ວັນທີ 24 ເມສາ 2021 ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແລະ ຄະນະ ໄດ້ໄປຢ້ຽມຢາມໃຫ້ກຳລັງໃຈພະນັກງານແພດໝໍທີ່ປະຕິບັດໜ້າທີ່ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຢູ່ໂຮງໝໍມິດຕະພາບ 150 ຕຽງຫຼັງໃໝ່ ພ້ອມທັງກວດກາ-ຊີ້ນຳວຽກງານການປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍມີການນຳຂອງກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ ແລະ ໂຮງໝໍມິດຕະພາບ 150 ຕຽງ ໃຫ້ການຕ້ອນຮັບ.

ໃນໂອກາດນີ້ ທ່ານນາຍົກລັດຖະມົນຕີ ແລະ ຄະນະ ໄດ້ຮັບຟັງການລາຍງານສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດເຮົາໃນໄລຍະ 24 ຊົ່ວໂມງທີ່ຜ່ານມາ ແລະ ສະພາບການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ທີ່ກໍາລັງປິ່ນປົວຢູ່ໂຮງໝໍຕ່າງໆ ໄດ້ຮັບຟັງການລາຍງານກ່ຽວກັບຄວາມພ້ອມດ້ານຕ່າງໆໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນຕໍ່ໜ້າ ເປັນຕົ້ນ ດ້ານສະຖານທີ່ຮອງຮັບ ຢາປິ່ນປົວ ວັກຊິນປ້ອງກັນ ນໍ້າຢາກວດເຊື້ອພະຍາດ ອຸປະກອນການແພດຕ່າງໆ ລວມທັງແຜນການດ້ານວິຊາການ ການປະຕິບັດນະໂຍບາຍຕໍ່ພະນັກງານແພດໝໍ ຄວາມຫຍຸ້ງຍາກຕ່າງໆ ແລະ ອື່ນໆ ຫຼັງຈາກນັ້ນ ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ຍ້ອງຍໍຊົມເຊີຍພະນັກງານແພດໝໍ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໃນການເອົາໃຈໃສ່ປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນດ້ວຍຄວາມອົດທົນພະຍາຍາມ ເສຍສະຫຼະສູງ ແລະ ມີຜົນສຳເລັດດີສົມຄວນ ອັນສຳຄັນ ທ່ານໄດ້ຊີ້ນຳໃຫ້ພາກສ່ວນ ແລະ ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຕໍ່ບາງວຽກງານ ເປັນຕົ້ນ ໃຫ້ນະຄອນຫຼວງວຽງຈັນເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດຄຳສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021 ໂດຍສະເພາະ ວຽກງານກວດກາ ແລະ ຈໍາກັດການເຄື່ອນໄຫວໄປມາຂອງຜູ້ຄົນໃນເຂດທີ່ມີຄວາມສ່ຽງສູງ ກໍ່ຄືບັນດາບ້ານທີ່ມີຜູ້ຕິດເຊື້ອພະຍາດ ໃຫ້ພາກສ່ວນກ່ຽວຂ້ອງຄົ້ນຄວ້າສ້າງແຜນທົດລອງ ນຳຜູ້ຕິດເຊື້ອທີ່ມີອາການເບົາບາງ ໄປປິ່ນປົວຢູ່ນອກໂຮງໝໍ ກໍຄືບ່ອນທີ່ມີເງື່ອນໄຂສະດວກຂອງຄອບຄົວຜູ້ຕິດເຊື້ອ ແຕ່ຢູ່ພາຍໃຕ້ການປິ່ນປົວ ແນະນຳ ຕິດຕາມ ກວດກາ ແລະ ຄຸ້ມຄອງຂອງພະນັກງານແພດໝໍ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເພື່ອຫຼຸດຜ່ອນຄວາມແອອັດການປິ່ນປົວຢູ່ໂຮງໝໍ ໃນກໍລະນີມີການລະບາດຫຼາຍໃນຕໍ່ໜ້າ ເອົາໃຈໃສ່ເບິ່ງແຍງການປະຕິບັດໜ້າທີ່ ແລະ ການດຳລົງຊີວິດຂອງພະນັກງານແພດໝໍໃຫ້ດີ ໃຫ້ມີສຸຂະພາບແຂງແຮງ ຮັບປະກັນ ສາມາດປະຕິບັດໜ້າທີ່ໄດ້ດີຢ່າງຕໍ່ເນື່ອງ ລວມທັງການປະຕິບັດນະໂຍບາຍຕໍ່ເຂົາເຈົ້າຕາມເງື່ອນໄຂ ແລະ ເວລາທີ່ເໝາະສົມ ສືບຕໍ່ສີດຢາຂ້າເຊື້ອ ບັນດາບໍລິເວນທີ່ຜູ້ຕິດເຊື້ອໄດ້ໄປເຄື່ອນໄຫວ ສືບຕໍ່ສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ໄວ ໂດຍໃຫ້ມີລັກສະນະຍາດແຍ່ງ ແລະ ສູ້ຊົນຫຼາຍກວ່າເກົ່າ ໃຫ້ສະໜອງ ແລະ ເປີດເຜີຍຂໍ້ມູນຜູ້ຕິດເຊື້ອທີ່ຈຳເປັນ ໃຫ້ແກ່ທ້ອງຖິ່ນຜູ້ຕິດເຊື້ອອາໄສຢູ່ ແລະ ສັງຄົມຮັບຊາບຢ່າງກວ້າງຂວາງ ເພື່ອສາມາດປະຕິບັດມາດຕະການປ້ອງກັນ ແລະ ແກ້ໄຂໄດ້ຢ່າງທັນການ ແລະ ຖືກຕ້ອງ ໃຫ້ສະເໜີແຜນຕ່າງໆທີ່ເປັນທາງການໄວ ເປັນຕົ້ນ ແຜນຄວາມຕ້ອງການຕ່າງໆ ແຜນການເຄື່ອນໄຫວວຽກງານຕ່າງໆທີ່ເປັນອັນໃໝ່ ດຳເນີນຂັ້ນຕອນຕ່າງໆໃນການແກ້ໄຂ ແລະ ຊ່ວຍເຫຼືອບັນດາພາກເອກະຊົນທີ່ມີເງື່ອນໄຂ ແລະ ສະເໜີເຈດຈຳນົງຢາກຊື້ວັກຊິນປ້ອງກັນພະຍາດມາສັກໃຫ້ພະນັກງານຂອງຕົນ ແລະ ຊ່ວຍເຫຼືອລັດຖະບານໃຫ້ໄວ ແລະ ທັນສະພາບການ ເອົາໃຈໃສ່ເຮັດວຽກໂຄສະນາເຜີຍແຜ່ໃຫ້ແຂງແຮງກວ່າເກົ່າ ໃນນັ້ນ ດ້ານເນື້ອໃນໃຫ້ເພີ່ມຄວາມຮູ້ກ່ຽວກັບການປ້ອງກັນ ການປິ່ນປົວຂັ້ນພື້ນຖານ ລວມທັງການປຸກລະດົມປະຕິບັດພັນທະ ແລະ ການມີສ່ວນຮ່ວມຂອງສັງຄົມ ໃຫ້ສັງຄົມໄດ້ຮັບຮູ້-ເຂົ້າໃຈ ແລະ ເຂົ້າຮ່ວມຫຼາຍກວ່າເກົ່າ.

ຈາກນັ້ນ ທ່ານ ພັນຄຳ ວິພາວັນ ແລະ ຄະນະ ໄດ້ສືບຕໍ່ໄປກວດກາເບິ່ງສະຖານທີ່ເພື່ອກະກຽມຄວາມພ້ອມຮອງຮັບປິ່ນປົວຜູ້ຕິດເຊື້ອໂຄວິດ-19 ໃນກໍລະນີທີ່ມີການແຜ່ລະບາດຫຼາຍ ຢູ່ສະໜາມກິລາລ້ານຊ້າງ (ສະໜາມກິລາໃນຮົ່ມ) ທີ່ບ້ານດອນກອຍ ເມືອງສີສັດຕະນາກ ເຊິ່ງເປັນໜຶ່ງສະຖານທີ່ທີ່ມີຄວາມເໝາະສົມ.

# ຂ່າວ & ພາບ: ວຽງມາ