ວັນນີ້ ສປປ ລາວ ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 65 ກໍລະນີ

     ວັນທີ 23 ເມສາ 2021 ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະສະສຸກ ພ້ອມດ້ວຍທ່ານ ພອນປະດິດ ວັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາກະຊວງສາທາລະສະສຸກ ແລະ ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະສະສຸກ ໄດ້ຖະແຫຼງຂ່າວໃຫ້ຮູ້ວ່າ:

    ວັນທີ 22 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 1.292 ຄົນ ຜົນກວດວິເຄາະທັງໝົດ ພົບຜູ້ຕິດເຊື້ອໃໝ່ 65 ຄົນ ໃນນີ້ ນະຄອນຫຼວງວຽງຈັນ 60 ຄົນ ແຂວງຈໍາປາສັກ 2 ຄົນ ແຂວງບໍ່ແກ້ວ 2 ຄົນ ແລະ ແຂວງວຽງຈັນອີກ 1 ຄົນ.

     ທ່ານ ພູທອນ ເມືອງປາກ ໃຫ້ຮູ້ຕື່ມອີກວ່າ: ສະພາບການລະບາດຂອງເຊື້ອພະຍາດໂຄວິດໃນປັດຈຸບັນແມ່ນມີຕົວເລກສູງ ສະເພາະວັນທີ 22 ເມສາ ມີຜູ້ຕິດເຊື້ອໃໝ່ເຖິງ 65 ຄົນ ເຊິ່ງເປັນຕົວເລກທີ່ບໍ່ເຄີຍມີມາກ່ອນໃນປະເທດເຮົາ ເຊິ່ງເຊື້ອໄດ້ຂະຫຍາຍໄປ 8 ແຂວງ ໃນນີ້ ແຂວງວຽງຈັນເປັນແຂວງທີ່ມີຜູ້ຕິດເຊື້ອໃໝ່  ຕໍ່ກັບສະພາບການດັ່ງກ່າວ ຈົ່ງພ້ອມໃຈກັນປະຕິບັດ

ມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ແລະ ສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງຖືກຕ້ອງ ແລະ ເຮັດເປັນປະຈຳ ໃຫ້ກາຍເປັນຄວາມຊິນເຄີຍ ເພື່ອປ້ອງກັນຕົວທ່ານເອງ ຄົນອ້ອມຂ້າງ ແລະ ສັງຄົມລາວ ໃຫ້ປອດໄພຈາກພະຍາດໂຄວິດ-19 ພ້ອມນັ້ນຮຽກຮ້ອງມາຍັງອົງການປົກຄອງທ້ອງຖິ່ນ ທະຫານຊາຍແດນ ເຈົ້າໜ້າທີ່ຕຳຫຼວດ ເອົາໃຈໃສ່ເຝົ້າລະວັງ ກວດຂັນຕາມຈຸດຜ່ານແດນທ້ອງຖິ່ນ ແລະ ດ່ານຂ້າມລອຍຢ່າງເຄັ່ງຄັດ ແລະ ເຖິງຄອບຄົວຍາດຕິພີ່ນ້ອງ ຈົ່ງເປັນຫູເປັນຕາຊ່ວຍກັນ ຫາກຮູ້ວ່າມີຄົນໃນຄອບຄົວຂອງທ່ານເດີນທາງມາຈາກປະເທດໃກ້ຄຽງ ທີ່ກຳລັງມີການລະບາດຢູ່ ຈົ່ງຮີບຮ້ອນ ນຳຜູ້ກ່ຽວໄປແຈ້ງຕໍ່ເຈົ້າໜ້າທີ່ ເພື່ອສົ່ງຜູ້ກ່ຽວໄປສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງມາກວດຫາເຊື້ອໂດຍໄວ ເພື່ອສະກັດກັ້ນການແຜ່ເຊື້ອໃສ່ຄົນອ້ອມຂ້າງ ແລະ ໄປສູ່ສັງຄົມ,

     ສຳລັບຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອ ຫຼື ມີປະຫວັດເດີນທາງໄປຍັງສະຖານທີ່ມີຄວາມສ່ຽງ ຂໍໃຫ້ທ່ານຮີບຮ້ອນຕື່ນຕົວໄປກວດເພື່ອເກັບກຳຕົວຢ່າງ ກວດຄັດກອງເກັບຕົວຢ່າງຢູ່ 4 ຈຸດຄື: ສະໂມສອນສະໜາມກິລາເຈົ້າອານຸວົງ ເຂົ້າເບື້ອງຕະຫຼາດວັງທອງ (ຮ້ານອາຫານລາວເດີມ) ເມືອງຈັນທະບູລີ  ໂຮງຮຽນມັດທະຍົມ ມິດຕະພາບ ລາວ-ຫວຽດ ເມືອງໄຊເສດຖາ ສະໂມສອນກິລາຮົ່ມບຶງຂະຫຍອງ ເມືອງສີສັດຕະນາກ ແລະ   ໂຮງຮຽນ ມສ ມິດຕະພາບໂຮຈີມິງ (ມສ ສີໂຄດ) ເມືອງສີໂຄດຕະບອງ ໃນການເຮັດວຽກດັ່ງກ່າວ ຈະໄດ້ເຮັດແຕ່ພາກເຊົ້າ ເລີ່ມວັນທີ 24 ເມສາເປັນຕົ້ນໄປ ແນໃສ່ໃຫ້ແພດໝໍໄດ້ມີເວລາພັກຜ່ອນ ພ້ອມທັງຮັບປະກັນການກວດຄັດກອງໃຫ້ມີປະສິດທິຜົນ.

ຂ່າວ & ພາບ: ຂັນທະວີ

error: Content is protected !!