ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນເມສາ 2021

      ໃນວັນທີ 23 ເມສາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນນາມຕາງໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍອະນຸຍາດ ຖະແຫຼງຜົນກອງປະຊຸມສະໄໝສາມັນ ປະຈໍາເດືອນເມສາ ຂອງລັດຖະບານຊຸດທີ IX ທີ່ໄດ້ໄຂຂຶ້ນໃນວັນທີ 22 -23 ເມສາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ມີບັນດາທ່ານ ສະມາຊິກລັດຖະບານເຂົ້າຮ່ວມຢ່າງພ້ອມພຽງ. 

       ກອງປະຊຸມໄດ້ຮັບຟັງ ຄົ້ນຄວ້າປຶກສາຫາລື ແລະ ປະກອບຄຳເຫັນຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງຕໍ່ 7 ເອກະສານທີ່ສຳຄັນ ຄື: 

    1. ໄດ້ຮັບຟັງບົດລາຍງານຮອບດ້ານ ການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ປະຈໍາເດືອນເມສາ ແລະ ທິດທາງແຜນວຽກຈຸດສຸມເດືອນພຶດສະພາ 2021: ກອງປະຊຸມເຫັນວ່າການປະຕິບັດໜ້າທີ່ວຽກງານຂອງລັດຖະບານ ຊຸດທີ 9 ໃນເດືອນເມສານີ້ ເຖິງວ່າເປັນເວລາສັ້ນ ແຕ່ກໍໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີຂອງລັດຖະບານ ຊຸດທີ VIII ເຖິງແມ່ນວ່າຈະພົບກັບຄວາມຫຍຸ້ງຍາກຫຼາຍດ້ານ ໃນນັ້ນ ມີສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ວຽກງານສ່ວນຫຼາຍກໍໄດ້ສືບຕໍ່ດໍາເນີນເປັນປົກກະຕິ ແລະ ມີຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນ ສາມາດຮັກສາສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໄດ້ໂດຍພື້ນຖານ ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ໄດ້ດຳເນີນໃນບາດກ້າວເບື້ອງຕົ້ນ ທີ່ມີລັກສະນະຕັ້ງໜ້າກວ່າເກົ່າ.

    2. ໄດ້ພິຈາລະນາຮ່າງວິໃສທັດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 20 ປີ (2021-2040) ຍຸດທະສາດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດີຈິຕອນແຫ່ງຊາດ ໄລຍະ 5 ປີ ຄັ້ງທີ I: ກອງປະຊຸມໄດ້ເຫັນດີດ້ານຫຼັກການຮັບຮອງເອົາທັງ 3 ເອກະສານ ແລະ ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງນຳໄປປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ເປັນຕົ້ນ ການຈັດລຽງໂຄງສ້າງ ການອະທິບາຍຄໍາສັບ ແລະ ອື່ນໆ ໃຫ້ສອດຄ່ອງກັບສະພາບຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້;ກໍານົດໜ້າວຽກຂອງຂະແໜງການໃນແຕ່ລະໄລຍະໃຫ້ຊັດເຈນ ແລະ ແທດເໝາະກັບຄວາມສາມາດໃນການຈັດຕັ້ງປະຕິບັດຕົວຈິງ. 

    3. ໄດ້ພິຈາລະນາຮ່າງເອກະສານກ່ຽວກັບການເພີ່ມທະວີການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ ແລະ ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງການພັດທະນາໃນໄລຍະໃໝ່: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງເອກະສານດັ່ງກ່າວ ມອບໃຫ້ພາກສ່ວນກ່ຽວຂ້ອງປັບປຸງເນື້ອໃນທີ່ຕິດພັນກັບກົນໄກ ຫຼັກສູດການຮຽນ-ການສອນ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີຄວາມຈະແຈ້ງ ສອດຄ່ອງກັບເງື່ອນໄຂຕົວຈິງ ແລະ ສາມາດປະຕິບັດໄດ້.

    4. ໄດ້ພິຈາລະນາຮ່າງຍຸດທະສາດການພັດທະນາລະບົບສະຖາບັນການເງິນ-ເງິນຕາ 5 ປີ (2021-2025) ແລະ ວິໄສທັດຮອດປີ 2030 ສະບັບປັບປຸງ: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງຍຸດທະສາດດັ່ງກ່າວ ໂດຍມອບໃຫ້ທະນາຄານ ແຫ່ງ ສປປ ລາວ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງບາງເນື້ອໃນໃຫ້ລະອຽດ ຄົບຖ້ວນ ຈະແຈ້ງ ຮັດກຸມ ສາມາດຈັດຕັ້ງປະຕິບັດ ແລະ ຄຸ້ມຄອງໄດ້ ເປັນຕົ້ນ ມາດຕະການໃນການປ່ອຍກູ້ ການເຂົ້າເຖິງແຫຼ່ງທຶນ ມາດຕະການຄຸ້ມຄອງເງິນຕາ ການປະຕິບັດນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດ ທີ່ມີການຄຸ້ມຄອງຂອງລັດໃຫ້ຮັດກຸມຂຶ້ນຕື່ມ ແລະ ບັນຫາອື່ນໆ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ. ພ້ອມນັ້ນ ໄດ້ຊີ້ນໍາໃຫ້ທະນາຄານແຫ່ງ ສປປ ລາວ (1) ປັບປຸງກົງຈັກ ການຈັດຕັ້ງ ແລະ ກົນໄກການບໍລິຫານພາຍໃນຂອງສະຖາບັນການເງິນ ການບໍລິການໃຫ້ມີຄວາມທັນສະໄໝ ວ່ອງໄວ ມີປະສິດທິຜົນ ສາມາດຊຸກຍູ້ສົ່ງເສີມໃຫ້ຜູ້ປະກອບການ ແລະ ຜູ້ຜະລິດພາຍໃນເຂົ້າເຖິງແຫຼ່ງທຶນຢ່າງໂປ່ງໃສ ແລະ ສາມາດກວດສອບໄດ້;  (2) ກໍານົດນະໂຍບາຍທາງດ້ານທຸລະກິດໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງໃນແຕ່ລະໄລຍະ ໂດຍຫັນເປັນບາດກ້າວໃໝ່ ແລະ ມີລັກສະນະບຸກທະລຸຢ່າງແທ້ຈິງ.

    5. ຮ່າງດໍາລັດ ວ່າດ້ວຍລົດບໍລິຫານລັດ (ສະບັບສ້າງໃໝ່) ແລະ ຮ່າງດໍາລັດວ່າດ້ວຍການປະກອບ ແລະ ຄຸ້ມຄອງລົດປະຈໍາຕໍາແໜ່ງພະນັກງານລະດັບສູງ (ສະບັບປັບປຸງ): ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາສອງຮ່າງດຳລັດດັ່ງກ່າວ ແຕ່ໃຫ້ຂະແໜງການທີ່ກ່ຽວຂ້ອງນຳໄປປັບປຸງຄືນຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ການໃຫ້ນິຍາມຖືກຕ້ອງ-ຄົບຖ້ວນ ການຈັດລຽງເນື້ອໃນໃຫ້ເປັນໝວດໝູ່ ຮັດກຸມ ສັ້ນ-ກະທັດຮັດ ອ່ານແລ້ວເຂົ້າໃຈງ່າຍ ກຳນົດຂອບເຂດການນຳໃຊ້ໃຫ້ຊັດເຈນ-ລະອຽດ-ຈະແຈ້ງ ສອດຄ່ອງກັບສະພາບເງື່ອນໄຂຕົວຈິງໃນປັດຈຸບັນ ໂດຍສະເພາະ ທາງດ້ານເສດຖະກິດ-ສັງຄົມ ການຈັດຕັ້ງ ແລະ ພື້ນທີ່ການນຳໃຊ້ລົດ ບົນພື້ນຖານແນໃສ່ເຮັດໃຫ້ການຄຸ້ມຄອງ-ນໍຳໃຊ້ລົດລັດ ແລະ ການປະຕິບັດນະໂຍບາຍ ມີຄວາມເປັນເອກະພາບລວມສູນ ປະຢັດ-ຕ້ານການຟູມເຟືອຍ ສາມາດເປັນບ່ອນອີງທີ່ໜັກແໜ້ນ ແລະ ຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

    6. ຮ່າງດໍາລັດ ວ່າດ້ວຍການແຕ່ງກາຍ:ເພື່ອເປັນການຊຸກຍູ້ສົ່ງເສີມ ແລະ ປົກປັກຮັກສາວັດທະນະທໍາອັນດີງາມ ແລະ ເປັນເອກະລັກຂອງຊາດ ຂອງເຜົ່າ ໃຫ້ມີຄວາມຍືນຍົງ ທັງເປັນການສົ່ງເສີມພູມປັນຍາ ແລະ ຫົວຄິດປະດິດສ້າງຂອງຄົນລາວ ທາງດ້ານຫັດຖະກຳຢ່າງແທ້ຈິງ ລັດຖະບານເຫັນສົມຄວນມີນິຕິກຳຄຸ້ມຄອງ ຕິດຕາມ ກວດກາ ແລະ ເປັນບ່ອນອີງເພື່ອຄວາມເປັນເອກະ ພາບໃນການກຳນົດເຄື່ອງນຸ່ງ ກໍຄືຊຸດປະຈຳຊາດຂອງລາວເຮົາ ທັງເພດຍິງ ແລະ ເພດຊາຍ. 

     ຜ່ານການພິຈາລະນາ ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາການຄົ້ນຄວ້າດັ່ງກ່າວ ໂດຍໄດ້ຊີ້ນຳໃຫ້ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນຳໄປສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຄືນຕາມຄຳເຫັນຂອງສະມາຊິກລັດຖະບານ ໂດຍປ່ຽນຊື່ເປັນດຳລັດວ່າດ້ວຍຊຸດແຕ່ງກາຍປະຈຳຊາດ ນອກນັ້ນ ໃຫ້ກຳນົດຮູບແບບຂອງຊຸດ ເຊັ່ນ: ຄໍ ຖົງ ແຂນ ກະດູມ ຂາ ປາຍເສື້ອ-ສິ້ນ ແລະ ອື່ນໆ.

    ພ້ອມກັນນີ້ ກອງປະຊຸມຍັງໄດ້ຮັບຟັງການລາຍງານກ່ຽວກັບສະພາບການປ້ອງກັນ ຄວບຄຸມ ສະກັນກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ຊຶ່ງກອງປະຊຸມໄດ້ຊີ້ນຳໃຫ້ຄະນະສະເພາະກິດ ປະເມີນຄືນສະພາບການຄວບຄຸມການແຜ່ລະບາດຂອງພະຍາດດັ່ງກ່າວ ແລ້ວລາຍງານຄືນຢ່າງທັນການສົມຄວນ ເພີ່ມມາດຕະການຄືແນວໃດ; ປະເມີນຄວາມພ້ອມດ້ານຕ່າງໆໃນການຮັບມືກັບການແຜ່ລະບາດຂອງພະຍາດ ເປັນຕົ້ນ ສະຖານທີ່ກັກກັນຜູ້ທີ່ມີຄວາມສ່ຽງຕິດເຊື້ອ ແລະ ປິ່ນປົວຄົນເຈັບ ນໍ້າຢາກວດຫາເຊື້ອພະຍາດ ຢາສັກປ້ອງກັນພະຍາດ ອຸປະກອນການແພດ ແລະ ຄວາມຕ້ອງການດ້ານອື່ນໆ ໃຫ້ຂະແໜງ ສາທາລະນະສຸກເລັ່ງສັກຢາກັນພະຍາດໃຫ້ໄວ; ໃຫ້ບັນດາຂະແໜງການຕິດຕາມ ກວດກາການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 15/ນຍ ທີ່ຕິດພັນກັບໜ້າທີ່ ແລະ ຄວາມຮັບຜິດຊອບຂອງຂະແໜງການຕົນ ໂດຍມີການປະສານສົມທົບກັນຈັດຕັ້ງປະຕິບັດວຽກງານ ໃຫ້ມີປະສິດທິພາບ ປະສິດທິຜົນ ເຂັ້ມງວດ ແລະ ເດັດຂາດ. ພ້ອມກັນນີ້ ທ່ານນາຍົກລັດຖະມົນຕີ ບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ຈະລົງຕິດຕາມຊຸກຍູ້ ໃຫ້ກຳລັງໃຈພະນັກງານແພດ-ໝໍ ກວດກາ ແລະ ຊີ້ນຳວຽກງານການຈັດຕັ້ງປະຕິບັດວຽກງານຕົວຈິງຢູ່ໂຮງໝໍ ສະຖານທີ່ເກັບຕົວຢ່າງ ແລະ ສະຖານທີ່ຈຳກັດບໍລິເວນຕ່າງໆ.

    ໃນການກ່າວປິດກອງປະຊຸມປະຈຳເດືອນເມສາ ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ສະມາຊິກລັດຖະບານ ນຳເອົາຜົນກອງປະຊຸມໄປຜັນຂະຫຍາຍເປັນແຜນລະອຽດ ແລະ ແຜນປະຕິບັດງານຂອງຂະແໜງການຕົນ. ພ້ອມກັນນີ້ ຍັງໄດ້ມີທິດຊີ້ນຳໃຫ້ເອົາໃຈໃສ່ວຽກງານຈຸດສຸມປະຈຳເດືອນພຶດສະພາ 2021 ດັ່ງນີ້: 

    1) ຂົງເຂດປ້ອງກັນຊາດປ້ອງກັນຄວາມສະຫງົບ:

    ສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງໃຫ້ໝັ້ນຄົງ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ພ້ອມກັນນັ້ນ ກໍ່ສືບຕໍ່ເພີມທະວີການປະສານສົມທົບລະຫວ່າງຂະແໜງການກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອຮັບປະກັນຄວາມເຂັ້ມງວດການເຂົ້າອອກຢູ່ບັນດາດ່ານຊາຍແດນ ແລະ ສະກັດກັ້ນການລັກລອບເຂົ້າເມືອງ ແນໃສ່ປ້ອງກັນການລະບາດຂອງພະຍາດໂຄວິດ-19 ຄວາມບໍ່ສະຫງົບຕາມຊາຍແດນ ແລະ ບັນຫາອື່ນໆ;

    2) ຂົງເຂດເສດຖະກິດ :

    – ສືບຕໍ່ລະດົມຂົນຂວາຍການລົງທຶນດ້ວຍຫຼາຍຮູບການ ແກ້ໄຂບັນດາສິ່ງກີດຂວາງເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ນັກລົງທຶນ ແລະ ຍົກສູງປະສິດທິພາບການບໍລິການປະຕູດຽວ. ພ້ອມນີ້ ກໍເລັ່ງລັດການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດໃຫ້ມີປະສິດທິຜົນ ເພື່ອກະຕຸກຊຸກຍູ້ການສ້າງຖານລາຍຮັບເພີ່ມຂຶ້ນ.

    – ສືບຕໍ່ສຸມໃສ່ເກັບລາຍຮັບງົບປະມານໃຫ້ສໍາເລັດຕາມແຜນການ ຮັບປະກັນການເບີກຈ່າຍເງິນເດືອນໃຫ້ເປັນປົກກະຕິ. ສຸມໃສ່ຊອກຫາແຫຼ່ງດຸ່ນດ່ຽງເພື່ອຮັບປະກັນການຊຳລະໜີ້ສິນທັງພາຍໃນ ແລະ ຕ່າງປະເທດ ສືບຕໍ່ປັບປຸງກົນໄກຫັນເປັນທັນສະໄໝ ການເກັບລາຍຮັບງົບປະມານໃຫ້ສໍາເລັດ ເພື່ອຮັບປະກັນການແກ້ໄຂບັນຫາຮົ່ວໄຫຼຂອງງົບປະມານ ກະກຽມລາຍງານສະຫຼຸບຂາດຕົວງົບປະມານປີ 2020 ແລະ ການຈັດແບ່ງລາຍຮັບລາຍຈ່າຍງົບປະມານແຫ່ງລັດ 5 ປີ ຄັ້ງທີ 9 (2020-2025).

    – ສືບຕໍ່ຄຸ້ມຄອງອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນລະຫວ່າງທະນາຄານ ກັບຮ້ານແລກປ່ຽນເງິນຕາ ບໍ່ໃຫ້ມີຄວາມຫຼຸດໂຕນກັນຫຼາຍ ແລະ ໃຫ້ຢູ່ໃນລະດັບທີ່ສາມາດຄວບຄຸມໄດ້ ນັບທັງມີມາດຕະການຕິດຕາມການເຄື່ອນໄຫວຂອງທະນາຄານທຸລະກິດ ສະຖາບັນການເງິນ ໃຫ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ພ້ອມທັງມີມາດຕະການສົ່ງເສີມການນໍາໃຊ້ເງິນກີບໃນການຊື້ຂາຍແລກປ່ຽນສິນຄ້າໃຫ້ຫຼາຍຂຶ້ນກວ່າເກົ່າ.

    – ສືບຕໍ່ຕິດຕາມຊຸກຍູ້ ແລະ ສົ່ງເສີມການຜະລິດຂອງປະຊາຊົນໃນຂອບເຂດທົ່ວປະເທດ ໂດຍສະເພາະແມ່ນການຜະລິດເພື່ອສະໜອງໃຫ້ແກ່ສັງຄົມ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ ແລະ ເພື່ອສົ່ງອອກ.

    – ສືບຕໍ່ຄຸ້ມຄອງລາຄາສິນຄ້າອຸປະໂພກ ແລະ ບໍລິໂພກ ການນໍາເຂົ້າ-ສົ່ງອອກສິນຄ້າ ເພື່ອຊຸກຍູ້ການຜະລິດພາຍໃນ ແລະ ສົ່ງເສີມການຊົມໃຊ້ສິນຄ້າພາຍໃນຢ່າງກວ້າງຂວາງ ແລະ ເປັນຮູບປະທໍາ.

    – ສືບຕໍ່ສຸມໃສ່ປັບປຸງກົນໄກການອອກໃບຕາດິນໃຫ້ມີຄວາມສະດວກວ່ອງໄວ ຮັບປະກັນຄຸນນະພາບ ແລະ ສຳເລັດຕາມແຜນການທີ່ກຳນົດໄວ້.

    – ຕິດຕາມປະລິມານນໍ້າ ແລະ ກວດກາບັນດາເຂື່ອນຕ່າງໆ ເພື່ອຮັບປະກັນຄວາມປອດໄພ ແລະ ການບໍລິຫານຈັດການນໍ້າ ບໍ່ໃຫ້ມີຜົນກະທົບຕໍ່ປະຊາຊົນ ພ້ອມດຽວກັນນັ້ນ ກໍໃຫ້ເອົາໃຈໃສ່ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການທີ່ໄດ້ອະນຸມັດໄປແລ້ວ ເຊັ່ນ: ໂຄງການໄຟຟ້າຖ່ານຫີນ ໂຄງການສາຍສົ່ງ ແລະ ໂຄງການບໍ່ແຮ່ໃຫ້ມີປະສິດທິຜົນສູງສຸດ.

    – ກະກຽມຄວາມພ້ອມໃນການສ້ອມແປງເສັ້ນທາງ ແກ້ໄຂບັນຫາດິນເຊາະເຈື່ອນຖົມທາງໃນໄລຍະລະດູຝົນ ເພື່ອຮັບປະກັນການສັນຈອນໄປມາໃຫ້ມີຄວາມສະດວກ ແລະ ຮັບປະກັນຄວາມປອດໄພ. ພ້ອມໃຫ້ສືບຕໍ່ຊຸກຍູ້ໂຄງການທາງລົດໄຟລາວ-ຈີນ ແລະ ການກໍ່ສ້າງທາງດ່ວນໃຫ້ສາມາດປະຕິບັດໄດ້ຕາມແຜນການ.

    3) ຂົງເຂດວັດທະນະທໍາ-ສັງຄົມ

    ສືບຕໍ່ເອົາໃຈໃສ່ກະກຽມການຮຽນການສອນ ການສອບເສັງເລື່ອນຊັ້ນ ແລະ ການສອບເສັງຈົບຊັ້ນ ປ 5 ມ 4 ແລະ ມ 7 ໃຫ້ມີປະສິດທິຜົນ ແລະ ມີຄຸນນະພາບ ທັງໃຫ້ສອດຄ່ອງກັບເງື່ອນໄຂທີ່ມີການລະບາດຂອງພະຍາດໂຄວິດ 19.

    ສືບຕໍ່ເພີ່ມທະວີການຄຸ້ມຄອງ ຕິດຕາມ ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດມາດຕະການປ້ອງກັນ ຄວບຄຸມສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກໍານົດໄວ້ໃນຄໍາສັ່ງເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ພ້ອມດຽວກັນນັ້ນ ກໍສືບຕໍ່ແຈກຢາຍ ແລະ ດໍາເນີນການສັກຢາວັກຊິນຕ້ານພະຍາດໂຄວິດ 19 ໃຫ້ບັນດາກຸ່ມເປົ້າໝາຍຢ່າງເປັນລະບົບ ຫຼີກເວັ້ນຄວາມສ່ຽງໃນການຕິດເຊື້ອ.

    ສືບຕໍ່ຕິດຕາມຜົນກະທົບຈາກມາດຕະການເພີ່ມທະວີມາດຕະການສະກັດກັ້ນ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ 19 ຕໍ່ຜູ້ປະກອບການ ແລະ ແຮງງານ.

    ສືບຕໍ່ຕິດຕາມສະພາບຫາງສຽງຂອງສັງຄົມ ທີ່ມີລັກສະນະສ້າງພາບພົດອັນບໍ່ດີຕໍ່ພັກ ແລະ ລັດຖະບານ ເອົາໃຈໃສ່ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ໃນການປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19.

    ສືບຕໍ່ຕິດຕາມເຝົ້າລະວັງການປ່ຽນແປງດິນຟ້າອາກາດ ເພື່ອສະໜອງຂໍ້ມູນຂ່າວສານໃຫ້ທັນສະພາບການ ເພື່ອໃຫ້ປະຊາຊົນໄດ້ກະກຽມຮັບມືກັບການປ່ຽນແປງດັ່ງກ່າວ ພ້ອມທັງຕິດຕາມເຝົ້າລະວັງ ແລະ ກະກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອຕ້ານແລ້ງຕ້ານຖ້ວມ.

    4) ຂົງເຂດການປົກຄອງ ແລະ ຍຸຕິທໍາ :

    ສືບຕໍ່ປັບປຸງກົງຈັກ ການມອບໂອນວຽກງານຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ຂະແໜງການທີ່ກ່ຽວຂ້ອງໃຫ້ສຳເລັດໂດຍໄວ ພ້ອມດຽວກັນນັ້ນ ກໍສືບຕໍ່ເປັນໃຈກາງໃນການກວດກາ ແລະ ປັບປຸງຄືນ ພາລະບົດບາດຂອງຂະແໜງການຕ່າງໆ ໃຫ້ສອດຄ່ອງກັບລະບຽບ ແລະກົ ນໄກການເຮັດວຽກຂອງລັດຖະບານຊຸດທີ IX.

    ສືບຕໍ່ປັບປຸງກົດໝາຍ ບັນດານິຕິກຳຕ່າງໆຈຳນວນໜຶ່ງ ໃຫ້ມີຄວາມສອດຄ່ອງຕາມຄວາມຮຽກຮ້ອງຕ້ອງການໃໝ່ ໂດຍປະສານສົບທົບບັນດາກະຊວງ ແລະ ອົງການ ໃນການກະກຽມຮ່າງກົດໝາຍທີ່ມີແຜນນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX.

    5) ຂົງເຂດວຽກງານການຕ່າງປະເທດ :

    ສືບຕໍ່ຕິດຕາມຢ່າງໃກ້ຊິດ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໄຈເລິກເຊິ່ງ ກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບທາງດ້ານການເມືອງ ເສດຖະກິດ ແລະ ສັງຄົມຕໍ່ປະເທດເຮົາ ທັງມີມາດຕະການຮັບມືທີ່ເປັນລະບົບຮັດກຸມ ເພື່ອສືບຕໍ່ສ້າງສະພາບແວດລ້ອມອັນເອື້ອອໍານວຍໃຫ້ແກ່ການຮ່ວມມືໃນພາກພື້ນ ແລະ ສາກົນ. ພ້ອມກັນນີ້ ກໍໃຫ້ສືບຕໍ່ກະກຽມຮອບດ້ານ ແຜນການເຄື່ອນໄຫວວຽກງານຕ່າງປະເທດຂອງການນໍາຂັ້ນສູງຂອງພັກ ແລະ ລັດ ຕາມກົນໄກຜ່ານປະຕູດຽວຢູ່ກະຊວງການຕ່າງປະເທດ.

    6) ກະຊວງ ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຕ້ອງໄດ້ສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່ ສຶກສາອົບຮົມຢ່າງກວ້າງຂວາງ ແລະ ເລິກເຊິ່ງດ້ວຍຫຼາຍຮູບແບບ ແລະ ວິທີການ ເພື່ອໃຫ້ພະນັກງານ ນັກຮົບ ແລະ ປະຊາຊົນບັນດາ ເຜົ່າ ເພີ່ມຄວາມເປັນເຈົ້າໃນການປະຕິບັດຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ 19 ສະບັບເລກທີ15/ນຍ, ລົງວັນທີ21 ເມສາ 2021.

    ທັງໝົດນັ້ນ ແມ່ນຜົນຂອງກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ 2021 ຂອງລັດຖະບານຊຸດທີ IX. 

    ໄລຍະນີ້ ພວກເຮົາກຳລັງປະຕິບັດຄຳສັ່ງເລກທີ 15 ຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການເພີ່ມທະວີມາດຕະການສະກັດກັ້ນ ຄວບຄຸມ  ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດCOVID-19 .    

    ສະນັ້ນ ຂໍຮຽກຮ້ອງໃຫ້ທຸກພາກສ່ວນໃນທົ່ວສັງຄົມ ຕື່ນຕົວ ເປັນເຈົ້າການ ໃຫ້ການຮ່ວມມື ແລະ ພ້ອມກັນປະຕິບັດປະຕິບັດມາດຕະການຕ່າງໆທີ່ກຳນົດໄວ້ຢ່າງເຂັ້ມງວດ.

#  ພາບ & ເນື້ອໃນ: ກົມປະຊາສຳພັນ ຫສນຍ

error: Content is protected !!