ວັນທີ 22 ເມສາ 2021 ທ່ານ ພົງສະຫວັນ ສີລິພັນ ເຈົ້າເມືອງສັງທອງ ທັງເປັນປະທານຄະນະກໍາມະການຕ້ານພະຍາດໂຄວິດ 19 ເມືອງສັງທອງ ພ້ອມຄະນະ ແລະ ພາກສ່ວນກ່ຽວຂ້ອງ ໄດ້ລົງຊຸກຍູ້ຕິດຕາມກວດກາບ້ານລຽບຕາມຊາຍແດນ ລາວ-ໄທ ຈໍານວນ 13 ບ້ານຄື: ບ້ານສໍາພັນນາ ແກ້ງໝໍ້ ທ່ານາສ້າງຫີນ ປາກຕອນ ໂຄກເພິງ ສະໄກ ອ່າງນ້ອຍ ໂຄກແຫ້ ສະນອດ ທ່ານາສາ ດອນກາງຂອງ ຫ້ວຍລ້າ ແລະ ບ້ານຫ້ວຍຫາງ ໂດຍທ່ານໄດ້ເນັ້ນໝັກໃຫ້ບັນດາບ້ານດັ່ງກ່າວ ສຸມໃສ່ຕິດຕາມ ແລະປ້ອງກັນຕາມຊາຍແດນລາວ-ໄທ ເຊິ່ງໄດ້ອອກກວດກາສາລະເວນບ້ານທີ່ຕິດກັບປະເທດໄທ ໂດຍສະເພາະແມ່ນການຕ້ານ ແລະ ສະກັດກັ້ນການລັກຂ້າມລອຍຕາມສາຍແດນ ລາວ-ໄທ ພ້ອມກັນນີ້ ຍັງໄດ້ຂຶ້ນບັນຊີເຮືອທີ່ເຄື່ອນໄຫວຫາປາຕາມລໍາແມ່ນໍ້າຂອງ ແລ້ວໄດ້ນໍາເອົາເຮືອແຕ່ລະລໍາ ເອົາມາໄວ້ຈຸດດຽວກັນ ເຊິ່ງມີເຮືອທັງໝົດ 476 ລໍາ ໂດຍບໍ່ອະນຸຍາດໃຫ້ເຮືອດັ່ງກ່າວນີ້ ອອກໄປຫາປາຕາມລໍາແມ່ນໍ້າຂອງຢ່າງເດັດຂາດ ພ້ອມທັງໄດ້ມອບໝາຍໃຫ້ແຕ່ລະບ້ານເອົາໃຈໃສ່ຕິດຕາມ ກວດກາຄົນເຂົ້າອອກບ້ານຢ່າງລະອຽດແລະ ການລັກຂ້າມລອຍຕາມສາຍແດນລາວ-ໄທ ແຕ່ລະບ້ານຕ້ອງມີການປ້ອງກັນເວນຍາມ ພ້ອມນັ້ນ ຍັງໄດ້ແຕ່ງຕັ້ງຈູດກວດກາຈໍານວນ 2 ຈຸດ ຄື: ຈຸດຊາຍແດນມາແຕ່ເມືອງໝື່ນ ແລະ ຈຸດຊາຍແດນເມືອງໂພນໂຮງ ແລະ ເມືອງເຟືອງ ແຂວງວຽງຈັນ ຫ້າມເດັດຂາດ ບໍ່ໃຫ້ປະຊາຊົນຢູ່ແຂວງອື່ນຜ່ານເຂົ້າເມືອງສັງທອງ ເພື່ອຈະເຂົ້າໄປນະຄອນຫຼວງວຽງຈັນ ໂດຍປະຕິບັດຕາມຄໍາສັ່ງຂອງທ່ານນາຍົກ ສະບັບເລກທີ 15/ນຍ.

ນອກຈາກນັ້ນ ຍັງໄດ້ແຕ່ງຕັ້ງອີກຄະນະໝຶ່ງເພື່ອລົງໂຄສະນາເຜີຍແຜ່ຕ້ານພະຍາດໂຄວິດ 19 ໂດຍໄດ້ນໍາເອົາບັນດາເອກະສານຕ່າງໆລົງເຜີຍແຜ່ຜ່ານທາງໂທບະໂຄ່ງຂອງບ້ານແລະນໍາເຄື່ອງສຽງຕິດລົດເພື່ອໂຄສະນາໄປຍັງແຕ່ລະບ້ານໃນທົ່ວເມືອງສັງທອງ ພິເສດແມ່ນໄດ້ສຸມໃສ່ໂຄສະນາບັນດາບ້ານລຽບຕາມຊາຍແດນລາວ-ໄທ ໄດ້ແຕ່ງຕັ້ງຈຸປະຈໍາການເພື່ອຕິດຕາມສະພາບການທີ່ຈະເກີດຂຶ້ນໃນແຕ່ລະວັນ ໄດ້ມີການປະສານສົມທົບກັບພາກສ່ວນຕ່າງໆ ພ້ອມທັງສະຫຼຸບສັງລວມສະພາບການຕ່າງໆທີ່ເກີດຂຶ້ນ ເພື່ອລາຍງານຫາຂັ້ນເທິງ.

* ຂ່າວ & ພາບ: ວຽງມາ