພາທິດສະດີສູນກາງພັກ ປະຕິບັດບົດບາດເປັນໃຈກາງໃນການຮ່າງມະຕິຂອງ ຄະນະບໍລິຫານງານສູນກາງພັກ ໄດ້ມີຜົນສຳເລັດໃນເບື້ອງຕົ້ນ ແລະ ກຳລັງຕັ້ງໜ້າເຂົ້າຮ່ວມດ້ວຍຄວາມຮັບຜິດຊອບສູງ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງດ້ວຍຄວາມເປັນເຈົ້າການສູງ ບັນດາຜົນງານ ແລະ ຜົນສໍາເລັດຂອງການຈັດຕັ້ງປະຕິບັດວຽກງານຂອງສະພາທິດສະດີສູນກາງພັກ ທີ່ຍາດມາໄດ້ແມ່ນການປະກອບສ່ວນ ດ້ວຍຄວາມຮັບຜິດຊອບສູງທາງດ້ານສະຕິປັນຍາ ຂອງບັນດາສະຫາຍສະມາຊິກສະພາທິດສະດີສູນກາງພັກ.


ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການແຫ່ງການຄົ້ນຄວ້າທິດສະດີ ແລະ ພຶດຕິກໍາໃນເງື່ອນໄຂ ໃໝ່ ແລະ ເພື່ອສະໜອງຂໍ້ມູນໃຫ້ສູນກາງພັກ ມີຄວາມຮັບປະກັນນັ້ນ ສະພາທິດສະດີສູນກາງພັກ ໄດ້ມີແຕ່ງຕັ້ງກົງຈັກສະພາທິດສະດີສູນກາງພັກ ຊຸຸດໃໝ່ຂຶ້ນ ໃນໂອກາດນີ້ ສະຫາຍ ດອນ ໄພວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງ ປະທານ ຮອງປະທານ ສະພາທິດສະດີສູນກາງພັກ ສະບັບເລກທີ 66/ກມສພ ລົງວັນທີ 17 ເດືອນ 08 2026 ດັ່ງນີ້: ແຕ່ງຕັ້ງ ສະຫາຍ ສຈ ປອ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ເປັນປະທານສະພາທິດສະດີສູນກາງພັກ ແຕ່ງຕັ້ງ ສະຫາຍ ປອ ຄໍາພັນ ເຜີຍຍະວົງ ສະຫາຍ ປອ ອານຸພາບ ຕຸນາລົມ ສະຫາຍ ປອ ລີເບີ ລີບົວປາວ ແລະ ສະຫາຍ ປອ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເປັນຮອງປະທານສະພາທິດສະດີສູນກາງພັກ ນອກຈາກນັ້ນ ຍັງໄດ້ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງຫົວໜ້າຄະນະກໍາມະການດ້ານຕ່າງໆ ສະບັບເລກທີ 180/ຄລສພ ລົງວັນທີ 17 ເດືອນ 08 2026 ແຕ່ງຕັ້ງຫົວໜ້າຄະນະກໍາມະການດ້ານຕ່າງໆ ຈໍານວນ 4 ສະຫາຍ ແລະ ແຕ່ງຕັ້ງສະມາຊິກສະມາຊິກສະພາທິດສະດີສູນກາງພັກ ຈໍານວນ 30 ສະຫາຍ.



ໃນໂອກາດດັ່ງກ່າວ ສະຫາຍ ສຈ ປອ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ປະທານສະພາທິດສະດີສູນກາງພັກ ໄດ້ມີຄໍາເຫັນໂອ້ລົມ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ການປະກອບສ່ວນຂອງບັນດາສະຫາຍສະມາຊິກສະພາທິດສະດີສູນກາງພັກຊຸດຜ່ານມາ ແລະ ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານ ທີ່ສະພາທິດສະດີສູນກາງພັກ ມອບໝາຍໃຫ້ ດ້ວຍຄວາມຮັບຜິດຊອບສູງ ແລະ ໃຫ້ມີຜົນສໍາເລັດໃໝ່ ຜົນງານໃໝ່ຍິ່ງໃຫຍ່ກວ່າເກົ່າ ປະກອບສ່ວນເຂົ້າໃນການຄົ້ນຄວ້າທິດສະດີການເມືອງ ແນວຄິດທິດສະດີຂອງພັກ ແລະ ວິທະຍາສາດສັງຄົມ ໃຫ້ມີຄຸນນະພາບ ແລະ ສະໜອງຂໍ້ມູນໃຫ້ສູນກາງພັກໃນວຽກງານຕ່າງໆ ທີ່ອຸດົມສົມບູນ ແລະ ທັນເວລາ.


ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານສະພາທິດສະດີສູນກາງພັກ ດໍາເນີນໄປເປັນເວລາ 1 ຄາບ ແລະ ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ.
ຂ່າວ,ພາບ : ຫ້ອງການສະພາທິດສະດີສູນກາງພັກ