ຮຽນ: ສະຫາຍ ຫວັງ ອີ້,
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາຊົນຈີນ.
ທີ່ ນະຄອນຫຼວງປັກກິ່ງ
ສະຫາຍ ທີ່ຮັກແພງ,
ເນື່ອງໃນໂອກາດອັນສະຫງ່າລາສີ ແຫ່ງ ການສະເຫຼີມສະຫຼອງ ຄົບຮອບ 60 ປີ ຂອງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນຈີນ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງພະນັກງານ-ລັດຖະກອນ ກະຊວງການຕ່າງປະເທດ ສປ ຈີນ ທຸກຖ້ວນໜ້າ.
ຂ້າພະເຈົ້າ ມີີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າຕະຫຼອດໄລຍະ 60 ປີຜ່ານມາ, ການພົວພັນຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ຊຶ່ງສະແດງອອກຈາກການນຳລຸ້ນຕ່າງໆຂອງສອງປະເທດໄດ້ມີການແລກປ່ຽນການຢ້ຽມຢາມຢ່າງເປັນປົກກະຕິ ກໍຄືການຍົກລະດັບການພົວພັນຮ່ວມມືສອງຝ່າຍແບບຄູ່ຮ່ວມມືຍຸດທະສາດຮອບດ້ານ, ຫມັ້ນຄົງຍາວນານ ຕາມທິດ 4 ດີ ໃນປີ 2009 ແລະ ກ້າວຂຶ້ນເປັນຄູ່ຮ່ວມຊາຕາກຳລາວ-ຈີນ, ຈີນ-ລາວ ໃນປີ 2019, ໂດຍແມ່ນ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ເປັນຜູ້ລົງນາມໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳດັ່ງກ່າວ, ຊຶ່ງເປັນເອກະສານສຳຄັນທີ່ມີຄວາມຫມາຍທາງປະຫວັດສາດ ແຫ່ງ ການພົວພັນລາວ-ຈີນ, ຈີນ-ລາວ, ເປັນເຂັມຊີ້ທິດເຍື່ອງທາງໃຫ້ແກ່ການພົວພັນຮ່ວມມື ລະຫວ່າງສອງປະເທດໃຫ້ເກີດດອກອອກຜົນຍິ່ງໆຂຶ້ນໃນຕໍ່ຫນ້າ. ໃນນີ້, ສອງກະຊວງການຕ່າງປະເທດພວກເຮົາ ໄດ້ຄຽງບ່າຄຽງໄລປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາການພົວພັນຮ່ວມມື ລະ ຫວ່າງ ສອງປະເທດຕະຫລອດໄລຍະ 60 ປີຜ່ານມາ ແລະ ໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນທັງສອງຊາດພວກເຮົາ, ທັງເປັນການປະກອບສ່ວນເຂົ້າໃນພາລະກິດແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າ ພ້ອມແລ້ວທີ່ຈະສືບຕໍ່ຮ່ວມເຮັດວຽກຢ່າງໃກ້ຊິດກັບສະຫາຍ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນແບບຄູ່ຮ່ວມຊາຕາກໍາສັງຄົົມນິຍົມ ລະຫວ່າງ ສອງປະເທດລາວ-ຈີນ ກໍຄືສອງກະຊວງການຕ່າງປະເທດຂອງພວກເຮົາໃຫ້ນັບມື້ນັບຂະຫຍາຍຕົວ ແລະ ເລິກເຊິ່ງຍິ່ງໆຂຶ້ນ.
ໃນໂອກາດອັນສະຫງ່າລາສີ ແລະ ມີຄວາມໝາຍສໍາຄັນນີ້, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງສະຫາຍ ພ້ອມດ້ວຍພະນັກງານ-ລັດຖະກອນ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ພວກຂ້າພະເຈົ້າຕະຫຼອດມາ ແລະ ອວຍພອນໃຫ້ສາຍພົວພັນອັນເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ ຈົ່ງໝັ້ນຄົງຖະນົງແກ່ນ, ອວຍພອນໃຫ້ ສະຫາຍ ພ້ອມດ້ວຍຄະນະນຳ ແລະ ພະນັກງານທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ສືບຕໍ່ໄດ້ຮັບຜົນສໍາເລັດ ໃນຫນ້າທີ່ອັນມີກຽດ ແລະ ສູງສົ່ງຂອງຕົນ.
ດ້ວຍຄວາມນັບຖືຢ່າງສູງ,
ນະຄອນຫຼວງວຽງຈັນ, ວັນທີ 25 ເມສາ 2021
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ