ໂດຍ: ສ.ແສງງາມ
ທະເລທີ່ກວ້າງໃຫຍ່ ແລະ ເກາະທີ່ຢູ່ຫ່າງໄກ ເຄີຍເປັນອຸປະສັກຕໍ່ການເດີນທາງ. ແຕ່ສຳລັບໂຕຂ້າພະເຈົ້າເອງ ການໄດ້ມາເຫັນຂົວຂ້າມທະເລ ຮົງກົງ-ຈູຮາຍ-ມາເກົ້າ ສປ ຈີນ ດ້ວຍຕາຂອງຕົນເອງ ເຮັດໃຫ້ຄຳວ່າ “ໄລຍະຫ່າງ” ເບິ່ງຄືຈະມີຄວາມໝາຍນ້ອຍລົງ.

ຂ້າພະເຈົ້າມີໂອກາດໄດ້ໄປຢ້ຽມຢາມຂົວແຫ່ງນີ້ ເປັນອີກກິດຈະກຳໃນກອງປະຊຸມນັກຂ່າວພາກພື້ນອາຊີ-ປາຊີຟິກ 2026 (Asia-Pacific Media Forum 2026) ທີ່ນະຄອນເສິນເຈິ້ນ ສປ ຈີນ. ການເດີນທາງຄັ້ງນີ້ມີນັກຂ່າວມາຈາກຫຼາຍປະເທດໃນພາກພື້ນກວ່າ 100 ຄົນ ທີ່ໄດ້ໄປສຳຜັດກັບສິ່ງປະດິດສ້າງອັນໂດດເດັ່ນນີ້.ເມື່ອຢືນຢູ່ບໍລິເວນທາງເຂົ້າອຸໂມງຂອງຂົວ (ມາຈາກ ຈູຮາຍ) ຢູ່ກາງທະເລ ຄວາມຮູ້ສຶກທຳອິດຄື “ໃຫຍ່” ແລະ “ໄກ” ຈົນສຸດສາຍຕາ. ຂົວ ຮົງກົງ-ຈູຮາຍ-ມາເກົ້າ ມີຄວາມຍາວປະມານ 55 ກິໂລແມັດ ແລະ ປະກອບດ້ວຍຂົວ ອຸໂມງໃຕ້ທະເລ ແລະ ເກາະທີ່ຖືກສ້າງຂຶ້ນ ມັນເຊື່ອມຕໍ່ ຈູຮາຍຢູ່ແຜ່ນດິນໃຫຍ່ ກັບມາເກົ້າ ແລະ ຮົງກົງ ໃສ່ກັນ.

ສຳລັບຄົນທີ່ຢືນເບິ່ງຢູ່ຈຸດນັ້ນ ຄວາມກວ້າງໃຫຍ່ຂອງທະເລອາດເຮັດໃຫ້ມະນຸດຮູ້ສຶກວ່າຕົນເອງນ້ອຍພຽງໃດ. ແຕ່ສິ່ງທີ່ຢືນຢູ່ຕໍ່ໜ້າກັບບອກອີກຢ່າງໜຶ່ງວ່າ ຄວາມພະຍາຍາມ ຄວາມຮູ້ ແລະ ເຕັກໂນໂລຊີຂອງມະນຸດ ສາມາດສ້າງສິ່ງທີ່ເຄີຍເບິ່ງຄືເປັນໄປບໍ່ໄດ້ໃຫ້ເກີດຂຶ້ນມາເປັນຈິງ.

ຜູ້ບໍລະຫານສຳນັກຂ່າວ ແລະ ນັກຂ່າວຫຼາຍກວ່າ 100 ຄົນ ທີ່ຮ່ວມເດີນທາງຄັ້ງນີ້ ຕ່າງກໍມີສີໜ້າແຫ່ງຄວາມປະຫຼາດໃຈ. ຫຼາຍຄົນຍົກໂທລະສັບຂຶ້ນມາບັນທຶກພາບ ເພາະພາບທີ່ຢູ່ຕໍ່ໜ້າບໍ່ແມ່ນພຽງພາບຂອງຂົວ ແຕ່ເປັນພາບຂອງຄວາມພະຍາ ຍາມທີ່ມະນຸດນຳເອົາແຜ່ນດິນທີ່ແຍກຈາກກັນດ້ວຍທະເລໃຫ້ມາໃກ້ກັນ.
ສຳລັບສຳຂ້າພະເຈົ້າ ຈຸດທີ່ໜ້າສົນໃຈກວ່າຄວາມຍາວຂອງຂົວ ຄືແນວຄິດທີ່ຢູ່ເບື້ອງຫຼັງໃນການກໍສ້າງຂົວແຫ່ງນີ້. ການກໍ່ສ້າງຂົວຂ້າມທະເລທີ່ມີຄວາມຍາວຂະໜາດໃຫຍ່ ແລະ ຍາວຂະໜາດນີ້ ຕ້ອງໃຊ້ທັງງົບປະມານມະຫະສານ ເວລາ ເຕັກໂນໂລຊີ ວິສະວະກຳ ແລະ ກຳລັງຄົນຈຳນວນຫຼວງຫຼາຍ. ແຕ່ການລົງທຶນນັ້ນ ບໍ່ໄດ້ມີເປົ້າໝາຍພຽງອຳນວຍຄວາມສະດວກໃນການຄົມມະນາຄົມ ແຕ່ມັນເປັນສ່ວນໜຶ່ງຂອງວິໄສທັດໃນການເຊື່ອມຕໍ່ເຂດອ່າວກວາງຕຸ້ງ-ຮົງກົງ-ມາເກົ້າ ຫຼື Greater Bay Area ໃຫ້ກາຍເປັນພື້ນທີ່ເສດຖະກິດ ແລະ ຕົວເມືອງທີ່ເຊື່ອມໂຍງກັນຫຼາຍຂຶ້ນ.
ຮົງກົງ-ຈູຮາຍ-ມາເກົ້າ ມີບົດບາດ ແລະ ຈຸດແຂງທີ່ແຕກຕ່າງກັນ. ການມີເສັ້ນທາງຄົມມະນາຄົມທີ່ດີຂຶ້ນ ຈຶ່ງບໍ່ພຽງຫຼຸດເວລາໃນການເດີນທາງ ແຕ່ຍັງສາມາດເປີດໂອກາດໃໝ່ໃຫ້ກັບການຄ້າ ການລົງທຶນ ການທ່ອງທ່ຽວ ແລະ ການໄຫຼວຽນຂອງຜູ້ຄົນ.

ຈາກເສັ້ນທາງທີ່ເຄີຍຕ້ອງໃຊ້ການເດີນທາງ ທາງນ້ຳ ການເຊື່ອມຕໍ່ທາງຖະໜົນແຫ່ງນີ້ ໄດ້ເຮັດໃຫ້ເວລາເດີນທາງລະຫວ່າງຈຸດຕ່າງໆສັ້ນລົງ. ຄວາມໄວທີ່ເພີ່ມຂຶ້ນນີ້ ຍ່ອມໝາຍເຖິງຄວາມໄວໃນການເຊື່ອມໂຍງໂອກາດທາງເສດຖະກິດ. ສິ່ງທີ່ຂ້າພະເຈົ້າເຫັນຈາກຂົວແຫ່ງນີ້ ຈຶ່ງບໍ່ແມ່ນພຽງການລົງທຶນໃນໂຄງສ້າງພື້ນຖານ, ແຕ່ມັນແມ່ນການລົງທຶນໃນ “ການເຊື່ອມຕໍ່”.
ລັດຖະບານຈີນໄດ້ທຸ່ມເທຊັບພະຍາກອນເພື່ອສ້າງທັງຂົວ ອຸໂມງ ເກາະທຽມ ທາງຫຼວງ ແລະ ລະບົບຄົມມະນາຄົມທີ່ເຊື່ອມພື້ນທີ່ຕ່າງໆເຂົ້າຫາກັນ. ແນວຄິດນີ້ສະທ້ອນໃຫ້ເຫັນວ່າ ການພັດທະນາໃນມຸມມອງໜຶ່ງ ບໍ່ໄດ້ວັດຈາກຈຳນວນຕຶກສູງ ຫຼື ຖະໜົນທີ່ສ້າງໃໝ່ເທົ່ານັ້ນ ແຕ່ມັນໄດ້ວັດຈາກ ພື້ນທີ່ໜຶ່ງສາມາດເຊື່ອມຫາອີກພື້ນທີ່ໜຶ່ງໄດ້ດີພຽງໃດ.
ການເຊື່ອມຕໍ່ທີ່ດີ ເຮັດໃຫ້ຄົນໄປມາຫາສູ່ກັນງ່າຍຂຶ້ນ, ສິນຄ້າເດີນທາງໄດ້ໄວຂຶ້ນ, ນັກລົງທຶນເຂົ້າເຖິງຕະຫຼາດໄດ້ກວ້າງຂຶ້ນ, ນັກທ່ອງທ່ຽວເດີນທາງໄດ້ສະດວກຂຶ້ນ ແລະ ບັນດາເມືອງທີ່ຢູ່ຫ່າງກັນ ກໍສາມາດເຂົ້າມາຢູ່ໃນເຄືອຂ່າຍເສດຖະກິດດຽວກັນ.
ຂົວຮົງກົງ-ຈູຮາຍ-ມາເກົ້າ ແຫ່ງນີ້ເປັນຫຼາຍກວ່າໂຄງສ້າງຄອນກຣີດ ແລະ ເຫຼັກກ້າທີ່ພາດຜ່ານທະເລ. ມັນເປັນສັນຍາລັກຂອງການນຳເອົາພື້ນທີ່ ທີ່ມີພູມສາດ ແລະ ບົດບາດຕ່າງກັນ ເຂົ້າມາເຊື່ອມໂຍງກັນ. ຈາກມຸມມອງຂອງນັກຂ່າວທີ່ໄດ້ຢືນຢູ່ຕໍ່ໜ້າຂົວ ຄວາມຮູ້ສຶກອັນໂດດເດັ່ນທີ່ສຸດ ອາດບໍ່ແມ່ນຄວາມອັດສະຈັນຂອງວິສະວະກຳພຽງຢ່າງດຽວ ແຕ່ແມ່ນຄຳຖາມທີ່ວ່າ: “ເຮົາສາມາດສ້າງຫຍັງໄດ້ອີກ ຖ້າຄວາມຄິດ ເຕັກໂນໂລຊີ ແລະ ການລົງທຶນ ຖືກນຳມາວາງໄວ້ໃນທິດທາງດຽວກັນ?”

ການເດີນທາງຄັ້ງນີ້ສຳລັບຂ້າພະເຈົ້າ ຈຶ່ງບໍ່ແມ່ນພຽງການໄປຢ້ຽມຊົມສະຖານທີ່ສຳຄັນແຫ່ງໜຶ່ງຂອງຈີນ. ມັນເປັນບົດ ຮຽນວ່າ ການພັດທະນາສາມາດເລີ່ມຈາກຄຳຖາມງ່າຍໆວ່າ “ຈະເຮັດແນວໃດໃຫ້ຄົນສາມາດໄປຫາກັນໄດ້ງ່າຍຂຶ້ນ?”ຈາກຄຳຖາມນັ້ນ ຈຶ່ງເກີດເປັນເສັ້ນທາງ, ຂົວ, ອຸໂມງ ແລະ ເຄືອຂ່າຍຄົມມະນາຄົມ. ຈາກການເຊື່ອມເມື່ອງຕໍ່ເມືອງ ກໍອາດນຳໄປສູ່ການເຊື່ອມຕະຫຼາດ, ເຊື່ອມທຸລະກິດ, ເຊື່ອມການລົງທຶນ ແລະ ເຊື່ອມໂອກາດຂອງປະຊາຊົນ.
ໃນມື້ນັ້ນ ຂ້າພະເຈົ້າໄດ້ຢືນເບິ່ງຂົວທີ່ທອດຍາວອອກໄປກາງທະເລ. ສາຍຕາອາດຈະເບິ່ງບໍ່ເຫັນປາຍທາງຂອງມັນໄດ້ຢ່າງຊັດເຈນ ແຕ່ສິ່ງທີ່ເຫັນໄດ້ຢ່າງຈະແຈ້ງນັ້ນ ຄື ແນວຄິດຂອງການ “ເຊື່ອມຕໍ່”. ບາງຄັ້ງ ຂົວອາດບໍ່ໄດ້ພາພວກເຮົາໄປຫາພຽງອີກຝັ່ງໜຶ່ງ. ແຕ່ມັນອາດພາພວກເຮົາໄປຫາ ໂອກາດໃໝ່, ຕະຫຼາດໃໝ່ ແລະ ອະນາຄົດໃໝ່.
ສຳລັບຂົວ ຮົງກົງ-ຈູຮາຍ-ມາເກົ້າ ຕາມຂໍ້ມູນເຫັນໄດ້ວ່າ ໂຄງການກໍ່ສ້າງໄດ້ເລີ່ມຕົ້ນຂຶ້ນໃນວັນທີ 15 ທັນວາ 2009 ຢູ່ຝັ່ງຈີນ, ໂດຍມີ ທ່ານ ຫຼີ ເຄີ້ສຽງ (Li Keqiang), ສະມາຊິກຄະນະກຳມະການຖາວອນຂອງກົມການເມືອງພັກຄອມມູນິດຈີນ ແລະ ຮອງນາຍົກລັດຖະມົນຕີຈີນ ເປັນຜູ້ປະກອບພິທີເລີ່ມຕົ້ນການກໍ່ສ້າງ. ສ່ວນການກໍ່ສ້າງໃນຝັ່ງຮົງກົງໄດ້ເລີ່ມຕົ້ນໃນເດືອນທັນວາ 2011 ຫຼັງຈາກມີຄວາມລ່າຊ້າເນື່ອງຈາກການຄັດຄ້ານທາງກົດໝາຍກ່ຽວກັບຜົນກະທົບຕໍ່ສິ່ງ ແວດລ້ອມຂອງຂົວແຫ່ງນີ້.

ເສົາຂົວຕົ້ນສຸດທ້າຍໄດ້ຖືກຕິດຕັ້ງໃນວັນທີ 2 ມິຖຸນາ 2016. ຊິ້ນສ່ວນຊື່ສຸດທ້າຍຂອງອຸໂມງໃຕ້ທະເລ (ໃນສ່ວນທີ່ເປັນເສັ້ນທາງຊື່ທີ່ມີຄວາມຍາວ 4.860 ແມັດ) ໄດ້ຖືກຕິດຕັ້ງໃນວັນທີ 12 ກໍລະກົດ 2016 ແລະ ຈຸດເຊື່ອມຕໍ່ອຸໂມງຈຸດສຸດທ້າຍໄດ້ຖືກຕິດຕັ້ງໃນວັນທີ 2 ພຶດສະພາ 2017. ການກໍ່ສ້າງຂົວຫຼັກ ເຊິ່ງປະກອບດ້ວຍຂົວ ທາງຍົກລະດັບ ແລະ ອຸໂມງໃຕ້ທະເລ ໄດ້ສຳເລັດລົງໃນວັນທີ 6 ກໍລະກົດ 2017. ໂຄງການກໍ່ສ້າງທັງໝົດໄດ້ສຳເລັດລົງ ໃນວັນທີ 6 ກຸມພາ 2018. ມີຄົນງານເສຍຊີວິດຈຳນວນ 19 ຄົນໃນລະຫວ່າງໄລຍະເວລາການກໍ່ສ້າງ.
ໂຄງການ HZMB ທີ່ມີຄວາມຍາວ 55 ກິໂລແມັດ ນີ້ ປະກອບດ້ວຍ 3 ສ່ວນຫຼັກຄື: ຂົວຫຼັກ (29,6 ກິໂລແມັດ ຫຼື 18,4 ໄມລ໌) ທີ່ຕັ້ງຢູ່ກາງປາກແມ່ນ້ຳເພີນ (Pearl River estuary), ຖະໜົນເຊື່ອມຕໍ່ຝັ່ງຮົງກົງ (12 ກິໂລແມັດ ຫຼື 7,5 ໄມລ໌) ທາງທິດຕາເວັນອອກ, ແລະ ຖະໜົນເຊື່ອມຕໍ່ຝັ່ງຈູໄຫ (13,4 ກິໂລແມັດ ຫຼື 8,3 ໄມລ໌) ທາງທິດຕາເວັນຕົກຂອງປາກແມ່ນ້ຳ.