ໂຮງໝໍ 5 ເມສາ ກຽມຄວາມພ້ອມຮອບດ້ານ ໃນການຮອງຮັບຄົນເຈັບພະຍາດໂຄວິດ-19 ທີ່ອາດຈະເພີ່ມຂຶ້ນ

            ໃນວັນທີ 24 ເມສາ 2021 ທ່ານ ພົທ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ໄດ້ລົງຢ້ຽມຢາມໂຮງໝໍ 5 ເມສາ ເພື່ອຕິດຕາມການກະກຽມຄວາມພ້ອມຮອບດ້ານ ໃນການຮອງຮັບຄົນເຈັບພະຍາດໂຄວິດ-19 ທີ່ອາດຈະເພີ່ມຂຶ້ນ ເປັນກຽດຕ້ອນຮັບຂອງທ່ານ ດຣ ພອນສະຫວັນ ວົງຄຳຈັນ ຮອງຫົວໜ້າກົມເສນາຮັກ ທັງເປັນຄະນະສະເພາະກິດປ້ອງກັນ ຄວບຄຸມການລະບາດຂອງພະຍາດດັ່ງກ່າວຂອງກະຊວງປ້ອງກັນຄວາມສະຫງົບ.

    ໂອກາດນີ້ ທ່ານ ດຣ ພອນສະຫວັນ ວົງຄຳຈັນ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ນາຍ ແລະ ພົນຕຳຫຼວດໃນໄລຍະຜ່ານມາວ່າ: ໂດຍປະຕິບັດຕາມຄຳສັ່ງເລກທີ 06/ນຍ ປະຕິບັດຕາມຄຳສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ຄວບຄຸມ ແລະ ກຽມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19 ແລະ ແຈ້ງການຄະນະສະເພາະກິດຂັ້ນສູນກາງ ສະບັບເລກທີ 3403/ສພກ ເລື່ອງການໃຫ້ວັກຊີນກັນພະຍາດດັ່ງກ່າວ ແລະ ການເຫັນດີເຫັນພ້ອມເປັນເອກະພາບຄະນະພັກ ຄະນະນຳທຸກຂັ້ນໃນກຳລັງປ້ອງກັນຄວາມສະຫງົບ ດັ່ງນັ້ນ ກົມເສນາຮັກ ໂຮງໝໍ 5 ເມສາ ໄດ້ປະສານສົມທົບສ້າງແຜນລະອຽດກຳນົດເປົ້າໝາຍ ຈຸດປະສົງແມ່ນເພື່ອແນໃສ່ໃຫ້ນາຍ ແລະ ພົນຕຳຫຼວດ 17 ກົມກອງອ້ອມຂ້າງກະຊວງ ທີ່ຈັດຢູ່ໃນກຸ່ມສ່ຽງສູງ ເຊັ່ນ: ພະນັກງານແພດໝໍ ພະນັກງານນາຍ-ພົນຕຳຫຼວດທີ່ເຮັດວຽກປະຈຳດ່ານເຂົ້າ-ອອກຕ່າງໆ ແລະ ພະນັກງານທີ່ເຮັດວຽກສືບສວນກໍລະນີຢູ່ສູນກັກກັນຕ່າງໆ ສະເພາະຊຸດທີ 1 ເລີ່ມແຕ່ວັນທີ 23-26 ມີນາ 2021ແມ່ນກຳນົດເອົາພະນັກງານຂັ້ນພະແນກຂຶ້ນໄປ ຊຸດທີ 2 ເລີ່ມແຕ່ວັນທີ 20-29 ເມສາ 2021ແນໃສ່ກຸ່ມທີ່ຈັດແລະ ຢູ່ໃນກຸ່ມສ່ຽງ ນາຍ ແລະ ພົນຕຳຫຼວດ ຄອບຄົວ ແລະ ຍາດພີ່ນ້ອງ ໃນນັ້ນ ຊຸດທີ 1 ມີຜູ້ມາຮັບວັກຊີນທັງໝົດ 692 ຄົນ ຊຸດທີ 2 ມີຜູ້ມາຮັບວັກຊີນທັງໝົດ 834 ຄົນ ລວມທັງໝົດ 3.314 ເຂັມ ສ່ວນການກະກຽມຮອງຮັບຄົນເຈັບພະຍາດໂຄວິດ-19 ທີ່ອາດຈະເພີ່ມຂຶ້ນນັ້ນ ທາງໂຮງໝໍ 5 ເມສາ ໄດ້ກະກຽມຕຽງຮອງຮັບ ຈຳນວນ 16 ຕຽງ ເຊິ່ງຍັງເປັນຈຳນວນທີ່ຈຳກັດ ນັ້ນກໍຍ້ອນສະຖານທີ່ຄັບແຄບ.

    ໂອກາດນີ້ ທ່ານ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ກ່າວຮຽກຮ້ອງໃຫ້ກຳລັງ ປກສ ໂຄສະນາເຜີຍແຜ່ຄວາມອັນຕະລາຍ ແລະ ວິທີການປ້ອງກັນພະຍາດດັ່ງກ່າວ ໃຫ້ກຳລັງ ປກສ ຮັບຮູ້ ເຂົ້າໃຈ ຄຽງຄູ່ກັບການເອົາໃຈໃສ່ປຸກລະດົມພະນັກງານ ນາຍຕຳຫຼວດພ້ອມກັນຕື່ນຕົວເຂົ້າມາສັກຢາວັກຊີນໃຫ້ໄດ້ຕາມກຳນົດ ທັງໃຫ້ກະກຽມແພດໝໍທີ່ມີຄວາມຮູ້ທາງການແພດເຂົ້າມາຊ່ວຍໃນການປິ່ນປົວຄົນເຈັບ ສຳລັບອຸປະກອນນຳໃຊ້ເຊັ່ນ: ນໍ້າຢາຂ້າເຊື້ອ ຜ້າອັດປາກ-ດັງ ແລະ ອຸປະກອນອື່ນໆທີ່ຈຳເປັນ ໃຫ້ຂຶ້ນແຜນຢ່າງລະອຽດເພື່ອຂໍຄວາມຊ່ວຍເຫຼືອສະໜັບສະໜູນຈາກຂັ້ນເທິງໃຫ້ພຽງພໍກັບການນຳໃຊ້ຢ່າງທົ່ວເຖິງ ພ້ອມນັ້ນ ແມ່ນໃຫ້ສືບຕໍ່ພ້ອມກັນປະຕິບັດຕາມແຈ້ງການເລກທີ 15/ນຍຢ່າງເຂັ້ມງວດ.

# ຂ່າວ & ພາບ: ເພັດສະໝອນ-ລັດເວລາ

error: Content is protected !!