ທ່ານ ນາງ ມະນີວອນ ວົງສຸລິ ນາຍບ້ານໂພນສະຫວາດໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດໃນວັນທີ 23 ເມສາ 2021 ວ່າ: ບ້ານໂພນສະຫວາດໃຕ້ ໄດ້ຖືສຳຄັນໃນການປ້ອງກັນພະຍາດໂຄວິດ-19 ດັ່ງນັ້ນ ຈຶ່ງໄດ້ຕັ້ງໜ້າປະຕິບັດມາດຕະການປ້ອງກັນ ສະກັດກັ້ນ ຄວບຄຸມພະຍາດດັ່ງກ່າວເຊິ່ງພາຍຫຼັງຂັ້ນເທິງໄດ້ອອກຄຳສັ່ງເລກທີ 15/ ນຍ ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານການລະບາດຂອງພະຍາດໂຄວິດ-19 ກໍຄືຄຳສັ່ງຂອງເຈົ້າຄອງນະຄອນຫຼວງວຽງຈັນ.

ເພື່ອປະຕິບັດມາດຕະການປ້ອງກັນ ຄວບຄຸມພະຍາດດັ່ງກ່າວ ທາງອຳນາດການປົກຄອງບ້ານ ຈຶ່ງໄດ້ຈັດຕັ້ງໃຫ້ອ້າຍນ້ອງ ປກສ ແລະ ປກຊ ພ້ອມກັນຕັ້ງຈຸດກວດຄົນ-ເຂົ້າອອກບ້ານຈຳນວນ 1 ຈຸດ ແລະ ໄດ້ປິດກັ້ນທາງເຂົ້າອອກບ້ານຢູ່ຕາມຈຸດຊາຍແດນເຊືອມຕໍ່ລະຫວ່າງບ້ານ ໃຫ້ສາມາດເຂົ້າ-ອອກ ໄດ້ພຽງຈຸດດຽວນັ້ນກໍເພື່ອໃຫ້ງ່າຍໃນການກວດກາຄົນ-ເຂົ້າອອກບ້ານ ໂດຍໄດ້ອະນຸຍາດໃຫ້ຄົນເຂົ້າ-ອອກຕາມໂມງເວລາທີ່ກຳນົດ ພ້ອມທັງແນະນຳໃຫ້ປະຊາຊົນຢູ່ເຮືອນຂອງຕົນເອງ ຖ້າບໍ່ຈຳເປັນ ບໍ່ໃຫ້ອອກຈາກເຮືອນ ເວລາອອກມາຂ້າງນອກ ຕ້ອງໃສ່ຜ້າອັດປາກ-ດັງ ລ້າງມືເປັນປະຈຳ ແລະ ຖ້າມີກໍລະນີທີ່ໄປຕິດຕໍ່ພົວພັນກັບກຸ່ມສ່ຽງ ກໍໄດ້ແນະນຳໃຫ້ກັກຕົນເອງຕິດຕາມອາການ ເພື່ອຮັບປະກັນໃຫ້ບໍ່ມີການແຜ່ເຊື້ອເຂົ້າມາພາຍໃນບ້ານ.

* ຂ່າວ & ພາບ: ເພັດສະໝອນ