ວັນທີ 22 ເມສາ 2021 ພະແນກຕຳຫຼວດປ້ອງກັນເສດຖະກິດ ຫ້ອງຕຳຫຼວດກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ທຳລາຍສິນຄ້າທີ່ລະເມີດລະບຽບການກ່ຽວກັບລະບອບພາສີອາກອນ ທຳລາຍຖິ້ມຢູ່ສູນຂີ້ເຫຍື້ອຫຼັກ 32 ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພັນໂທ ຄຳພອນ ພົມມະຈັນ ຫົວໜ້າພະແນກຕຳຫຼວດປ້ອງກັນເສດຖະກິດ ຫ້ອງຕຳຫຼວດ ປກສ ນວ ໃຫ້ຮູ້ວ່າ: ປະເພດສິນຄ້າທີ່ນຳມາທຳລາຍໃນຄັ້ງນີ້ ມີອາຫານທະເລ ແລະ ຢາສູບ ທີ່ລັກລອບນຳເຂົ້າແບບບໍ່ຖືກຕ້ອງເຊັ່ນ: ຢາສູບ 37 ແກັດ ລັກລອບເຂົ້າມາແຕ່ປະເທດມາເລເຊຍ ຊຸກເຊື່ອງມານຳລົດໂດຍສານປາກເຊ-ວຽງຈັນ ຈຸດຮັບສິນຄ້າຢູ່ແຖວຫຼັກ 21 ກວດພົບເຫັນໃນວັນທີ 20 ມີນາ 2021 ຈຶ່ງໄດ້ທຳການກັກສິນຄ້າໄວ້ ເພາະເປັນການກະທຳຜິດຕໍ່ດຳລັດການຄວບຄຸມຢາສູບ ສະບັບເລກທີ 52/ລບ ລົງວັນທີ 21/2/2019 ພ້ອມນີ້ ຍັງໄດ້ທໍາລາຍອາຫານທະເລທີ່ລັກລອບເຂົ້າມາຈາກປະເທດເພື່ອນບ້ານ ບໍ່ຖືກຕ້ອງຕາມການແຈ້ງການຂອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ວ່າດ້ວຍການຫ້າມນຳເຂົ້າອາຫານທະເລຈາກປະເທດໄທ ສະບັບເລກທີ 1194/ອຄ.ກຂອ ລົງວັນທີ 23 ທັນວາ 2020 ສິນຄ້າດັ່ງກ່າວ ເຈົ້າໜ້າທີ່ກັກໄດ້ໃນວັນທີ 6 ເມສາ 2021 ມີ: ກຸ້ງຈຳນວນ 19 ແກັດ ປາມຶກ 26 ແກັດ ປູ 1 ແກັດ ແລະ ຫອຍແຄງ 6 ເປົາ ລວມນ້ຳໜັກ 1.882 ກິໂລກຣາມ.


ເພື່ອເປັນການສະກັດກັ້ນບໍ່ໃຫ້ສິນຄ້າດັ່ງກ່າວ ສ່ຽງຖືກຈຳໜ່າຍໃນທ້ອງຕະຫຼາດມີການຊື້-ຂາຍໃຫ້ພົນລະເມືອງ ເຊິ່ງອາດເຮັດໃຫ້ນໍາໄປບໍລິໂພກແລ້ວເກີດມີຄວາມສ່ຽງສູງຕໍ່ການຕິດເຊື້ອພະຍາດ ໂຄວິດ 19 ແລະ ຕໍ່ຜົນກະທົບສຸຂະພາບ ທາງເຈົ້າໜ້າທີ່ຈຶ່ງໄດ້ນຳສິນຄ້າດັ່ງກ່າວໄປທຳລາຍຖິ້ມ.

* ຂ່າວ & ພາບ: ຊິລິການດາ