ຮ້ານບັນເທີງ ຄາຣາໂອເກະ ຮ້ານກິນ-ດື່ມກາງແຈ້ງ ຕື່ນຕົວປິດການບໍລິການເກືອບ 100%

    ຄະນະກຳມະການສະເພາະກິດ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ສົມທົບກັບກອງພັນປ້ອງກັນເຄື່ອນທີ່ ນວ ລົງຕິດຕາມກວດກາຮ້ານບັນເທີງ ຄາຣາໂອເກະ ຮ້ານກິນ-ດື່ມກາງແຈ້ງ ແລະ ອື່ນໆ ຢູ່ເຂດສີໂຄດຕະບອງ ຈັນທະບູລີ ໄຊເສດຖາ ໄຊທານີ ສີສັດຕະນາກ ແລະ ເມືອງຫາດຊາຍຟອງ ນວ ວັນທີ 22 ເມສາ 2021 ເພື່ອປະຕິບັດຕາມຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ແຈ້ງການຂອງກະຊວງ ຖວທ ກໍຄືແຈ້ງການຂອງພະແນກ ຖວທ ນວ ກ່ຽວກັບການປິດກິດຈະການບັນເທີງ ຄາຣາໂອເກະ ລານເບຍ ຮ້ານກິນດື່ມກາງແຈ້ງ ເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.

    ທ່ານ ເສກສັນຕິ ສຸມຸນທາ ຫົວໜ້າຂະແໜງທ່ອງທ່ຽວ ຄະນະກຳມະການສະເພາະກິດ ພະແນກ ຖວທ ນວ ໃຫ້ສໍາພາດວ່າ: ໂດຍປະຕິບັດຕາມຄໍາສັ່ງ ເລກທີ 368/ນຍ ລົງວັນທີ 13 ເມສາ 2021 ແຈ້ງການເລກທີ 733/ຖວທ ລົງວັນທີ 13 ເມສາ 2021 ແລະ ແຈ້ງການເລກທີ 0483/ຖວທ ນວ ກ່ຽວກັບການປິດກິດຈະການບັນເທີງ ຄາຣາໂອເກະ ລານເບຍ ຮ້ານກິນດື່ມກາງແຈ້ງຊົ່ວຄາວ ນັບແຕ່ວັນທີ 13-30 ເມສາ 2021 ມີ້ນີ້ພວກເຮົາກໍໄດ້ເລີ່ມຈັດຕັ້ງປະຕິບັດ ໂດຍສົມທົບກັບເຈົ້າໜ້າທີ່ກອງພັນປ້ອງກັນເຄື່ອນທີ່ ນວ ເຊິ່ງຜ່ານການຕິດຕາມກວດກາບັນດາທຸລະກິດການທ່ອງທ່ຽວ ໂດຍສະເພາະຮ້ານບັນເທີງ ຄາຣາໂອເກະ ລານເບຍ ຮ້ານກິນດື່ມກາງ ແຈ້ງ ແລະ ຮ້ານອາຫານຕ່າງໆ ໄດ້ຕື່ນຕົວປິດການບໍລິການ 99% ສ່ວນ 1% ເປັນຮ້ານເຂົ້າປຽກ ຮ້ານເຝີ ທີ່ຍັງເປີດບໍລິການລູກຄ້າ ແຕ່ສ່ວນໃຫຍ່ແມ່ນໃຫ້ຊື້ໄປກິນຢູ່ເຮືອນ ນອກນີ້ພວກເຮົາຍັງໄດ້ມອບໃຫ້ຫ້ອງການ ຖວທ 9 ເມືອງ ເປັນຜູ້ຈັດຕັ້ງກວດກາປະຕິບັດມາດຕະການໃນການປ້ອງກັນເປັນປົກກະຕິ ໂອກາດນີ້ ກໍຂໍຕ້ອງສະແດງຄວາມຊົມເຊີຍເຈົ້າໜ້າທີ່ ທີ່ຍາມໃດກໍໄດ້ໃຫ້ການຮ່ວມມືເປັນຢ່າງດີ ພ້ອມທັງສະໜັບສະໜູນ ແລະ ກຽມພ້ອມໃນການນໍາໃຊ້ມາດຕະການຕໍ່ຜູ້ຝ່າຝືນ ນອກນີ້ ອໍານາດການປົກຄອງເມືອງ ບ້ານ ກໍໄດ້ເອົາໃຈໃສ່ຕິດຕາມກວດກາໃນຂົງເຂດຂອງຕົນຮັບຜິດຊອບເປັນຢ່າງດີ ເພື່ອຮັບປະກັນບໍ່ໃຫ້ພະຍາດໂຄວິດ-19 ແຜ່ລະບາດ.

    ການຕິດເຊື້ຶອພະຍາດໂຄວິດ-19 ຂອງກໍລະນີ 59 ເປັນຫຍັງພະແນກ ຖວທ ນວ ຈຶ່ງບໍ່ອອກແຈ້ງການໃຫ້ປິດກິດຈະການທຸລະກິດທ່ອງທ່ຽວ ບັນເທີງ ຄາຣາໂອເກະ ຮ້ານກິນດື່ມຕ່າງໆ ເນື່ອງຈາກຢູ່ໃນໄລຍະເຝົ້າລະວັງຂອງລັດຖະບານ ແລະ ບໍ່ທັນມີແຈ້ງການໃຫ້ປິດກິດຈະການດັ່ງກ່າວ ຜູ້ຕິດເຊື້ອເຄື່ອນໄຫວໄລຍະວັນທີ 9-11 ເມສາ ຈົນມາຮອດວັນທີ 13 ເມສາ 2021 ຈຶ່ງໄດ້ມີແຈ້ງການໃຫ້ປິດກິດຈະການຊົ່ວຄາວ ເປັນຕົ້ນມາ ປັດຈຸບັນພວກເຮົາໄດ້ສົມທົບກັບເຈົ້າໜ້າທີ່ລົງຕິດຕາມກວດກາຕົວຈິງ ແລະ ໄດ້ປະຕິບັດມາດຕະການຢ່າງເຂັ້ມງວດ ຖ້າພົບຜູ້ລະເມີດ ຈຶ່ງຂໍຮຽກຮ້ອງໃຫ້ຜູ້ປະກອບການທຸລະກິດທ່ອງທ່ຽວ ບັນເທີງ ຄາຣາໂອເກະ ຮ້ານກິນດື່ມກາງແຈ້ງ ໃຫ້ການຮ່ວມມື ແລະ ໃຫ້ຖືເປັນພັນທະໜຶ່ງຕໍ່ສັງຄົມ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວ ເນື່ອງຈາກບັນດາທຸລະກິດເຫຼົ່ານີ້ ມີຄວາມສ່ຽງສູງ ແລະ ມີການຊຸມນຸມຄົນຈໍານວນຫຼາຍ ເຊິ່ງອາດກໍ່ໃຫ້ເກີດມີການແຜ່ເຊື້ອໄດ້ໄວ ຂໍສະແດງຄວາມຂອບໃຈມາຍັງບັນດາທຸລະກິດທີ່ໃຫ້ການຮ່ວມມື ແລະ ປິດການບໍລິການຕາມຄໍາສັ່ງຂອງຂັ້ນເທິງ ເຊິ່ງໄດ້ປະກອບສ່ວນເຮັດໃຫ້ສັງຄົມຫຼຸດຄວາມສ່ຽງຈາກພະຍາດດັ່ງກ່າວ ພ້ອມນີ້ ກໍຂໍຮຽກຮ້ອງໃຫ້ປະຊາຊົນທຸກຄົນຊ່ວຍເປັນຫູເປັນຕານໍາກັນ ຖ້າພົບເຫັນຮ້ານບັນເທີງ ຮ້ານອາຫານ ຮ້ານກິນດື່ມ ຮ້ານເບຍກາງແຈ້ງ ທີ່ຍັງເປີດບໍລິການ ຊ່ວຍແຈ້ງພະແນກ ຖວທ ນວ ເບີໂທ 020 55609035 ເພື່ອຕິດຕາມກວດກາ ແລະ ໃຊ້ມາດຕະການຕໍ່ຜູ້ລະເມີດ.           

    ທ່ານ ພັນຕີ ວິໄລ ໄຊຍະວົງຄໍາ ຫົວໜ້າກອງຮ້ອຍແກ້ໄຂຈາລະຈົນ ກອງພັນປ້ອງກັນເຄື່ອນທີ່ ນວ ກໍໃຫ້ສໍາພາດ ວ່າ: ພາຍຫຼັງໄດ້ຄໍາສັ່ງຈາກທ່ານນາຍົກລັດຖະມົນຕີ ທ່ານຫົວໜ້າກອງບັນຊາການ ປກສ ນວ ກໍໄດ້ເນັ້ນໜັກກ່ຽວກັບການກວດກາ ຕິດຕາມສະພາບໃນ ນວ ຈາກນັ້ນ ທ່ານຫົວໜ້າກອງພັນປ້ອງກັນເຄື່ອນທີ່ ນວ ກໍໄດ້ອອກຄໍາສັ່ງໃຫ້ພວກເຮົາລົງກວດການັບແຕ່ວັນທີ 20 ເມສາ 2021 ເປັນຕົ້ນມາ ທັງກາງເວັນ ແລະ ກາງຄືນ ເພື່ອຮັບປະກັນໃຫ້ສະພາບໃນ ນວ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ສໍາລັບການລົງກວດກາຄັ້ງນີ້ ພວກເຮົາໄດ້ນໍາກໍາລັງ 11 ສະຫາຍ ສົມທົບກັບຄະນະສະເພາະກິດພະແນກ ຖວທ ນວ 8 ສະຫາຍ ລວມ 19 ສະຫາຍ ເຊິ່ງພາຍຫຼັງການລົງຕິດຕາມກວດກາຕົວຈິງ ຜູ້ປະກອບການໄດ້ປະຕິບັດຕາມຄໍາສັ່ງຂອງທ່ານນາຍົກວາງອອກຢ່າງເຂັ້ມງວດ ສະແດງອອກ ໄດ້ປິດກິດຈະການຮ້ານບັນເທີງ ເທັກ ຜັບ ຄາຣາໂອເກະ ຮ້ານກິນດື່ມຕ່າງໆເປັນທາງການ ແລະ ບໍ່ມີຮ້ານໃດລະເມີດຄໍາສັ່ງດັ່ງກ່າວ ການສັນຈອນໄປ-ມາຕາມເສັ້ນທາງຫຼຸດລົງຫຼາຍ ເຮັດໃຫ້ປັດຈຸບັນ ນວ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ.

* ຂ່າວ & ພາບ: ສະບາໄພ

error: Content is protected !!