ພົບຜູ້ຕິດເຊື້ອໃໝ່ 6 ກໍລະນີ ເປັນຊາຍ 4 ຍິງ 2 ຈາກນະຄອນຫຼວງວຽງຈັນ ສະຫວັນນະເຂດ ແລະ ບໍ່ແກ້ວ

    ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍທ່ານ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ແລະ ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວໃຫ້ຮູ້ວັນທີ 22 ເມສາ 2021 ທີ່ກະຊວງສາທາລະນະສຸກວ່າ: 

    ວັນທີ 21 ເມສາ ໄດ້ເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 758 ຄົນ ຜົນກວດວິເຄາະທັງໝົດ ພົບຜູ້ຕິດເຊື້ອໃໝ່ 6 ຄົນ ປະກອບມີ 

    ກໍລະນີຢັ້ງຢືນທີ 89 ເພດຍິງ ອາຍຸ 24 ປີ ສັນຊາດ ລາວ ອາຊີບ ເຮັດວຽກຢູ່ຮ້ານອາຫານ ຢູ່ເຂດປະທຸມທານີ ປະເທດໄທ ປັດຈຸບັນຢູ່ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ກ່ອນໜ້າເດີນທາງມາ ສປປ ລາວ ແມ່ນບໍ່ໄດ້ກວດຊອກຫາເຊື້ອພະຍາດໂຄວິດ-19 ເຊິ່ງວັນທີ 19 ເມສາ ອອກຈາກສະຖານີລົດໂດຍສານໝໍຊິດ ເວລາ 19:00 ໂມງ ມີຜູ້ໂດຍສານຮ່ວມກັນທັງໝົດ 30 ຄົນ 

    ວັນທີ 20 ເມສາ ເດີນທາງມາຮອດແຂວງມຸກດາຫານ ເວລາ 4:00 ໂມງ ເວລາ 13:20 ໂມງ ມາຮອດຂົວມິດຕະພາບແຫ່ງທີ 2 ໄດ້ແຈ້ງເອກະສານເຂົ້າ ສປປ ລາວ ຫຼັງຈາກນັ້ນ ຂຶ້ນລົດໄປສູນຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້ (ນັ່ງລົດມານໍາກັນ 8 ຄົນ) ຜູ້ກ່ຽວແມ່ນບໍ່ມີອາການຫຍັງ ຖືກເກັບຕົວຢ່າງມາກວດຫາເຊື້ອພະຍາດໂຄວິດ-19 

    ວັນທີ 21 ເມສາ ຜົນກວດວິເຄາະພົບເຊື້ອໂຄວິດ-19 

    ປັດຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍແຂວງສະຫວັນນະເຂດ 

    ກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 28 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະ ພ້ອມສືບຕໍ່ເຝົ້າລະວັງ ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ. 

    ກໍລະນີຢັ້ງຢຶນທີ 90 ເພດຊາຍ ອາຍຸ 31 ປີ ສັນຊາດ ລາວ ອາຊີບ ພະນັກງານ ປັດຈຸບັນຢູ່ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ 

    ວັນທີ 13 ເມສາ ມີໝູ່ຂີ່ຍົນຈາກສະໜາມບິນວັດໄຕ ໄປລົງຢູ່ສະໜາມບິນຫຼວງນໍ້າທາ (ສາຍການບິນລາວ) ຫຼັງຈາກນັ້ນ ໄດ້ຂຶ້ນລົດຕູ້ໄປແຂວງບໍ່ແກ້ວ 

    ວັນທີ 15 ເມສາ ໄດ້ພາໝູ່ໄປຫຼິ້ນເຮືອນໝູ່ຢູ່ບ້ານຫ້ວຍມອນ ແລະ ຕອນແລງ ໄປຫຼິ້ນທີ່ດອນບ້ານດ່ານຖິ່ນ 

    ວັນທີ 18 ເມສາ ພາໝູ່ໄປສູ່ຂວັນຢູ່ເຮືອນບ້ານວຽງໃໝ່ ເລີ່ມມີອາການປວດຕົນໂຕ ແລະ ຕອນຄໍ່າໄດ້ໄປຮ້ານນວດຢູ່ປ່າອ້ອຍ 

    ວັນທີ 19 ເມສາ ໄປກິນເຂົ້າຢູ່ຮ້ານອາຫານໂປະແຕກ ຕອນແລງໄປວຽກຢູ່ເມືອງຕົ້ນເຜີ້ງ ແລະ ໄປກິນສະເຕັກຢູ່ທີ່ຮ້ານກາງເມືອງ (ບໍ່ຈື່ຊື່ຮ້ານ) 

    ວັນທີ 20 ເມສາ ໄປກິນເຂົ້າຢູ່ຮ້ານອາຫານຈີນ ບ້ານຫ້ວຍຊາຍໃຕ້ ຕອນແລງໄປກິນຊີ້ນດາດ  ແລະ  ຮູ້ສຶກປວດກ້າມຊີ້ນຫຼາຍຂື້ນ  ໜາວ ແລະ ໄອ 

    ວັນທີ 21 ເມສາ ອາການດີຂຶ້ນ ໄດ້ໄປເກັບຕົວຢ່າງຢູ່ຂົວມິດຕະພາບແຫ່ງທີ 4 ໄປອອກກໍາລັງກາຍຢູ່ທີ່ເດີ່ນກິລາບ້ານມົກກະຈອກ 

    ວັນທີ 22 ເມສາ ຜົນກວດວິເຄາະພົບເຊື້ອໂຄວິດ-19 

    ປັດຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍແຂວງບໍ່ແກ້ວ 

    ກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນມີ 3 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະ ພ້ອມນັ້ນ ໄດ້ສືບຕໍ່ເຝົ້າລະວັງ ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ. 

    ກໍລະນີຢັ້ງຢຶນທີ 91 ເພດຊາຍ ອາຍຸ 28 ປີ ສັນຊາດ ລາວ ຢູ່ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເປັນກໍລະນີສຳຜັດກັບກໍລະນີທີ 85 

    ວັນທີ 19 ເມສາ ເວລາ 18:30 – 21:00 ໂມງ ໄປຕີດອກປີກໄກ່ຢູ່ເດີ່ນກີລາລ້ານຊ້າງ ແລະ ກິນອາຫານຮ່ວມກັບໝູ່ 10 ຄົນ ໃນນັ້ນມີກໍລະນີທີ 85 ຮ່ວມຢູ່ນໍາ 

    ວັນທີ 20 ເມສາ ເວລາ 10:00 ໂມງ ໄດ້ໄປຮ້ານເຝີກັບໝູ່ 1 ຄົນ ຢູ່ຮ້ານກົກຕ້ອງ ບ້ານສະພັງໝໍ້ 

    ວັນທີ 21 ເມສາ ເວລາ 14:00 ໂມງ ຮູ້ວ່າກໍລະນີ 85 ກວດພົບເຊື້ອໂຄວິດ-19 ແລະ ໄດ້ໂທຫາໝູ່ທີ່ໄດ້ໄປກິນຊຸມແຊວນໍາກັນໃນວັນທີ 21 ເມສາ ໄປກວດນໍາທີມງານແພດຢູ່ເດີ່ນກິລາໃນຮົ່ມບຶງຂະຫຍອງ 

    ວັນທີ 22 ເມສາ 2021 ຜົນກວດວິເຄາະພົບເຊື້ອໂຄວິດ-19 

    ປັດຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ 

    ກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 14 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະ ພ້ອມນັ້ນຍັງໄດ້ສືບຕໍ່ເຝົ້າລະວັງ ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ. 

    ກໍລະນີຢັ້ງຢຶນທີ 92 ເພດຍິງ ອາຍຸ 22 ປີ ສັນຊາດ ລາວ ອາຊີບ ຂາຍເຄື່ອງອອນລາຍ ຢູ່ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກໍລະນີສຳຜັດກັບກໍລະນີທີ 59 

    ວັນທີ 15 ເມສາ ໝູ່ຂອງລາວໄດ້ໄປກິນລ້ຽງປີໃໝ່ ກັບກໍລະນີ 59 ຢູ່ບ້ານໂພນທັນ 

    ວັນທີ 16 ເມສາ ໄປຫ້ອງພັກຂອງໝູ່ 2 ຄົນ ທີ່ເປັນນ້ອງຮັກຂອງກໍລະນີ 59 ຢູ່ຫ້ອງແຖວຢູ່ບ້ານວຽງຈະເລີນ ມີທັງໝົດ 3 ຄົນ 

    ວັນທີ 17 ເມສາ ໄປກິນເຂົ້າຢູ່ບ້ານອ້າຍໝູ່ (ໝູ່ຂອງກໍລະນີທີ 59) ຢູ່ທ່າເດື່ອ ກິນນໍາກັນ 4 ຄົນ 

    ວັນທີ 19 ເມສາ ໄປບ້ານເກີນກັບໝູ່ ໂດຍຂີ່ລົດສ່ວນຕົວແລ້ວກິນເຂົ້າຢູ່ບ້ານພີ່ນ້ອງ ຂາກັບແວ່ກິນເຂົ້າຢູ້ຮ້ານອາຫານແຖວຫາດກ້ຽງ (ບໍ່ຈື່ຊື່ຮ້ານ) 

    ວັນທີ 20 ເມສາ ເລີ່ມມີອາການເຈັບຫົວ ໄດ້ເຂົ້າມາກວດຢູ່ຈຸດເກັບຕົວຢ່າງ ຢູ່ບຶງຂະຫຍອງ 

    ວັນທີ 21 ເມສາ ຜົນກວດວິເຄາະພົບເຊື້ອໂຄວິດ-19 

    ປັດຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ 

    ກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນມີ 6 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະ ແລະ ໄດ້ສືບຕໍ່ເຝົ້າລະວັງ ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ. 

    ກໍລະນີຢັ້ງຢຶນທີ 93 ເພດຊາຍ ອາຍຸ 25 ປີ ສັນຊາດ ລາວ ອາຊີບ ປະຊາຊົນ ຢູ່ບ້ານບຶງຂະຫຍອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ກໍລະນີສຳຜັດກັບກໍລະນີທີ 58 ວັນທີ 13 ເມສາ ຜູ້ກ່ຽວ ແລະ ແຟນ ແມ່ນໄດ້ແຍກກັນໄປຫຼີ້ນ ຜູ້ກ່ຽວໄປເມືອງວັງວຽງ ແຂວງວຽງຈັນ ສ່ວນແຟນຜູ້ກ່ຽວແມ່ນໄດ້ກັບບ້ານຫາດດອນຄູນ ເມືອງບໍລິຄັນ ແຂວງບໍລິຄຳໄຊ 

    ວັນທີ 13-16 ເມສາ ຜູ້ກ່ຽວຢູ່ເມືອງວັງວຽງ (ລົດຕູ້ໂດຍສານ) ປະມານ 15 ຄົນ ຊ່ວງທີ່ຫຼີ້ນຢູ່ເມືອງວັງວຽງ ໄດ້ໄປເຮືອນໝູ່ຢູ່ບ້ານເມືອງຊອງ 6-7 ຄົນ ເລາະຫຼີ້ນນໍ້າຊອງກັບໝູ່ ແລະ ຄອບຄົວ 

    ວັນທີ 17 ເມສາ ຜູ້ກ່ຽວໄດ້ກັບມານະຄອນຫຼວງວຽງຈັນ (ຂີ່ລົດນ້າສາວ ລົງຄິວລົດເມສາຍເໜືອ ຕໍ່ລົດຕະຫຼາດເຊົ້າຫາບ້ານຂອງຕົນ) 

    ວັນທີ 17-20 ເມສາ ເວລາ 7:00 ໂມງ ແຟນຜູ້ກ່ຽວເດີນທາງກັບມາແຕ່ແຂວງບໍລິຄໍາໄຊ (ຂີ່ລົດເມໃຫຍ່ ປະມານ 20-30 ຄົນ) ເມືອງເກົ່າ-ວຽງຈັນ ເວລາ 11:00-19:00 ໂມງ ໄດ້ອອກໄປວຽກຢູ່ໄອເຕັກ ຟິດເນັດເວີ (ມີຄົນໃຊ້ບໍລິການປະມານ 15 ຄົນ) ເວລາ 19:30 ໂມງ ໄປຫ້ອງແຖວແຟນທີ່ກັບມາແຕ່ແຂວງບໍລິຄຳໄຊ ເຊົ່າຫ້ອງແຖວຢູ່ບ້ານທາດຫຼວງໃຕ້ ເມືອງໄຊເສດຖາ ໄດ້ລົມໝູ່ ແລະ ກິນຕໍາໃນບໍລິເວນຫ້ອງແຖວປະມານ 8 ຄົນ 

    ວັນທີ 21 ເມສາ ຮູ້ສືກເຈັບຄໍ ເຈັບຫົວ ແລະ ເຈັບທ້ອງ (ແຟນໄດ້ແວ່ຮ້ານຂາຍຢາຢູ່ທາດຫຼວງ) ຜູ້ກ່ຽວ ແລະ ແຟນໄດ້ໄປເກັບຕົວຢ່າງຢູ່ຈຸດເດີ່ນກິລາໃນຮົ່ມບຶງຂະຍອງ (ທີມງານໄດ້ເກັບແຕ່ຜູ້ກ່ຽວ ສ່ວນແຟນແມ່ນບໍ່ໄດ້ເກັບຕົວຢ່າງ) 

    ວັນທີ 22 ເມສາ ຜົນກວດວິເຄາະພົບເຊື້ອຟຄວິດ-19 

    ປັດຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ 

    ກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນມີ 14 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະ ແລະ ໄດ້ສືບຕໍ່ເຝົ້າລະວັງ ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ. 

    ກໍລະນີຢັ້ງຢຶນທີ 94 ເພດຊາຍ ອາຍຸ 18 ປີ ສັນຊາດ ລາວ ອາຊີບ ຫວ່າງງານ ຢູ່ບ້ານທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ 

    ວັນທີ 6-7 ເມສາ ໄປກິນອາຫານຢູ່ບ້ານພີ່ນ້ອງ ບ້ານສີສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄປນຳກັນທັງໝົດ 3 ຄົນ 

    ວັນທີ 13 ເມສາ 2021 ເວລາ 12:00 ໂມງ ໄປງານລ້ຽງວັນເກີດໝູ່ ທີ່ຈັດຢູ່ຮ້ານຄາຣາໂອເກະ Diamond ຂີ່ລົດນຳກັນທັງໝົດ 5 ຄົນ ແລະ ໄດ້ກິນຢູ່ຮ້ານດັ່ງກ່າວນໍາກັນປະມານ 14 ຄົນ 

    ວັນທີ 14 ເມສາ ຂີ່ລົດຈັກໄປນຳກັນທັງໝົດ 2 ຄົນ ໄປເຮືອນໝູ່ຢູ່ບ້ານໜອງບົວທອງ ເມືອງສີໂຄດຕະບອງ ແລະ ກິນຊຸມນຳກັນປະມານທັງໝົດ 15 ຄົນ 

    ວັນທີ 16 ເມສາ ໄປເຮືອນພີ່ນ້ອງຢູ່ບ້ານສີສະຫວາດ 

    ວັນທີ 19 ເມສາ ເວລາ 20:30 ໂມງ ໄປຮ້ານຄາຣາໂອເກະ 8118 ໄປນຳໝູ່ທັງໝົດ 6 ຄົນ ຂີ່ລົດໃຫຍ່ນຳກັນ ແລະ ໄດ້ກິນຊຸມຢູ່ຮ້ານດັ່ງກ່າວໃນຫ້ອງທັງໝົດປະມານ 20 ຄົນ 

    ວັນທີ 21 ເດືອນເມສາ ໄດ້ໄປກວດຕົວຢ່າງຢູ່ເດີ່ນກິລາໃນຮົ່ມບືງຂະຫຍອງ 

    ວັນທີ 22 ເດືອນເມສາ ຜົນກວດວິເຄາະພົບເຊື້ອໂຄວິດ-19 

    ປັດຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ 

    ກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 60 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະ ແລະ ໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ. 

    ສັງລວມການເກັບຕົວຢ່າງກວດວິເຄາະນັບແຕ່ເດືອນມັງກອນ 2020 ຮອດປັດຈຸບັນ ມີທັງໝົດ 150.159 ຕົວຢ່າງ ໃນນັ້ນກວດພົບເຊື້ອສະສົມ 94 ຄົນ.

                # ຂ່າວ & ພາບ: ຂັນທະວີ

error: Content is protected !!