ຮຽນ: ສະຫາຍ ຫຼີ ເຄີ້ສຽງ,
ນາຍົກລັດຖະມົນຕີ
ແຫ່ງ ສາທາລະນະລັດ ປະຊາຊົນຈີນ
ທີ່ ນະຄອນຫຼວງປັກກິ່ງ
ສະຫາຍ ຫຼີ ເຄີ້ສຽງ ທີ່ຮັກແພງ,
ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ສປປ ລາວ ແລະ ສປ ຈີນ ຄົບຮອບ 60 ປີ, ໃນນາມພັກ, ລັດຖະບານ ແລະ ປະຊາຊົນລາວທຸກທົ່ວໜ້າໃນທົ່ວປະເທດ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງພັກ, ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງທຸກຖ້ວນໜ້າ.
ຂ້າພະເຈົ້າ ມີຄວາມປື້ມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 60 ປີ ທີ່ຜ່ານມາ, ຄວາມໄວ້ເນື້ອເຊື້ອໃຈເຊິ່ງກັນແລະກັນ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນອ້າຍນ້ອງ ໄດ້ຮັບການເພີ່ມທະວີນັບມື້ນັບສູງຂຶ້ນ, ການຂະຫຍາຍຕົວຂອງການຮ່ວມມືສອງຝ່າຍໃນດ້ານຕ່າງໆ ໄດ້ນໍາເອົາຜົນປະໂຫຍດອັນໃຫຍ່ຫຼວງມາສູ່ປະຊາຊົນສອງຊາດຂອງພວກເຮົາ. ອັນນີ້ເປັນການສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ເຊິ່ງໄດ້ຮັບການຖະນຸຖະໜອມເພີ່ມພູນຄູນສ້າງທີ່ມີປະສິດທິຜົນຢ່າງຕໍ່ເນື່ອງ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ. ອັນພົ້ນເດັ່ນກວ່າໝູ່ ແມ່ນການຍົກລະ ດັບສາຍພົວພັນຮ່ວມມືມາເປັນຄູ່ຮ່ວມມືແບບຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ໃນປີ 2009 ແລະ ກ້າວຂຶ້ນສູ່ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ ໃນປີ 2019, ເຊິ່ງສິ່ງນີ້ເປັນການສະແດງໃຫ້ເຫັນເຖິງກໍາລັງແຮງຂອງລະບອບສັງຄົມນິຍົມ, ການພັດທະນາ ແລະ ຄວາມມຸ້ງຫວັງໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນທັງສອງປະເທດໃຫ້ດີຂຶ້ນກວ່າເກົ່າ. ຄວາມມຸ້ງຫວັງດັ່ງກ່າວ ຂອງພັກ-ລັດ ແລະ ປະຊາຊົນສອງຊາດລາວ-ຈີນ ໄດ້ຖືກຖ່າຍທອດອອກເປັນຮູບປະທໍາໃນຫຼາຍດ້ານເຊັ່ນ: ບັນດາໂຄງການຮ່ວມມືສອງຝ່າຍມີຄວາມຄືບໜ້າຢ່າງຕໍ່ເນື່ອງເປັນຕົ້ນ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ເຊິງຄາດວ່າຈະສໍາເລັດ ແລະ ເປີດນໍາໃຊ້ໄດ້ໃນທ້າຍປີນີ້. ສໍາລັບໂຄງການກໍ່ສ້າງທາງດ່ວນໄລຍະທີ່ໜຶ່ງແມ່ນໄດ້ກໍ່ສ້າງສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການແລ້ວ, ສ່ວນໄລຍະທີ່ສອງຄາດວ່າຈະໄດ້ຮັບການກໍ່ສ້າງໃນອະນາຄົດອັນໃກ້ນີ້, ເຊິ່ງສອດຄ່ອງກັບຂໍ້ລິເລີ່ມ ໜຶ່ງແລວໜຶ່ງ ເສັ້ນທາງ ຂອງ ສປ ຈີນ ແລະ ນະໂຍບາຍຂອງລັດຖະບານ ສປປ ລາວ ໃນການຫັນຈາກປະເທດບໍ່ມີຊາຍແດນຕິດກັບທະເລກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ. ນອກຈາກນີ້, ນັບຕັ້ງແຕ່ການເລີ່ມຕົ້ນຂອງການລະບາດຂອງພະຍາດ COVID-19, ສປ ຈີນ ກໍ່ໄດ້ໃຫ້ການຊ່ວຍເຫຼື່ອແກ່ ສປປ ລາວ ເພື່ອປ້ອງກັນ ແລະ ຕ້ານກັບພະຍາດດັ່ງກ່າວ ໄດ້ຢ່າງທັນການ ແລະ ມີປະສິດທິຜົນ. ຫຼ້າສຸດ ສປປ ລາວ ກໍ່ໄດ້ຮັບການຊ່ວຍເຫຼືອວັກຊີນ ຈາກ ສປ ຈີນ ຈໍານວນ 1.100.000 ໂດສ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງນໍ້າໃຈໂອບເອື້ອຍອາລີ ແລະ ເອື້ອຍເຟື້ອຍເພື່ອແຜ່ຂອງພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ມີຕໍ່ພັກ, ລັດຖະບານ ແລະ ປະຊາຊົນລາວ ໃນເວລາປະເຊີນກັບຄວາມຫຍຸ້ງຍາກ, ອັນເປັນການສະ ແດງເຖິງສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດນັບມື້ນັບແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂື້ນ.
ພັກ, ລັດຖະບານ ແລະ ປະຊາຊົນລາວ ຍາມໃດກໍ່ເອົາໃຈໃສ່ຖະໜຸຖະໜອມສາຍພົວພັນມິດຕະພາບອັນເປັນມູນເຊື້ອ ທີ່ການນຳລຸ້ນກ່ອນໆຂອງສອງປະເທດໄດ້ຮ່ວມກັນສ້າງຂຶ້ນ ແລະ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນດັ່ງກ່າວນີ້ ໃຫ້ໝັ້ນຄົງຕະຫຼອດໄປ, ຈະພ້ອມກັບລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເສີມຂະຫຍາຍສາຍພົວພັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ໃຫ້ເຂົ້າສູ່ລວງເລິກນັບແຕ່ສູນກາງຮອດທ້ອງຖິ່ນ, ເພື່ອຜົນປະໂຫຍດອັນຊອບທຳຂອງປະຊາຊົນທັງສອງຊາດລາວ ແລະ ຈີນ, ພ້ອມທັງເປັນການຕອບສະໜອງຄວາມມຸ້ງມາດປາດຖະໜາອັນແຮງກ້າ ຂອງປະຊາຊົນສອງຊາດພວກເຮົາ ໃນການຍຶດໝັ້ນຫຼັກການບໍ່ແຊກແຊງເຂົ້າກິດຈະການພາຍໃນຂອງປະເທດອື່ນ ແລະ ຍຶດໝັ້ນໃນການປົກປ້ອງຜົນປະໂຫຍດຮ່ວມຂອງບັນດາປະເທດກໍາລັງພັດທະນາ ທັງນີ້ກໍ່ເພື່ອສົົ່ງເສີ່ມສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນວັດທະນາຢູ່ໃນພາກພື້ນ ແລະ ໃນໂລກ, ສ້າງເງື່ອນໄຂອັນໜັກແໜ້ນໃຫ້ແກ່ການບັນລຸເປົ້າໝາຍຂອງ ສປປ ລາວ ໃນການນຳເອົາປະເທດຫຼຸດພົ້ນອອກຈາກສະພາວະດ້ອຍພັດທະນາ, ກໍ່ຄືການບັນລຸເປົ້າໝາຍສູ້ຊົນ 100 ປີ ສອງເຫດການ ແລະ ຄວາມມຸ້ງຫວັງແຫ່ງການຟື້ນຟູຄວາມຮຸ່ງເຮືອງສີວິໄລຂອງຊາດຈີນ ໂດຍສະເພາະແມ່ນເປັນການປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ພາລະກິດສັງຄົມນິຍົມໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ໃນໂອກາດທີ່ມີຄວາມໝາຍສໍາຄັນຢ່າງຍິ່ງນີ້, ໃນນາມພັກ, ລັດຖະບານ ແລະ ປະຊາຊົນລາວ ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ໝາກຜົນອັນໃຫຍ່ຫຼວງທີ່ສອງປະເທດພວກເຮົາຍາດມາໄດ້ຕະຫຼອດໄລຍະຜ່ານມາ ແລະ ຂໍຖືໂອກາດນີ້ ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ ແລະ ຂອບອົກຂອບໃຈຢ່າງຈິງໃຈ ມາຍັງພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນລ້ຳຄ່າ ໃຫ້ແກ່ ສປປ ລາວ ຂອງພວກຂ້າພະເຈົ້າມາໂດຍຕະຫຼອດ ແລະ ພວກຂ້າພະເຈົ້າພ້ອມແລ້ວທີ່ຈະຮ່ວມມືກັບບັນດາສະຫາຍອ້າຍນ້ອງຈີນ ສະເຫຼີມສະຫຼອງຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຜົນສໍາເລັດຢ່າງຈົບງາມ ຕາມເປົ້າໝາຍທີ່ວາງໄວ້, ທັງນີ້ກໍ່ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍແຜນແມ່ບົດວ່າດ້ວຍຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ກໍ່ຄືການປະກອບສ່ວນໃນການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ ໃຫ້ນັບມື້ປະກົດຜົນເປັນຈິງ.
ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມຊາຕາກໍາ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນຈີນ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດໄປ.
ອວຍພອນໃຫ້ ສະຫາຍ, ຄະນະລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ຈົ່ງມີພະລານາໄມທີ່ສົມບູນ, ມີຄວາມສຸກທຸກປະການ ແລະ ສືບຕໍ່ນໍາພາປະເທດຈີນກ້າວຂຶ້ນຢ່າງໜັກແໜ້ນ ຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ບັນລຸເປົ້າ ໝາຍ 100 ປີ ສອງເຫດການ ແລະ ຄວາມມຸ້ງຫວັງແຫ່ງການຟື້ນຟູຄວາມຮຸ່ງເຮືອງສີວິໄລຂອງຊາດຈີນ.
ດ້ວຍຄວາມນັບຖືຢ່າງສູງ,
ນະຄອນຫຼວງວຽງຈັນ, ວັນທີ 25 ເມສາ 2021
ພັນຄໍາ ວິພາວັນ
ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ