ມອບ-ຮັບ ສະຖາບັນພະລັງງານທົດແທນ-ວັດສະດຸໃໝ່

    ໂດຍຈັດຕັ້ງປະຕິບັດຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍຸບເລີກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການສັບຊ້ອນບາງວຽກງານຂອງລັດຖະບານ ໃນວັນທີ 21 ເມສາ 2021 ທີ່ຫ້ອງປະຊຸມກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມີພິທີມອບ-ຮັບ ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ລົງນາມໃນພິທີມອບຮັບດັ່ງກ່າວ ໂດຍທ່ານ ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໂດຍມີຄະນະພັກ-ຄະນະນຳ ແລະ ພະນັກງານຫຼັກແຫຼ່ງສອງກະຊວງເຂົ້າຮ່ວມເປັນສັກຂີພິຍານ. 

    ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ທີ່ຕັ້ງຢູ່ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ທີ່ຂຶ້ນກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີໃນເມື່ອກ່ອນ ໃຫ້ໄປຂຶ້ນກັບກະຊວງພະລັງງານ ແລະ ບໍ່ແຮ່ ຊຶ່ງການມອບ-ຮັບດັ່ງກ່າວ ແມ່ນມອບທັງໜ້າວຽກບຸຄະລາກອນ ແລະ ວັດຖຸອຸປະກອນທີ່ຂຶ້ນກັບສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ເພື່ອສືບຕໍ່ໃນການຈັດຕັ້ງປະຕິບັດພາລະບົດບາດ ໜ້າທີ່ ແລະ ຂອບເຂດສິດທີ່ກຳນົດໄວ້ໄດ້ ແລະ ສືບຕໍ່ຈັດຕັ້ງປະຕິບັດວຽກງານຢ່າງເປັນປົກກະຕິ ຕາມໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃນແຕ່ລະໄລຍະໃຫ້ປາກົດຜົນເປັນຈິງ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອນຳເອົາຜົນປະໂຫຍສູງສຸດມາສູ່ປະເທດຊາດ ແລະ ປະຊາຊົນ ໃຫ້ນັບມື້ນັບມີຄວາມຈະເລີນກ້າວໜ້າ. ກົງຈັກການຈັດຕັ້ງຂອງສະຖາບັນ ພະລັງງານທົດແທນ ແລະ ວັດສະດຸໃໝ່ ປະກອບດ້ວຍ 5 ພະແນກ 1 ສູນ ຄື: ພະແນກສັງລວມ ພະແນກພະລັງງານທາງເລືອກ ພະແນກວັດສະດຸໃໝ່ ພະແນກວິສະວະກຳກົນຈັກ ພະແນກພະລັງຊີວະພາບ ສູນສົ່ງເສີມ ແລະ ບໍລິການວິຊາການ ມີຈຳນວນບຸຄະລາກອນທັງຫມົດ 61 ທ່ານ ຍິງ 20 ທ່ານ.

                # ຂ່າວ & ພາບ: ໄຊບັນດິດ

error: Content is protected !!