ທ່ານ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 13 ເມສາ 2020 ທີ່ສູນປະຕິບັດຄະນະສະເພາະກິດ ຄວບຄຸມພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ວ່າ: ມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 13 ເມສາ 2020 ທົ່ວໂລກມີລາຍງານກໍລະນີທັງໝົດ 210 (ປະເທດ/ເຂດ).

ກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ມີ 1.851.011 (ໃໝ່ 71.169) ເສຍຊີວິດ 114.098 (ໃໝ່ 5.319) ປີ່ນປົວຫາຍດີ 422.566 ຄົນ ມີບາງປະເທດ ຈຳນວນຄົນຕິດເຊື້ອມື້ດຽວມີເຖິງ 29.089 ຄົນ ແລະ ເສຍຊີວິດຫຼາຍກວ່າ 1.459 ຄົນຕໍ່ມື້ ອັດຕາຄວາມຮ້າຍແຮງເພີ່ມຂຶ້ນເປັນ 6,16% (ມື້ວານນີ້ 6.11%).

ສຳລັບການເຝົ້າລະວັງ COVID-19 ປະຈຳດ່ານໃນ ສປປ ລາວ ຮອດ 17:00 ໂມງ ຂອງວັນທີ 12 ເມສາ 2020 ຕາມດ່ານຊາຍແດນ ແລະ ສະໜາມບິນສາກົນ ຈຳນວນຜູ້ເດີນທາງເຂົ້າມາ ມີທັງໝົດ 1.060 ຄົນ ຜູ້ເດີນທາງຜ່ານດ່ານລາວ-ໄທ ທັງໝົດ 321 ຄົນ ໃນນັ້ນ ມີແຮງງານລາວທີ່ກັບມາແຕ່ໄທ 23 ຄົນ ເຫຼືອນັ້ນແມ່ນຄົນຂັບລົດບັນທຸກຂົນສິນຄ້າ ຜູ້ເດີນທາງຜ່ານດ່ານລາວ-ຈີນ ທັງໝົດ 304 ຄົນ ທັງໝົດແມ່ນພະນັກງານຂັບລົດບັນທຸກຂົນສິນຄ້າ ຜູ້ເດີນທາງຜ່ານດ່ານລາວ-ຫວຽດ ທັງໝົດ 435 ຄົນ ທັງໝົດແມ່ນພະນັກງານຂັບລົດບັນທຸກຂົນສິນຄ້າ ຜູ້ເດີນທາງຜ່ານສະໜາມບິນ 0 ຄົນ ເຊິ່ງໃນທຸກດ່ານແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້.

ສ່ວນການເຝົ້າລະວັງ ແລະ ວິເຄາະໃນວັນທີ 12 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 35 ຄົນ ໃນນັ້ນ ມີຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ 17 ຄົນ ກໍລະນີມີອາການສົງໄສ 18 ຄົນ ເຊິ່ງມີແຮງງານລາວທີ່ກັບມາແຕ່ໄທ 1 ຄົນ ໃນຈຳນວນ 35 ຄົນທີ່ມາກວດນັ້ນ ມີນະຄອນຫຼວງວຽງຈັນ 31 ຄົນ ແລະ ຕ່າງແຂວງ 4 ຄົນ ຄື: ຈຳປາສັກ 02 ຄົນ ຄຳມ່ວນ 1 ຄົນ (ແຮງງານລາວທີ່ກັບມາແຕ່ໄທ) ຫຼວງນ້ຳທາ 1 ຄົນ ຜົນກວດທັງໝົດ 35 ຄົນ ແມ່ນບໍ່ພົບເຊື້ອ.
ນັບແຕ່ເດືອນມັງກອນ ຮອດວັນທີ 12 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 1.186 ຄົນ ກວດພົບເຊື້ອທັງໝົດ 19 ຄົນ (ມື້ນີ້ຜົນກວດບໍ່ພົບເຊື້ອ) ແລະ ທັງໝົດ 19 ຄົນ ແມ່ນນອນປິ່ນປົວຕິດຕາມຢູ່ໂຮງໝໍ ເຊິ່ງຈຳນວນຜູ້ສຳຜັດໃກ້ຊິດທັງໝົດທີ່ໄດ້ຕິດຕາມແຕ່ວັນທີ 23 ມີນາ – 12 ເມສາ 2020 ມີທັງໝົດ 458 ຄົນ ໝົດກຳນົດຕິດຕາມທັງໝົດ 379 ຄົນ ຍັງສືບຕໍ່ຕິດຕາມທັງໝົດ 79 ຄົນ.