ການນຳແຂວງໄຊຍະບູລີ ລົງຕິດຕາມວຽກງານສະກັດກັ້ນພະຍາດ Covid-19 ຢູ່ 4 ເມືອງ

    ດ້ວຍຄວາມເປັນຫ່ວງເປັນໄຍຂອງການນຳແຂວງໄຊຍະບູລີ ກໍຄືຄະນະສະເພາະຂັ້ນແຂວງ ໃນການເຝົ້າລະວັງເພື່ອປ້ອງກັນຕ້ານ ແລະ ສະກັດກັ້ນພະຍາດ COVID-19.

    ສະນັ້ນ ໃນລະຫວ່າງວັນທີ 9-12 ເມສາ 2020 ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍຄະນະສະເພາະກິດຂັ້ນແຂວງ ໄດ້ລົງຊຸກຍູ້ວຽກງານຕ້ານ ແລະ ສະກັດກັ້ນພະຍາດ COVID-19 ຢູ່ 4 ເມືອງເໜືອຄື: ເມືອງຄອບ ເມືອງ ຊຽງຮ່ອນ ເມືອງເງິນ ແລະ ເມືອງຫົງສາ ການລົງເຄື່ອນໄຫວຄັ້ງນີ້ ທ່ານເຈົ້າແຂວງແມ່ນໄດ້ຮັບຟັງການລາຍງາຍສະພາບການຈັດຕັ້ງປະຕິບັດ ແລະ ມາດຕະການໃນການຕ້ານ ແລະ ສະກັດກັ້ນພະຍາດ COVID-19 ຂອງແຕ່ລະເມືອງ ໂດຍລວມແລ້ວການເຝົ້າລະວັງ ຕ້ານ ແລະ ສະະກັດກັ້ນຂອງພະຍາດໂຄວິດ-19 ເຊິ່ງທັງ 4 ເມຶອງແມ່ນໄດ້ແຕ່ງຕັ້ງອະນຸກຳມະການ

ສະເພາະກິດໃນການຕິດຕາມກວດກາ ຄັດແຍກຄົນເຂົ້າອອກເມຶອງ ໂດຍສະເພາະແມ່ນແຮງງານລາວທີ່ມາຈາກປະເທດມີການລະບາດ ໂດຍໄດ້ມີການກຳນົດສະຖານທີ່ກັກໂຕເອງແຍກດ່ຽວເປັນເວລາ 14 ວັນ ເພື່ອຕິດຕາມອາການ ສະເພາະຢູ່ 4 ເມືອງເໜືອຂອງແຂວງໄຊຍະບູລີ ມີແຮງງານລາວທີ່ກັບຈາກປະເທດເພື່ອນບ້ານ ຈາກຕ່າງເມືອງ ແລະ ຕ່າງແຂວງ ພາຍໃນປະເທດມີເກືອບ 2.000 ຄົນ ຍິງ 700 ກວ່າຄົນ ຈໍານວນດັ່ງກ່າວແມ່ນໄດ້ເອົາເຂົ້າສູນຢູ່ແຕ່ລະເມືອງ ໃນນັ້ນ ຄົບກໍານົດ 14 ວັນ ແລະ ອອກຈາກສູນແລ້ວມີ 1.000 ກວ່າຄົນ ສໍາລັບກິດຈະກໍາແຕ່ລະວັນຢູ່ແຕລະສູນແມ່ນໄດ້ລົງຕິດຕາມ ກວດກາສຸຂະພາບ ແທກອຸນຫະພູມ ໃຫ້ຄໍາແນະນໍາສຸຂະສືກສາ ການກິນຢູ່ ວາງລະບຽບການພົວພັນລະຫວ່າງຜູ້ຖືກແຍກດ່ຽວດ້ວຍກັນ ແລະ ໄດ້ອອກໃບຢັ້ງຢືນທາງການແພດໃຫ້ກັບບຸກຄົນທີ່ທີ່ຜ່ານການກັກຕົວແຍກດ່ຽວຄົບກໍານົດ 14 ວັນທີ່ບໍ່ມີອາການຫຍັງທີ່ເຂົ້າເຄືອຂ່າຍຂອງພະຍາດ COVID-19 ນອກນີ້ຢູ່ແຕ່ລະເມືອງແມ່ນໄດ້ມີການໂຄສະນາ ເຜີຍແຜ່ຜົນຮ້າຍຂອງພະຍາດດັ່ງກ່າວຜ່ານວິທະຍຸ ໂທລະໂຄ່ງຂອງແຕ່ລະບ້ານ ເພື່ອໃຫ້ຄວາມຮູ້ ວິທີການຕ້ານ ແລະ ສະກັດກັ້ນ ພະຍາດ COVID-19 .

    ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ການນໍາ ແລະ ໜ່ວຍສະເພາະກິດຂອງແຕ່ລະເມືອງທີ່ເຂັ້ມງວດ ແລະ ຈັດຕັ້ງປະຕິບັດຕາມຄໍາສັ່ງ 06 ຢ່າງມີປະສິດທິຜົນໃນການຕ້ານ ແລະ ສະກັດກັ້ນພະຍາດ COVID-19 ພ້ອມທັງໄດ້ຮຽກຮ້ອງໃຫ້ການນໍາ ແລະ ໜ່ວຍສະເພາະກິດຂອງແຕ່ລະເມືອງຈົ່ງສືບຕໍ່ເຝົ້າລະວັງ ຄຸ້ມຄອງແຮງງານທີ່ກັບຈາກຕ່າງປະເທດໃຫ້ກັກຕົວແຍກດ່ຽວຕາມທີ່ຂັ້ນເທິງໄດ້ກໍານົດ ເພີ່ມທະວີປ້ອງກັນ ແລະ ສະກັດກັ້ນຕໍ່ພະຍາດ COVID-19 ໃຫ້ດີ ປະຕິບັດຕາມຄໍາສັ່ງ 06 ໃຫ້ເຂັ້ມງວດ ສືບຕໍ່ສຸຂະສືກສາ ເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບຜົນຮ້າຍ ແລະ ວິທີປ້ອງກັນ ກະກຽມສະຖານທີກັກກັນແຮງງານທີ່ກັບຈາກຕ່າງປະເທດ ແລະ ພາຍໃນປະເທດໃຫ້ພຽງພໍ ພ້ອມດຽວກັນ ຕ້ອງໄດ້ລົງຊຸກຍູ້ປະຊາຊົນບັນດາເຜົ່າໃຫ້ສືບຕໍ່ເຮັດການຜະລິດ ດ້ວຍການປູກພືດສະບຽງອາຫານ ລ້ຽງສັດ ເອົາໃຈໃສ່ເກັບກູ້ຜົນຜະລິດລະດູແລ້ງ ແລະ ກະກຽມແກ່ການຜະລິດລະດູປີ ທັງນີ້ກໍເພື່ອຮັບປະກັນດ້ານສະບຽງອາຫານ ເມື່ອພົ້ນວິກິດຄັ້ງນີ້ແລ້ວແມ່ນສາມາດກຸ້ມຕົນເອງໄດ້ ສືບຕໍ່ຕ້ານ ແລະ ສະກັດກັ້ນບັນຫາໄຟປ່າ ແລະ ວາງແຜນປູກໄມ້ໃຫ້ເປັນປ່າໃນຂອບເຂດຕົ້ນນໍ້າ  ຈາກນັ້ນທີມງານຂອງທ່ານເຈົ້າແຂວງກໍໄດ້ລົງຢ້ຽມຢາມ ແລະ ໃຫ້ກໍາລັງໃຈປະຊາຊົນທີ່ເຂົ້າສູນກັກຕົວເອງ 14 ວັນຢູ່ບັນດາສູນຂອງແຕ່ລະເມືອງ ແລະ ຢ້ຽມຢາມສະຖານທີ່ຜະລິດລະດູແລ້ງຂອງປະຊາຊົນຕື່ມອີກ.

error: Content is protected !!