ການແຜ່ລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ແຜ່ລະບາດໄປທົ່ວໂລກ ລວມທັງປະເທດໃກ້ຄຽງ ກໍຄື ສປປ ລາວເຮົາເອງ ພະຍາດດັ່ງກ່າວຍັງສືບຕໍ່ພົບເຫັນກໍລະນີຕິດເຊື້ອທີ່ເພີ່ມຂຶ້ນ ເພື່ອເປັນການປ້ອງກັນພະຍາດດັ່ງກ່າວ ທຸກຄົນຄວນປ້ອງກັນຕົນເອງກັບ 4 ຂໍ້ຕ້ອງຮູ້ ເພື່ອນຳໄປຈັດຕັ້ງປະຕິບັດຢ່າງເອົາໃຈໃສ່.
ໃນ 4 ຂໍ້ນັ້ນ ປະກອບມີຄື:
1) ຄວນກິນອາຫານທີ່ປຸງແຕ່ງສຸກ ງົດອາຫານດິບ ແລະ ຊີ້ນສັດປ່າທຸກປະເພດ.
2) ເວລາກິນອາຫານ ຕ້ອງນຳໃຊ້ບ່ວງກາງ ເມື່ອກິນອາຫານຮ່ວມກັບຄົນອື່ນ ລ້າງມືເປັນປະຈຳ ລ້າງໃຫ້ສະອາດ ເພາະຖືເປັນໜຶ່ງວິທີທີ່ຊ່ວຍປ້ອງກັນເຊື້ອພະຍາດໂຄວິດ-19 ໄດ້ດີ.

3) ໃສ່ຜ້າປິດປາກ-ດັງ ຫຼີກລ່ຽງການຢູ່ໃນສະຖານທີ່ແອອັດ ຫຼື ມີມົນລະພິດ
4) ບໍໍ່ເດີນທາງໄປສະຖານທີ່ສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ-19
ອາການເບື້ອງຕົ້ນ ທີ່ສາມາດສັງເກດໄດ້ຈາກການຕິດເຊື້ອພະຍາດໂຄວິດ-19 ມີດັ່ງນີ້:
1). ມີໄຂ້ສູງ > 37,5 ອົງສາ
2.) ໄອ
3). ເຈັບຄໍ
4). ນໍ້າມູກໄຫຼ
5). ຫາຍໃຈເມື່ອຍຫອບ ຫາຍໃຈລຳບາກ
ຖ້າມີອາການດັ່ງກ່າວນີ້ ໃຫ້ຮີບຮ້ອນໄປພົບແພດທັນທີ.