ການບໍລິການສັກວັກຊີນ ສະຖານທີ່ບໍລິການຂອງລັດ ກໍານົດການລົງທະບຽນ 200 ຄົນຕໍ່ມື້

    ທ່ານ ບຸນທະວີ ເດດບັນດິດ ຮອງຫົວໜ້າພະແນກສາທາລະນະສູກນະຄອນຫຼວງວຽງຈັນ ໃນນາມຫົວໜ້າກອງເລຂາຄະນະສະເພາະກິດໂຄວິດ-19 ໃຫ້ສໍາພາດກ່ຽວກັບມາດຕະການວຽກງານປ້ອງກັນໂຄວິດ-19 ໃນນະຄອນຫຼວງວຽງຈັນ (ນວ) ວັນທີ 21 ເມສາ 2021 ທີ່ຫ້ອງວ່າການປົກຄອງ ນວ ວ່າ: 

    ສະພາບໃນປັດຈຸບັນ ມີກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນເພີ່ມຂຶ້ນ ເຮັດໃຫ້ການນໍາພັກ-ລັດ ແລະ ປະຊາຊົນມີຄວາມກັງວົນໃຈ ມາດຕະການສໍາຄັນອັນໜຶ່ງ ແມ່ນມາດຕະການສັກຢາວັກຊິນປ້ອງກັນໂຄວິດ-19 ເພື່ອສ້າງພູມຄຸ້ມກັນຮ່າງກາຍໃຫ້ພໍ່ແມ່ປະຊາຊົນເອງ ແຕ່ສັງເກດ ການໄປຮັບສັກຢາວັກຊີນຢຸ່ຈຸດໂຮງໝໍເມືອງ ແລະ ໂຮງໝໍສູນກາງ ມາຮອດປັດຈຸບັນ ມີຄົນຈໍານວນຫຼາຍເຂົ້າໄປໃຊ້ບໍລິການ ເຊິ່ງມີຄວາມແອອັດ ຮັກສາໄລຍະຫ່າງບໍ່ໄດ້ ແລະ ຈໍານວນໜຶ່ງບໍ່ໃສ່ຜ້າອັດປາກ-ອັດດັງ ເຮັດໃຫ້ມີຄວາມສ່ຽງ ດັ່ງນັ້ນກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມປຶກສາຫາລືກັບ ນວ ແລະ ເມືອງ ເພື່ອຕົກລົງເປັນເອກະພາບກໍານົດມາດຕະການບໍລິການຂອງແຕ່ລະເມືອງ ໃນນີ້ ການບໍລິການຢູ່ໃນສະຖານທີ່ຂອງແຕ່ລະເມືອງ ໃຫ້ບໍລິການສັກວັກຊີນ 200 ຄົນຕໍ່ມື້ ໂດຍເຮັດບັດຄິວໃຫ້ເຂົ້າເທື່ອລະຄົນ ຮັກສາໄລຍຫ່າງ ໃສ່ຜ້າອັດປາກ-ອັດດັງ ມີການລ້າງມື ແລະ ກວດກັ່ນຕອງກ່ອນເຂົ້າໄປເຖິງການສັກວັກຊີນ ແຕ່ຖ້າຫາກການລົງທະບຽນເຕັມແລ້ວ ກໍຕ້ອງລໍຖ້າມື້ຕໍ່ໄປ ສໍາລັບຊາວຕ່າງປະເທດ ແມ່ນຈະຈັດສັນຈຸດບໍລິການສັກວັກຊິນຕ່າງຫາກ ບໍ່ໃຫ້ໄປປົນກັບພົນລະເມືອງລາວທີ່ໄປສັກໃນສະຖານທີ່ບໍລິການຂອງລັດ ສະເພາະຄົນຈີນ ໄດ້ກໍານົດເອົາເຂດສູນການຄ້າຊັ່ງຈຽງເປັນຈຸດໜຶ່ງ ແລະ ຖ້າຫາກຄົນທີ່ໄປຮັບວັກຊີນເພີ່ມຂຶ້ນເປັນຈໍານວນຫຼາຍ ແມ່ນຈະໄດ້ຂະຫຍາຍຈຸດບໍລິການເພີ່ມຕື່ມ. 

    ສໍາລັບການຊອກຄົ້ນຫາຜູ້ສໍາຜັດໃກ້ຊິດຄົນທີ່ຕິດເຊື້ອໃນກໍລະນີທີ່ຜ່ານມາ ໄດ້ຕິດຕາມຂໍ້ມູນຂ່າວສານຈາກການຖະແຫຼງການຂອງຄະນະສະເພາະກິດໂຄວິດ-19 ຂັ້ນສູນກາງ ເຫັນວ່າມີຄວາມສ່ຽງຫຼາຍ ແລະ ພໍ່ແມ່ປະຊາຊົນຜູ້ໃດທີ່ຮູ້ສຶກຕົນເອງສົງໄສສໍາຜັດໃກ້ຊິດກັບຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ໄລຍະຜ່ານມາ ເຊິ່ງມີຄວາມກັງວົນໃຈ ແລະ ໜ່ວຍຄວບຄຸມພະຍາດບໍ່ສາມາດລົງໄປຊອກຄົ້ນ ໃຫ້ມີຄວາມຕື່ນຕົວເຂົ້າເຖິງການກວດດັ່ງກ່າວ ເຊິ່ງໄດ້ກໍານົດສະຖານທີ່ຢູ່ 6 ຈຸດຄື: ເມືອງຈັນທະບູລີ ກໍານົດເອົາສະໜາມກີລາເຈົ້າອານຸວົງ ເມືອງໄຊເສດຖາ ກໍານົດເອົາ ມສ ມິດຕະພາບລາວ-ຫວຽດ ແລະ ເມືອງສີສັດຕະນາກ ກໍານົດເອົາສະໂມສອນກິລາໃນຮົ່ມບຶງຂະຫຍອງ ເມືອງສີໂຄດຕະບອງ ກໍານົດເອົາ ມສ ມິດຕະພາບໂຮຈີມິງ (ມສ ສີໂຄດ) ນອກນັ້ນ ຍັງມີໂຮງໝໍມິດຕະພາບ ແລະ ໂຮງໝໍເຊດຖາທິຣາດ.

                # ຂ່າວ & ພາບ: ຂັນທະວີ

error: Content is protected !!