ສາລະວັນ ກັກບໍລິເວນຜູ້ທີ່ເດີນທາງມາຈາກ ນະຄອນຫຼວງວຽງຈັນ

   ເພື່ອເປັນການປ້ອງກັນ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ແຂວງສາລະວັນ ໄດ້ມີມາດຕະການຮັບມືກັບບັນດາຜູ້ທີ່ເດີນທາງມາແຕ່ກຸ່ມສ່ຽງ  ໂດຍຈະໄດ້ມີການກັກບໍລິເວນເປັນເວລາ 14 ວັນ ເພື່ອກວດຫາເຊື້ອພະຍາດໂຄວິດ-19.

   ຄະນະສະເພາະກິດແຂວງສາລະວັນ ແມ່ນໄດ້ກະກຽມສະຖານທີ່ສູນກັກບໍລິເວນ ສຳລັບຜູ້ທີ່ເດີນທາງມາແຕ່ກຸ່ມສ່ຽງ ກໍຄືມາຈາກນະຄອນຫຼວງວຽງຈັນ ທີ່ເດີນທາງມາໃນຄັ້ງວັນທີ 21-22 ເມສາຜ່ານມາ ເດີນທາງມາຮອດສາລະວັນໂດຍລົດຂົນສົ່ງສານ 3 ຄັນ ມີຜູ້ໂດຍສານ 77 ຄົນ ໃນນັ້ນ ແມ່ນໄດ້ນຳຜູ້ກ່ຽວໄປກັກບໍລິເວນຢູ່ທີ່ສູນສຶກສານອກໂຮງຮຽນແຂວງ ເຊິ່ງຈະໃຫ້ພັກຫ້ອງລະ 7-8 ຄົນ ໃນໄລຍະຫ່າງ 1-2 ແມັດ ເພື່ອເປັນການຮັກສາໄລຍະຫ່າງໃນໄລຍະກັກໂຕ ນອກນັ້ນ ກໍຈະມີໜ່ວຍງານສະເພາະກິດ ປ້ອງກັນເວນຍາມ ທີມແພດໝໍໃຫ້ການຕິດຕາມກວດກາເກັບຕົວຢ່າງເປັນແຕ່ລະໄລຍະ ເພື່ອຕິດຕາມອາການຂອງເຊື້ອພະຍາດໂຄວິດ-19.

ແຫຼ່ງຂ່າວຈາກ: ໜັງສືພິມແຂວງສາລະວັນ

error: Content is protected !!