ເພື່ອເຮັດໃຫ້ກົມກອງ ແລະ ພະ ນັກງານ-ນັກຮົບ ຫ່າງໄກຈາກການ ຕິດເຊື້ອພະຍາດໂຄວິດ-19 ໄດ້ປະ ຕິ ບັດມາດຕະການໃນການປ້ອງ ກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ຊຶ່ງໄດ້ເລີ່ມກວດກາແຕ່ວັນທີ 22 ເມສາ ນີ້ເປັນຕົ້ນມາ ແລະ ຈະປະຕິບັດຈົນກ່ວາຈະມີຄຳສັ່ງ ຢຸດກວດກາ ໂດຍປະຕິບັດຕາມ ຄຳສັ່ງເລກ 15/ນຍ ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະ ວີມາດຕະການສະກັດກັ້ນຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ຂອງ ຂັ້ນເທິງກໍຄືຄຳສັ່ງຂອງກະຊວງປ້ອງກັນປະເທດ ແລະ ຄະນະພັກກອງ ບັນຊາ ການທະຫານນະຄອນ ຫຼວງວຽງຈັນມອບໝາຍໜ້າທີ່ໃຫ້ທີມງານແພດຈັດຕັ້ງແບ່ງເປັນ 5 ຈຸຜັດປ່ຽນກວດກາຕະ ຫຼອດ 24 ຊົ່ວໂມງ ປະຕິບັດມາດຕະການ ກວດກາພະຍາດໂຄວິດ-19 ດ້ວຍຂັ້ນຕອນຕ່າງໆໃນການ ປ້ອງກັນຄື: ໃຫ້ພະນັກງານ-ນັກຮົບເຂົ້າ-ອອກປະຕູດຽວ, ປະຕິບັດ ການເຂົ້າຄ້າຍ-ອອກຄ້າຍຕາມໂມງ ເວລາທີ່ ໄດ້ກຳນົດນຳໃຊ້ນໍ້າຢາລ້າງ ມື, ຜ້າອັດປາກໃນເວລາປະຕິບັດ ໜ້າທີ່ຮ່ວມກັນ ຫຼີກລ່ຽງຈາກການ ເຕົ້າໂຮມກັນຫຼາຍຄົນ ແລະ ຜູ້ໄປ ປະຕິບັດໜ້າທີ່ນອກຄ້າຍ ຖ້າມີ ຄວາມສ່ຽງແມ່ນຈະໄດ້ກັກຕົວ ຕິດຕາມອາການ ເພື່ອຮັບປະກັນ ບໍ່ໃຫ້ມີການແຜ່ລະບາດຢູ່ໃນກົມກອງ.