ເມື່ອເຕັກໂນໂລຊີ ພົບກັບວົງການສື່: ບົດຮຽນຈາກ ສ​ປ ຈີນ ສູ່ສື່ ອາຊີ-ປາຊີຟິກ

ກອງ​ປະ​ຊ​ຸມສື່ມວນຊົນ ອາຊີ-ປາຊີຟິກ 2026 ຫຼື Asia-Pacific Media Forum 2026 ບໍ່ໄດ້ເປັນພຽງເວທີແລກປ່ຽນຂ່າວສານ ແລະ ປະສົບການຂອງນັກຂ່າວຈາກຫຼາຍປະເທດ ແຕ່ຍັງເປັນໂອກາດໃຫ້ນັກຂ່າວຈາກປະເທດກຳລັງພັດ ທະນາໄດ້ເຫັນກັບຕາວ່າ ເຕັກໂນໂລຊີຂອງຈີນກຳລັງປ່ຽນແປງໄປໄວພຽງໃດ. ພ້ອມກັນນັ້ນ ກໍເປັນການຕັ້ງຄຳຖາມສຳຄັນວ່າ: ໃນຍຸກ AI ແລະ ສື່ດິຈິຕອນ ນັກຂ່າວຈະນຳໃຊ້ເຕັກໂນໂລຊີໃຫ້ເກີດປະໂຫຍດ ໂດຍບໍ່ສູນເສຍບົດບາດຂອງຄົນໄດ້ແນວໃດ?

ສຳລັບນັກຂ່າວຈາກປະເທດກຳລັງພັດທະນາ, ການປ່ຽນແປງດ້ານເຕັກໂນໂລຊີ ບາງຄັ້ງອາດເບິ່ງຄືເປັນເລື່ອງຢູ່ໄກຕົວ. ພວກເຮົາອາດເຫັນມັນຜ່ານໜ້າຈໍ ຫຼື ອ່ານຈາກຂ່າວ, ແຕ່ການໄດ້ເຫັນກັບຕາ ແລະ ສຳຜັດກັບຄວາມເປັນຈິງໂດຍກົງ ເປັນອີກເລື່ອງໜຶ່ງ. ນີ້ແມ່ນເຫດຜົນໜຶ່ງທີ່ ທ່ານ Soy Sopheap ປະທານສຳ​ນັກ​ຂ່າວ DAP ກຳປູເຈຍ ເຫັນວ່າ ເວທີສື່ມວນຊົນອາຊີ-ປາຊີຟິກ 2026 ມີຄວາມສຳຄັນຫຼາຍກວ່າການເປັນພຽງການພົບປະຂອງນັກຂ່າວ, ເນື່ອງ​ຈາກການນຳນັກຂ່າວຈາກຫຼາຍປະເທດໃນອາຊີ ແລະ ປະ ເທດໃນພາກພື້ນ Global South ມາ ສ​ປ ຈີນ ເປັນການເປີດໂອກາດໃຫ້ພວກເຂົາໄດ້ເຫັນການພັດທະນາດ້ວຍຕາຕົນເອງ ແລະ ນຳເລື່ອງລາວເຫຼົ່ານັ້ນໄປບອກເລົ່າໃຫ້ຄົນທົ່ວໂລກຮັບຮູ້.

ປະທານສຳ​ນັກ​ຂ່າວ DAP ກ່າວວ່າ: ເວທີດັ່ງກ່າວຊ່ວຍໃຫ້ນັກຂ່າວຈາກຫຼາຍປະເທດໄດ້ເຫັນຄວາມກ້າວໜ້າຂອງ ສ​ປ ຈີນ ໃນ​ຄວາມ​ທັນ​ສະ​ໄໝ​ທາງດ້ານເຕັກໂນໂລຊີ, ເຊິ່ງ ສ​ປ ຈີນ ກຳລັງເປັນຜູ້ນຳໜ້າດ້ານເຕັກໂນໂລຊີໃນອາຊີ ໂດຍສະເພາະດ້ານບໍລິການ, ອຸປະ ກອນ ແລະ ລະບົບດິຈິຕອນຕ່າງໆ. ແຕ່ການມີເຕັກໂນໂລຊີທີ່ທັນສະໄໝຢ່າງດຽວອາດຍັງບໍ່ພຽງພໍ ຖ້າບໍ່ມີຄົນຮັບຮູ້ ຫຼື ເຂົ້າໃຈມັນ. ພ້ອ​ມນັ້ນ​ທ່ານ​ຍັງ​ໄດ້​ເນັ້ນ​ວ່າ: “ທ່ານອາດມີເຕັກໂນໂລຊີ ແລະ ອຸປະກອນທີ່ທັນສະໄໝ, ແຕ່ຖ້າບໍ່ເອົາອອກມາໃຫ້ຄົນເຫັນ ກໍບໍ່ມີໃຜຮູ້,” ດັ່ງນັ້ນ ການເຊີນນັກຂ່າວຈາກຕ່າງປະເທດມາສຳຜັດໂດຍກົງ ຈຶ່ງກາຍເປັນຂົວເຊື່ອມຕໍ່ລະຫວ່າງ “ເຕັກໂນໂລຊີ” ກັບ “ການສື່ສານ”. ສຳລັບປະເທດກຳລັງພັດທະນາ ການແລກປ່ຽນລັກສະນະນີ້ ຍັງສາມາດນຳໄປສູ່ການຮຽນຮູ້, ການຝຶກອົບຮົມ ແລະ ການພັດທະນາຄົນຮຸ່ນໃໝ່.

ເມື່ອຖືກຖາມວ່າ ໃນ 2-3 ປີຂ້າງໜ້າ ສື່ມວນຊົນຈະປ່ຽນແປງແນວໃດ ໃນຂະນະທີ່ AI ແລະ ເຕັກໂນໂລຊີໃໝ່ກຳລັງເຕີບໂຕ, ທ່ານຕອບວ່າ: ສິ່ງສຳຄັນຄື ຕ້ອງຮຽນຮູ້ ແລະ ຕ້ອງພະຍາຍາມຕາມໃຫ້ທັນ. ສຳລັບປະເທດເຊັ່ນ ກຳປູເຈຍ ການຝຶກອົບຮົມນັກຂ່າວຮຸ່ນໃໝ່ຖືເປັນສິ່ງຈຳເປັນ. ເຊິ່ງ​ທ່ານ​ໄດ້​ກ່າວ​ວ່າ: “ພວກເຮົາຕ້ອງຮຽນຮູ້ເຕັກໂນໂລຊີ. ພວກເຮົາຢາກໃຫ້ຈີນຊ່ວຍຝຶກອົບ ຮົມນັກຂ່າວຮຸ່ນໃໝ່. ຖ້າເຮົາໄດ້ຮັບຄວາມຮູ້ ເຮົາກໍສາມາດກ້າວໄປໄດ້ໄວຂຶ້ນ,” ທ່ານຍອມຮັບວ່າ ຊ່ອງວ່າງດ້ານດິຈິຕອນຍັງເປັນບັນຫາສຳລັບຫຼາຍປະເທດ.ໃນຂະນະທີ່ນັກຂ່າວຮຸ່ນໃໝ່ສາມາດໃຊ້ຄອມພິວເຕີ ແລະ ເຄື່ອງມືດິຈິຕອນໄດ້ຢ່າງວ່ອງໄວ, ຄົນຮຸ່ນເກົ່າອາດຕ້ອງໃຊ້ເວລາປັບຕົວ. ທ່ານເອົາຕົນເອງມາເປັນຕົວຢ່າງພ້ອມຮອຍຍິ້ມວ່າ: “ແມ່ນແຕ່ຂ້ອຍເອງກໍຍັງພິມຄອມພິວເຕີບໍ່ຄ່ອຍເກັ່ງ. ບາງຄັ້ງພິມຜິດ. ແຕ່ຄົນຮຸ່ນໃໝ່ພິມໄວຫຼາຍ.” ຄຳເວົ້ານີ້ສະ ທ້ອນໃຫ້ເຫັນຊ່ອງວ່າງລະຫວ່າງຄົນ ຫຼື ສື່ສອງຮຸ່ນ ແລະ ການປ່ຽນແປງທີ່ກຳລັງເກີດຂຶ້ນໃນຫ້ອງຂ່າວ.

ການນຳ AI ມາໃຊ້ໃນວົງການສື່ຂອງກຳປູເຈຍ ໃນອະດີດຍັງມີຈຳກັດ. ແຕ່ສະຖານະການກຳລັງປ່ຽນໄປ. ທ່ານກ່າວວ່າ: ໂດຍສະເພາະໃນກຸ່ມຄົນຮຸ່ນໃໝ່ຢູ່ເຂດຕົວເມືອງ ການໃຊ້ AI ກຳລັງເພີ່ມຂຶ້ນຢ່າງໄວ. ຄົນຮຸ່ນໃໝ່ໃນເຂດຕົວເມືອງປະມານ 95% ມີຄວາມຮູ້ ຫຼື ສາມາດໃນ​ການ​ນຳໃຊ້ AI ໄດ້ໃນລະດັບໃດໜຶ່ງ, ​ແຕ່ເຂດຊົນນະບົດຍັງມີຂໍ້ຈຳກັດ. ສຳລັບຕົນເອງ, ທ່ານກ່າວວ່າ: “ຂ້ອຍຫາກໍເລີ່ມຮຽນ AI ປະມານ 6 ເດືອນ. ໂດຍ​ໄດ້ລອງໃຊ້ເພື່ອແປພາສາ ແລະ ນຳເນື້ອໃນຈາກພາສາອື່ນມາຊ່ວຍເຮັດວຽກ. ມັນຊ່ວຍໄດ້ຫຼາຍ.” ສຳລັບນັກຂ່າວທີ່ບໍ່ແມ່ນເຈົ້າຂອງພາສາອັງກິດ, AI ຈຶ່ງສາມາດເປັນຕົວຊ່ວຍສຳຄັນໃນການແປພາສາ, ເຂົ້າໃຈຂໍ້ມູນ ແລະ ສື່ສານກັບຄົນຈາກຕ່າງປະເທດ.

ເຖິງວ່າຈະເຫັນປະໂຫຍດຂອງ AI ຫຼາຍ​ຢ່າງ, ແຕ່ປະທານ​ສຳ​ນັກ​ຂ່າວ DAP ເນັ້ນວ່າ: AI ຄວນເປັນ ເຄື່ອງມືຊ່ວຍນັກຂ່າວ ບໍ່ແມ່ນເຄື່ອງມືມາແທນນັກຂ່າວ. ເພາະ “AI ມາຈາກຄົນ, ມາຈາກສະໝອງຂອງຄົນ. ສະໝອງຂອງຄົນຍັງສະຫຼາດກວ່າ AI,” ເຖິງວ່າ AI ສາມາດຊ່ວຍແປພາສາ, ສະຫຼຸບຂໍ້ມູນ, ຊ່ວຍຄິດຫົວຂໍ້ ແລະ ຊ່ວຍຫຼຸດເວລາໃນວຽກບາງຢ່າງ. ແຕ່ສຳລັບວຽກຂ່າວ ການກວດສອບຂໍ້ມູນ, ການເຂົ້າໃຈບໍລິບົດ, ການຕັດສິນໃຈວ່າສິ່ງ​ທີ່ຄວນເຜີຍແຜ່ ແລະ ບໍ່ຄວນເຜີຍແຜ່ ຍັງຕ້ອງເປັນໜ້າທີ່ຂອງຄົນ. “ທຸກຢ່າງມີສອງດ້ານ. ຢາກໍຄືກັນ ຖ້າໃຊ້ໃນປະລິມານທີ່ເໝາະສົມກໍຮັກສາໂລກໄດ້, ແຕ່ຖ້າໃຊ້ຫຼາຍເກີນໄປ ກໍອາດເກີດຜົນຮ້າຍ.” ດັ່ງນັ້ນ ການນຳ AI ມາໃຊ້ໃນວຽກຂ່າວຈຶ່ງຕ້ອງມີຄວາມຮູ້, ຄວາມຮອບຄອບ ແລະ ການກວດສອບຈາກມະນຸດຢູ່ສະເໝີ. “ຖ້າບໍ່ຮູ້ໃຊ້ AI, AI ອາດເປັນຝ່າຍໃຊ້ເຮົາ”

ໃນທ້າຍການສຳ​ພາດ, ປະໂຫຍກໜຶ່ງຂອງທ່ານເປັນຄຳເວົ້າທີ່ຈື່ຈຳໄດ້ງ່າຍ: “ຖ້າເຈົ້າຮູ້ວິທີໃຊ້ AI, ເຈົ້າກໍໃຊ້ AI ໄດ້. ແຕ່ຖ້າເຈົ້າບໍ່ຮູ້ວິທີໃຊ້ AI, ມັນກໍໝາຍຄວາມວ່າ AI ອາດຈະເປັນຝ່າຍໃຊ້ເຈົ້າ.” ຄຳເວົ້ານີ້ອາດສະທ້ອນພາບຂອງວົງການສື່ໃນອະນາຄົດໄດ້ດີ. ເຕັກໂນໂລຊີຈະປ່ຽນວິທີທີ່ນັກຂ່າວເຮັດວຽກ. AI ຈະເຂົ້າມາຊ່ວຍຫຼາຍຂຶ້ນ. ສື່ດິຈິຕອນຈະກາຍເປັນສ່ວນສຳຄັນຫຼາຍຂຶ້ນ. ແລະ ການປ່ຽນແປງຈະເກີດຂຶ້ນໄວກວ່າເກົ່າ.

ແຕ່ບໍ່ວ່າເຕັກໂນໂລຊີຈະກ້າວໜ້າໄປໄກພຽງໃດ, ຫົວໃຈຂອງວຽກຂ່າວຍັງຄົງເປັນຄົນ. ນັກຂ່າວຍັງຕ້ອງຮູ້ຈັກຕັ້ງຄຳຖາມ, ຄົ້ນຫາຄວາມຈິງ, ກວດສອບຂໍ້ມູນ, ເຂົ້າໃຈບັນຫາ ແລະ ຄິດວິເຄາະກ່ອນຈະເຜີຍແຜ່. ໃນມຸມນີ້, ຄຸນຄ່າຂອງ Asia-Pacific Media Forum 2026 ອາດບໍ່ໄດ້ຢູ່ພຽງແຕ່ການພົບປະຂອງນັກຂ່າວຈາກຫຼາຍປະເທດ. ມັນຍັງເປັນເວທີໃຫ້ນັກຂ່າວໄດ້ເຫັນໂລກທີ່ກຳລັງປ່ຽນໄປ, ໄດ້ຮຽນຮູ້ຈາກກັນ ແລະ ກັນ, ແລະ ກຽມພ້ອມສຳລັບຍຸກໃໝ່ຂອງວົງການສື່.

error: Content is protected !!