ສີສັດຕະນາກເຂັ້ມງວດຕິດຕາມບຸກຄົນທີ່ມີຄວາມສ່ຽງພ້ອມແຈກຢາຍຜ້າອັດປາກ-ອັດດັງໃຫ້ແຕ່ລະບ້ານ

     ວັນທີ 12 ເມສາ 2020 ຄະນະສະເພາະກິດ ແລະ ຄວບຄຸມການແຜ່ລະບາດເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ນໍາໂດຍທ່ານ ບຸນເມກ ວິໄລແສງ ຮອງເຈົ້າເມືອງສີສັດຕະນາກ ໄດ້ສົມທົບກັບອໍານາດການປົກຄອງບ້ານ ລົງເບິ່ງສະຖານທີ່ບ່ອນພັກເຊົາຂອງຜູ້ຕິດເຊື້ອພະຍາດໂຄວິດ-19 ຜູ້ທີ 19 ຢູ່ບ້ານໂພນປ່າເປົ້າ ເພື່ອກໍານົດເຂດອັນຕະລາຍທີ່ມີຄວາມສ່ຽງຕິດເຊື້ອ ແລະ ມອບໝາຍໃຫ້ນາຍບ້ານເອົາເຊືອກມາເນັ່ງກັ້ນໄວ້ ພ້ອມທັງຕິດປ້າຍໃສ່ ແນໃສ່ໃຫ້ປະຊາຊົນຮູ້ ແລະ ບໍ່ເຂົ້າໄປໃກ້ໃນເຂດດັ່ງກ່າວ.

    ນອກນີ້ຍັງໄດ້ລົງຕິດຕາມ ພ້ອມທັງມອບນໍ້າດື່ມ ແລະ ຜ້າອັດປາກ-ອັດດັງ ເຫຼົ້າ 90 ໃຫ້ກັບເຈົ້າໜ້າທີ່ຈະລາຈອນທີ່ຕັ້ງດ່ານຢູ່ 2 ຈຸດຄື: ຈຸດທີ 1 ຢູ່ລະຫວ່າງຊາຍແດນບ້ານດົງສະຫວາດກັບດອນກອຍ ຈຸດທີ 2 ຢູ່ລະຫວ່າງຊາຍແດນບ້ານໂພນສະຫວ່າງກັບບ້ານໄຊສະຖານ ພ້ອມນັ້ນ ໄດ້ລົງແຈກຢາຍຜ້າອັດປາກ-ອັດດັງ ແລະ ເຈວລ້າງມືໃຫ້ 37 ບ້ານທົ່ວເມືອງສີສັດຕະນາກ ໃນນີ້ມອບສໍາເລັດແລ້ວ 31 ບ້ານ ຍັງອີກ 6 ບ້ານຈະສືບຕໍ່ມອບໃຫ້ສໍາເລັດໃນວັນທີ 13 ເມສາ 2020 ຄຽງຄູ່ກັນນີ້ ໄດ້ຊີ້ນໍາ-ນໍາພາອົງການປົກຄອງບ້ານ ໃນການຕິດຕາມການແຍກປ່ຽວ 14 ວັນຂອງຜູ້ທີ່ຖືກແຍກປ່ຽວ ພ້ອມທັງເບິ່ງຕົວຈິງວ່າປະຕິບັດຖືກຕ້ອງຕາມການແນະນໍາຂອງແພດໝໍຫຼືບໍ່ ເຊິ່ງປະກອບມີ ບ້ານໂພນປ່າເປົ້າ 3 ຄົນ ບ້ານທົ່ງກາງ 1 ຄົນ ນອກນັ້ນ ໄດ້ລົງຊຸກຍູ້ອ້າຍນ້ອງກໍາລັງປ້ອງກັນຄວາມສະຫງົບທີ່ປະຈໍາຢູ່ເຂດຕິດເຊື້ອບ້ານດອນກອຍອີກດ້ວຍ.

error: Content is protected !!