ມອບ-ຮັບໜ້າທີ່ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ຜູ້ໃໝ່

     ພິທີມອບ-ຮັບ ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນວັນທີ 22 ເມສາ 2021 ຢູ່ຄະນະດັ່ງກ່າວ ໂດຍມີທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຜູ້ຕາງໜ້າພະແນກການ ແລະ ພະນັກງານ-ລັດຖະກອນກ່ຽວ ຂ້ອງ ເຂົ້າຮ່ວມ.

     ຕາງໜ້າຄະນະຈັດຕັ້ງແຂວງຫຼວງພະບາງ ກໍໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການຍົກຍ້າຍທ່ານ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄປປະຈຳການຢູ່ຫ້ອງວ່າການປົກຄອງແຂວງ ແລະ ມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການແຕ່ງຕັ້ງທ່ານນາງ ວຽນວິໄລ ດີລະພັນ ກຳມະການປະຈໍາພັກແຂວງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ເປັນຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ຜູ້ໃໝ່.

   ໂອກາດນີ້ ທ່ານ ຄໍາຂັນ ຈັນທະວີສຸກ ກໍໄດ້ເນັ້ນໃຫ້ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ຜູ້ໃໝ່ ສືບຕໍ່ຮັກສາມູນເຊື້ອທີ່ຜູ້ເກົ່າສ້າງໄວ້ ພ້ອມທັງເສີມຂະຫຍາຍດ້ານດີ ແກ້ໄຂດ້ານອ່ອນ ຕິດພັນກັບການປັບປຸງ ແລະ ສືບຕໍ່ຈັດຕັ້ງປະຕິບັດວຽກງານທີ່ການຈັດຕັ້ງພັກ-ລັດມອບໝາຍໃຫ້ ໃຫ້ຂະຫຍາຍຕົວ ແລະ ມີຄວາມເຂັ້ມແຂງຂຶ້ນເປັນກ້າວໆ.

* ຂ່າວ & ພາບ: ສະບາໄພ

error: Content is protected !!