ຮອງນາຍົກລັດຖະມົນຕີ ຕິດຕາມການປະຕິບັດວຽກງານຂອງເຈົ້າໜ້າທີ່ແພດໝໍຢູ່ພາກສະໜາມ

    ວັນທີ 24 ເມສາ 2021 ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລາໂຣກສາຍພັນໃໝ່ ໂຄວິດ-19 ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມການປະຕິບັດວຽກງານຂອງເຈົ້າໜ້າທີ່ແພດໝໍຢູ່ພາກສະໜາມ ເພື່ອກວດຫາເຊື້ອພະຍາດໂຄວິດ-19 ຈາກກຸ່ມສ່ຽງທີ່ໃກ້ຊິດກັບຜູ້ທີ່ເປັນພະຍາດໂຄວິດ-19 ຢູ່ 4 ຈຸດຄື: ທີ່ສະໂມສອນຄະນະກຳມະການກີລາແຫ່ງຊາດ (ເດີ່ນກີລາເຈົ້າອານຸວົງ) ເມືອງຈັນທະບູລີ ໂຮງຮຽນ ມສ ມິດຕະພາບນະຄອນຫຼວງວຽງຈັນ-ນະຄອນໂຮ່ຈີມິງ ເມືອງສີໂຄດຕະບອງ ສູນກີລາໃນຮົ່ມບຶງຂະຫຍອງ ເມືອງສີສັດຕະນາກ ໂຮງຮຽນ ມສ ລາວ-ຫວຽດ ໂພນພະເນົາ ເມືອງໄຊທານີ ແລະ ໂຮງໝໍເຊດຖາທິຣາດ.

    ການລົງເຄື່ອນໄຫວຄັ້ງນີ້ ທ່ານຮອງນາຍົກລົດຖະມົນຕີ ໄດ້ຮັບຟັງການລາຍງານສະພາບການເຮັດວຽກຂອງຄະນະສະເພາະກິດເມືອງ ແລະ ເຈົ້າໜ້າທີ່ແພດໝໍປະຈຳຈຸດກວດໂຄວິດ-19 ຢູ່ແຕ່ລະຈຸດ ເຊິ່ງເລີ່ມແຕ່ວັນທີ 21 ເມສາ 2021 ເປັນຕົ້ນມາ ໂອກາດນີ້ ທ່ານຮອງນາຍົກລົດຖະມົນຕີ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍເປັນຢ່າງສູງຕໍ່ທາງເຈົ້າໜ້າທີ່ ໂດຍສະເພາະ ບັນດາທີມງານແພດໝໍ ພ້ອມເຈົ້າໜ້າທີ່ຕຳຫຼວດ ແລະ ຄະນະສະເພາະກິດແຕ່ລະເມືອງ ທີ່ໄດ້ພ້ອມກັນຊ່ວຍເຫຼືອກັນ ເຊິ່ງໃນນາມລັດຖະບານ ແລະ ຄະນະສະເພາະກິດ ແມ່ນໄດ້ຕິດຕາມຢ່າງໃກ້ຊິດ ແລະ ຕີລາຄາສູງຕໍ່ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ເຫຼົ່ານີ້ ແລະ ນີ້ແມ່ນການເສຍສະຫຼະອັນສູງສົ່ງອັນໜຶ່ງ ທີ່ປຽບເໜືອນການຕໍ່ສູ້ໃນບັ້ນຮົບໜຶ່ງ ທີ່ໝົດທຸກຄົນໄດ້ຮ່ວມແຮງຮ່ວມໃຈສຸມກຳລັງເຂົ້າຕໍ່ສູ້ກັບບັ້ນຮົບນີ້ ແລະ ເຊື່ອໝັ້ນວ່າ ພວກເຮົາຈະໄດ້ຮັບໄຊຊະນະໃນອີກບໍ່ດົນນີ້.

    ສຳລັບຈຸດກວດໂຄວິດ-19 ຢູ່ສະໂມສອນຄະນະກຳມະການກີລາແຫ່ງຊາດ (ເດີ່ນກີລາເຈົ້າອານຸວົງ) ເມືອງຈັນທະບູລີ ນັບແຕ່ວັນທີ 21-23 ເມສາ 2021 ມີກຸ່ມສ່ຽງຈຳນວນ 627 ຄົນ ຈຸດກວດໂຮງຮຽນ ມສ ມິດຕະພາບ ນະຄອນຫຼວງວຽງຈັນ-ນະຄອນໂຮ່ຈີມິງ ເມືອງສີໂຄດຕະບອງ ຈຳນວນ 591 ຄົນ ແລະ ສູນກີລາໃນຮົ່ມບຶງຂະຫຍອງ ເມືອງສີສັດຕະນາກ ຈຳນວນ 1.000 ກວ່າຄົນ.

# ຂ່າວ & ພາບ: ຊິລິການດາ

error: Content is protected !!