ເພື່ອເຮັດໃຫ້ສະມາຊິກພັກພະນັກງານ-ລັດຖະກອນ ກະຊວງພາຍໃນ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໃຫ້ມີຜົນສຳເລັດ.

ວັນທີ 21 ເມສາ 2021 ກະຊວງພາຍໃນໄດ້ຈັດກອງປະຊຸມເຜີຍແຜ່ມະຕິດັ່ງກ່າວຂຶ້ນຢູ່ກະຊວງຂອງຕົນ ໂດຍເປັນປະທານຂອງທ່ານ ທອງຈັນ ມະນີໄຊ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງພາຍໃນ ມີຄະນະພັກ ຄະນະນຳກະຊວງ ແລະ ສະມາຊິກພັກ-ພະນັກງານຫຼັກແຫຼ່ງອ້ອມຂ້າງເຂົ້າຮ່ວມ.

ທ່ານ ທອງຈັນ ມະນີໄຊ ໄດ້ເຜີຍແຜ່ບົດລາຍງານການເມືອງຂອງຄະນະບໍລິການງານສູນກາງພັກ ສະໄໝທີ X ເປັນຕົ້ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງກອງປະຊຸມດັ່ງກ່າວ ເຊິ່ງເປັນຂີດໝາຍແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງພັກ ແລະ ບັ້ນດໍາເນີນຊີວິດການເມືອງພາຍໃນພັກ ເພື່ອສ້າງການຫັນປ່ຽນທີ່ແຂງແຮງ ແລະ ເປັນລະບົບ ໂດຍເລີ່ມຈາກການຫັນປ່ຽນດ້ານແນວຄິດ ຈິນຕະນາການສູ່ການກະທໍາຕົວຈິງ ເພື່ອແກ້ໄຂຈຸດອ່ອນ ແລະ ບັນຫາຄົງຄ້າງໃຫ້ມີການຫັນປ່ຽນໃໝ່ທີ່ແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ແນໃສ່ເພື່ອຍົກສູງບົດບາດຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກ ເພີ່ມທະວີຄວາມເປັນປຶກແຜ່ນຂອງປະຊາຊົນໃນຊາດ ເດັດດ່ຽວປົກປັກຮັກສາ ແລະ ພັດທະນາປະເທດຊາດສູ່ຈຸດໝາຍສັງຄົມນິຍົມ ເຊິ່ງທິດທາງລວມການບຸກທະລຸໃນດ້ານຕ່າງໆພາຍໃຕ້ການນຳພາຂອງພັກ-ລັດຖະບານ ຮອດປີ 2025 ເປັນຕົ້ນ ການຕັ້ງໜ້າແກ້ໄຂຂໍ້ຫຍຸ້ງຍາກດ້ານການເງິນ-ເງິນຕາ ແລະ ໜີ້ສິນສາທາລະນະ ຕິດພັນກັບການຍູ້ແຮງ ການພັດທະນາເສດຖະກິດ-ສັງຄົມ ໂດຍຂຸດຄົ້ນຄວາມອາດສາມາດ ແລະ ທ່າແຮງບົ່ມຊ້ອນຂອງຊາດ ຮັບປະກັນການພັດທະນາຕາມທິດຍົກລະດັບຄຸນນະພາບ ມີຈຸດສຸມ ສີຂຽວ ແລະ ຍືນຍົງ ສູ້ຊົນບັນລຸຈັງຫວະການຂະຫຍາຍຕົວຂອງຜະລິດຕະພັນລວມພາຍໃນ 4% ຕໍ່ປີຂຶ້ນໄປ ສູ້ຊົນໃຫ້ປະຊາຊົນຫຼຸດພົ້ນຈາກຄວາມທຸກຍາກໂດຍພື້ນຖານ ປະເທດຊາດພົ້ນຈາກສະຖານະພາບດ້ອຍພັດທະນາຢ່າງໜັກແໜ້ນ ສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຢ່າງແຂງແຮງ ຕິດພັນກັບການກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍໃຫ້ໜັກແໜ້ນ ຮັບປະກັນສະຖຽນລະພາບໃຫ້ໝັ້ນຄົງທາງດ້ານການເມືອງ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຄວາມສະຫງົບສຸກປອດໄພຂອງປະຊາຊົນ.

ນອກນີ້ ຍັງໄດ້ເຊື່ອມຊຶມແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ແລະ ທິດທາງແຜນການ 5 ປີ ຄັ້ງທີ XI ຂອງພັກ ທີ່ຕິດພັນກັບແຜນພັດທະນາວຽກງານຂອງກະຊວງພາຍໃນຕື່ມອີກ.
# ຂ່າວ & ພາບ: ລັດເວລາ