ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ 2021

    ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ ຂອງລັດຖະບານຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 22 ເມສາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ມີບັນດາທ່ານສະມາຊິກລັດຖະບານເຂົ້າຮ່ວມຢ່າງ​ພ້ອມ​ພຽງ. 

    ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 2 ວັນ ຄື: ວັນທີ 22 ແລະ 23 ເມສາ 2021 ຊຶ່ງຈະໄດ້ພ້ອມກັນຮັບຟັງ ຄົ້ນຄວ້າ ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອກະສານສຳຄັນຈຳນວນໜຶ່ງ ຄື: ບົດລາຍງານຮອບດ້ານ ການຈັດຕັ້ງປະຕິບັດວຽກງານຂອງລັດຖະບານປະຈໍາເດືອນເມສາ ແລະ ທິດທາງແຜນວຽກຈຸດສຸມເດືອນພຶດສະພາ 2021 ຮ່າງເອກະສານ ການພັດທະນາເສດຖະກິດດິຈິຕອນແຫ່ງຊາດໄລຍະ 20 ປີ (2021- 2040) ຍຸດທະສາດພັດທະນາເສດຖະກິດດິຈຕອນແຫ່ງຊາດໄລຍະ 10 ປີ (2021- 2030) ແລະ ແຜນພັດທະນາເສດຖະກິດດິຈີຕອນແຫ່ງຊາດໄລຍະ 5 ປີ (2021-2025) ຮ່າງເອກະສານການເພີີ່ມທະວີການພັດ ທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ ແລະ ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາໃນໄລຍະໃໝ່ ຮ່າງຍຸດທະສາດການພັດທະນາລະບົບສະຖາບັນການເງິນ-ເງິນຕາ ຂອງ ສປປ ລາວ 05 ປີ (2021-2025) ແລະ ວິໄສທັດຮອດປີ 2030 ສະບັບປັບປຸງ ຮ່າງດໍາລັດວ່າດ້ວຍລົດບໍລິຫານລັດ (ສະບັບສ້າງໃໝ່) ຮ່າງດໍາລັດວ່າດ້ວຍການປະກອບ ແລະ ຄຸ້ມຄອງລົດປະຈໍາຕໍາແໜ່ງພະນັກງານລະດັບສູງ (ສະບັບປັບປຸງ) ຮ່າງຂໍ້ຕົກລົງແຕ່ງຕັ້ງຄະນະສະເພາະກິດ ເພືີ່ອຄົ້ນຄວ້າລະບຽບຄຸ້ມຄອງລັດບໍລິຫານຂອງລັດ (ສະບັບປັບປຸງ) ແຜນຈັດຊື້ພາຫະນະໃໝ່ ປີ 2021 ບົດລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດການຫັນກຸ້ມຕົນເອງທາງດ້ານງົບປະມານ ຂອງຫົວໜ່ວຍງົບປະມານປະຈໍາປີ 2021 ບົດລາຍງານກ່ຽວກັບການອອກແບບເຄືີ່ອງນຸ່ງປະຈໍາຊາດ. 

    ໃນ​ໂອ​ກາດ​ກ່າວໄຂກອ​ງ​ປະ​ຊຸມ ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານທັງ​ໝົດ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ສຸມທຸກສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດ ເຂົ້າໃນການຄົ້ນຄ້ວາພິຈາລະນາ, ປະກອບຄຳເຫັນຢ່າງສ້າງສັນ ກົງໄປກົງມາ ທັງຮັບປະກັນຄວາມຖືກຕ້ອງສອດ​ຄ່ອງຕາມກົດໝາຍ ເຂົ້າໃນແຕ່ລະຫົວຂໍ້ ແລະ ຄຳຖາມເຈາະຈີ້ມ ເພື່ອໃຫ້ຜົນຂອງກອງປະຊຸມບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້.

# ຂ່າວ & ພາບ: ໄຊບັນດິດ

error: Content is protected !!