ເນື່ອງຈາກການແຜ່ລະບາດຂອງພະຍາດອັບເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ Covid-19 ໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ຜູ້ປະກອບການທຸລະກິດການທ່ອງທ່ຽວ ຕໍ່ຊີວິດການເປັນຢູ່ຂອງຜູ້ຄົນເປັນວົງກວ້າງ ແລະ ອື່ນໆ ຕໍ່ກັບສະພາບການດັ່ງກ່າວ ເຮັດໃຫ້ນັກທ່ອງທ່ຽວທີ່ມາທ່ຽວແຂວງສາລະວັນ ໄດ້ຮັບຜົນກະທົບ ແລະ ຕົກຄ້າງຢູ່ແຫຼ່ງທ່ອງທ່ຽວຕາດເລາະ ຈຳນວນ 25 ຄົນ ຍິງ 9 ຄົນ ໃນນັ້ນເປັນຄົນປະເທດຝຣັ່ງ 19 ຄົນ ອັງກິດ 3 ຄົນ ແບນຊິກອິນເດຍ ແລະ ຢີ່ປຸ່ນ ປະເທດລະ 1 ຄົນ.

ໃນວັນທີ 10 ເມສາ 2020 ທ່ານ ມະໄລວອນ ສີປະເສີດ ຮັກສາການພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໃນນາມຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດອັບເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ໄດ້ລົງຕິດຕາມ ແລະ ສອບຖາມຂໍ້ມູນຕ່າງໆ ເຫັນວ່ານັກທ່ອງທ່ຽວໃຫ້ການຮ່ວມມືເປັນຢ່າງດີ ທັງຮັບຮູ້ ເຂົ້າໃຈ ກ່ຽວກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທັງພາຍໃນ ແລະ ທົ່ວໂລກ ມີຄວາມຕື່ນຕົວໃນການກັກຕົວເອງຢູ່ໃນບໍລິເວນ ທັງຮັກສາສຸຂະພາບ ແລະ ຕິດຕາມຂໍ້ມູນຂ່າວສານທາງສື່ອອນລາຍເປັນປະຈຳ ແລະ ບາງຄົນກໍໄດ້ໂທແຈ້ງສະຖານທູດຂອງຕົນໄດ້ຮັບຮູ້ນຳ ສ່ວນຫຼາຍແມ່ນນັກທ່ອງທ່ຽວປະເພດແບັກເຟັກເກີ້ (ມາທ່ຽວແບບສ່ວນຕົວ ແລະ ຄອບຄົວ) ສະເລ່ຍອາຍຸ 30-60 ປີ ແລະ ໄລຍະເວລາເຂົ້າປະເທດລາວແຕກຕ່າງກັນ ເປັນຕົ້ນ: ມີນັກທ່ອງທ່ຽວເຂົ້າມາລະຫວ່າງເດືອນມັງກອນ 2020 ຈຳນວນ 3 ຄົນ ເຂົ້າມາລະຫວ່າງເດືອນກຸມພາ 9 ຄົນ ແລະ ເຂົ້າມາໃນລະຫວ່າງເດືອນມີນາ ຈຳນວນ 13 ຄົນ ເຊີ່ງທັງໝົດແມ່ນຕົກຄ້າງຢູ່ແຫຼ່ງທ່ອງທ່ຽວຕາດເລາະ ໄດ້ພັກອາໄສຢູ່ເຮືອນພັກ ຝັນດີຣີສອດ ເມືອງເລົ່າງາມ ຈຳນວນ 19 ຄົນ ຍິງ 7 ຄົນ. ອາໄສຢູ່ເຮືອນພັກ ສີປະເສີດ ຈຳນວນ 4 ຍິງ 1 ຄົນ ແລະ ເຮືອນພັກ ປາລະມີ 2 ຄົນ ຍິງ 1 ຄົນ ເມືອງສາລະວັນ ໃນນັ້ນມີນັກທ່ອງທ່ຽວທີ່ອາຊີບເປັນພະຍາບານ ນອກນີ້ຜູ້ປະກອບການເຮືອນພັກ ໄດ້ຜ່ອນຜັນຫຼຸດຄ່າເຊົ່າໃຫ້ນັກທ່ອງທ່ຽວ 50% ຂອງມູນຄ່າ ຕະຫຼອດໄລຍະທີ່ພະຍາດຍັງລະບາດ ແລະ ໄດ້ນຳພານັກທ່ອງທ່ຽວຕໍ່ວິຊາ, ປັດສະປອດ ທັງໄດ້ໃຊ້ຊີວິດ ກິນຢູ່ພັກເຊົາ ຮ່ວມກັນ.

ຈາກນັ້ນ ຄະນະນຳພະແນກ ຖວທ ແຂວງ ກໍໄດ້ລາຍງານປະທານຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດອັບເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ຂັ້ນແຂວງ ແລະ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະພະແນກສາທາລະນະສຸກແຂວງ ຫ້ອງການສາທາລະນະສຸກເມືອງສາລະວັນ ແລະ ເມືອງເລົ່າງາມ ລົງໄປຕິດຕາມ ແລະ ກວດກາສຸຂະພາບຂອງນັກທ່ອງທ່ຽວ ໃນຄັ້ງວັນທີ 11 ເມສາ 2020 ເພື່ອຕິດຕາມອາການຕ່າງໆຂອງນັກທ່ອງທ່ຽວ ແລະ ຕິດຕາມເຝົ້າລະວັງຢ່າງໃກ້ຊິດ ເນື່ອງຈາກນັກທ່ອງທ່ຽວຈຳນວນດັ່ງກ່າວແມ່ນໄດ້ຜ່ານປະເທດ ແລະ ມາຈາກປະເທດທີ່ມີການລະບາດຂອງພະຍາດ ໂຄວິດ-19 ຢ່າງຮຸນແຮງ.