ກວດກາການປະຕິບັດຄຳສັ່ງເລກທີ 15/ນຍ
ວັນທີ 22 ເມສາ 2021 ທ່ານ ພັອ ຈັນຫອມ ແກ້ວສຸລະໄຊ ຮອງຫົວໜ້າກອງບັນຊາການ ປກສ ນວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ກວດກາການປະຕິບັດຄໍາສັ່ງເລກທີ 15/ນຍ ຂອງກໍາລັງປ້ອງກັນຄວາມສະຫງົບໃນແຕ່ລະຈຸດປ້ອງກັນການເຂົ້າ-ອອກ ລະຫວ່າງເຂດແດນ ນະຄອນຫຼວງວຽງຈັນ ຫາ ແຂວງວຽງຈັນ ເພື່ອປ້ອງກັນການເຂົ້່າ- ອອກ ເດີນທາງ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 ຕາມຈຸດເຂົ້າ-ອອກຕ່າງໆ ຄື: ເຂດບ້ານທ່ານາສາ ຈຸດບ້ານເຕົາໄຫ ເມືອງສັງທອງ ນວ ຫາແຂວງ ວຽງຈັນ.

ນອກຈາກນີ້ ຍັງສືບຕໍ່ກວດກາຈຸດກວດເຂດບ້ານນາດີ ປະຕູເຂົ້າ-ອອກທາງດ່ວນຈຸດບ້ານບົວ ປະຕູເຂົ້າອອກທາງດ່ວນນາຊອນ ແລະ ປະຕູເຂົ້າອອກທາງດ່ວນ ໄຊມົງຄຸນ ເມືອງນາຊາຍທອງ ນວ ຫາ ແຂວງວຽງຈັນ.

ໃນໂອກາດທີ່ທ່ານຮອງຫົວ ໜ້າກອງບັນຊາການ ປກສ ນວ ລົງຕິດຕາມກວດກາຄັ້ງນີ້ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກໍາລັງປ້ອງກັນຄວາມສະຫງົບ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຢ່າງເຂັ້ມງວດ.
ພ້ອມທັງເນັ້ນໃຫ້ເອົາໃຈໃສ່ ປະຕິບັດຄໍາສັ່ງເລກທີ 15/ນຍ ລົງວັນທີ 21/04/2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ ໂຄວິດ-19 ຢ່າງເຂັ້ມງວດໂດຍ ສະເພາະແມ່ນຜູ້ທີ່ເດີນທາງມາຈາກຕ່າງແຂວງ ມີຈຸດປະສົງເຂົ້າມາ ນວ ແລະ ຜູ້ທີ່ເດີນທາງຈາກ ນວ ອອກໄປຕ່າງແຂວງ ແມ່ນບໍ່ອະນຸຍາດໃຫ້ເຂົ້າ-ອອກ ຍ້ອນຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນ ນວ ເພື່ອເປັນການສະກັດກັ້ນ ແລະ ຕ້ານບໍ່ໃຫ້ພະຍາດໂຄວິດ-19 ແຜ່ລາມເປັນວົງກວ້າງ ຢູ່ ສປປ ລາວ.
ຂໍ້ມູນຈາກ: ແຫຼ່ງຂ່າວ ປກສ ນະຄອນຫຼວງວຽງຈັນ