ຊາວນะຄອນຫຼວງ ພາກັນປະຕິບັດແຈ້ງການປ້ອງກັນໂຄວິດ-19

   ໂດຍປະຕິບັດຕາມແຈ້ງການຂອງນາຍົກລັດຖະມົນຕີ ແລະ ຄະນະສະເພາະກິດຂັ້ນສູນກາງແລະ ນະຄອນຫຼວງວຽງຈັນກ່ຽວກັບປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ວັນທີ 22-23 ເມສາ 2021ພະນັກງານ ທະຫານຕຳຫຼວດ ແລະ ປະຊາຊົນຊາວນະຄອນຫຼວງວຽງຈັນ ໄດ້ພາກັນຢູ່ເຮືອນຊານບ້ານຊ່ອງ ແລະ ພະນັກງານລັດ ເອກະຊົນກໍໄດ້ຜັດປ່ຽນກັນໄປເຮັດວຽກຫຼຸດຈຳນວນຄົນລົງ ມີຫຼາຍຮ້ານຄ້າຂາຍເຄື່ອງ ກໍໄດ້ເອົາເຊືອກມາວາງກັ້ນໜ້າຮ້ານ ບໍ່ໃຫ້ລຸກຄ້າເຂົ້າໄປດ້ານໃນຮ້ານ ຢູ່ຕາມຖະໜົນຫົນທາງໃນຕົວເມືອງ ກໍມີລົດໜ້ອຍ ເນື່ອງຈາກພາກັນຢູ່ເຮືອນ ພ້ອມນີ້ ບ້ານນາໄຊ ເມືອງໄຊເສດຖາ ກໍໄດ້ຕັ້ງດ່ານກວດລົດຢູ່ຕໍ່ໜ້າວິທະຍາໄລຮ່າໂນ້ຍ-ວຽງຈັນ ໃກ້ກັບປໍ້ານໍ້າມັນ ປຕທ ນາໄຊເພື່ອກວດຄົນຂີ່ລົດໃຫຍ່ ແລະ ລົດຈັກ ຖ້າຜູ້ໃດບໍ່ໃສ່ແພອັດປາກ-ອັດດັງ ກໍໄດ້ແນະນຳເຂົາໃສ່ ແລະ ບໍ່ຈຳເປັນ ບໍ່ໃຫ້ອອກຈາກເຮືອນ ແລະ ອື່ນໆ ທັງນີ້ກໍເພື່ອປ້ອງກັນພະຍາດໂຄວິດ-19.

error: Content is protected !!